Department of Agriculture Extension and Cooperatives

ຝຶກອົບຮົມການສ້າງເປັນຄູຝິກວຽກບົດບາດຍິງ-ຊາຍໃຫ້ພະນັກງານຂັ້ນແຂວງ, ຂັ້ນເມືອງ ແລະ ຄູຮ່ວມງານໂຄງການແກ່ຊຸມຊົນ (cope) ທີ່ ແຂວງຜົ້ງສາລີ

ໃນຄັ້ງວັນທີ 18-22/6/2018 ຈັດຝຶກອົບຮົມການເປັນຄູຝຶກວຽກບົດບາດຍິງ-ຊາຍ ໃຫ້ພະນັກງານ ແລະ ຄູ່ຮ່ວມງານຂອງໂຄງການຊຸມຊົນ (cope)  ທີ່ຫ້ອງປະຊຸມພະແນກກະສິກໍາ ແລະ ປ່າໄມ້ແຂວງ ຜົ້ງສາລີ, ໃນນັ້ນທິມງານຄູຝຶກທີ່ມາຈາກພະແນກສົ່ງເສີມ ແລະ ຄວາມກ້າວໜ້າຂອງແມ່ຍິງ (ກະຊວງກະສິກໍາ ແລະ ປ່າໄມ້) ໄດ້ລົງຈັດຕັ້ງປະຕິບັດສ້າງຂີດຄວາມສາມາດໃຫ້ແກ່ພະນັກງານຂັ້ນແຂວງ ໂດຍເປັນປະທານ ຂອງທ່ານ ທອງສະຫວັນ ທາລິອາ ຮອງຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ ແຂວງ ຜົ້ງສາລີ ເຊິ່ງມີຜູ້ເຂົ້າຮ່ວມ ທີ່ມາຈາກພະນັກງານໂຄງການ ແລະ ຄູ່ຮ່ວມງານຈາກສະຫະພັນແມ່ຍິງ ແຂວງ, ສະຫະພັນແມ່ຍິງເມືອງ  ແລະ ພະນັກງານ ຈາກອຸດສະຫະກໍາ ແລະ ການຄ້າແຂວງ, ອຸດສະຫະກໍາ ແລະ ການຄ້າເມືອງ ເຂົ້າຮ່ວມທັງໜົດ 16 ທ່ານ (ຍິງ ) 9 ທ່ານ:

ຫົວຂໍ້ຝຶກມີຄື: ຄວາມຮູ້ພຶ້ນຖານບົດບາດຍິງ-ຊາຍ, ການເຊື່ອມບົດບາດຍິງ-ຊາຍເຂົ້າໃນວຽກງານກິດຈະກຳ, ການມີສວ່ນຮ່ວມໃນທຸກກິດຈະກຳລະຫວ່າງຍິງ-ຊາຍ, ການສ້າງຄວາມເຂັ້ມແຂງໃຫ້ແມ່ຍິງ, ການວາງແຜນ ທີ່ເອົາໃຈໃສ່ວຽກບົດບາດຍິງ-ຊາຍ, ການວິເຄາະ-ການແບ່ງງານລະຫວ່າງ ຍິງ-ຊາຍ, ເຄື່ອຄ່າຍການປະສານງານ, ຄວາມແຕກຕ່າງລະຫວ່າງຄູຝຶກ ແລະ ຄູສອນ, ການຝຶກຊ້ອມເພື່ອເປັນຄູຝຶກ, ທັດສະວິທີການຄວບຄຸມສະຖານນະບຸກຄະລິກຂອງຜູ້ເຂົ້າຮ່ວມເຮັດແນວໃດ?

 

ຮຽບຮຽງຂ່າວໂດຍ: ພະແນກຂໍ້ມູນຂ່າວສານການສົ່ງເສີມ

Leave a Reply

Your email address will not be published. Required fields are marked *

ງານວາງສະແດງສິນຄ້າກະສິກໍາ

ແຈ້ງການ

ຍຸດທະສາດ

ໜັງ​ສື​ພິມ ເອ​ເລັກ​ໂຕ​ນິກ

ວາລະສານກະສິກໍາ ແລະ ປ່າໄມ້

ຖານຂໍ້ມູນຕ່າງໆ





ວາລະສານການສົ່ງເສີມ

ສະຖິຕິການຜະລິດກະສິກໍາ

ເລື່ອງຫຼ້າສຸດ