Department of Agriculture Extension and Cooperatives

ກົມສົ່ງເສີມເຕັກນິກ ແລະ ປຸງແຕ່ງກະສິກຳ ຈັດຝຶກອົບຮົມຍົກລະດັບຄວາມຮູ້ຄວາມສາມາດໃຫ້ພະນັກງານສົ່ງເສີມ

ວັນທີ 19-22 ມິຖຸນາ 2018 ທີ່ຫ້ອງປະຊຸມສູນຝຶກອົບຮົມເຕັກນິກກະສິກຳ ແລະ ພັດທະນາຊົນນະບົດ ລາວ – ເກົາຫຼີ ໄດ້ຈັດຊຸດຝຶກອົບຮົມຍົກລະດັບຄວາມຮູ້ໃຫ້ພະນັກງານພາຍໃນກົມຂອງຕົນຂື້ນ,  ​ໃຫ້​ກຽດ​ກ່າວເປີດພິທີຝຶກອົບຮົມຄັ້ງນີ້ໂດຍແມ່ນ ທ່ານ ພູມີ  ພູມະນີວົງ ຫົວໜ້າກົມສົ່ງເສີມເຕັກນິກ ແລະ ປຸງແຕ່ງກະສິກຳ, ມີ​ພະ​ນັກ​ງານ​ວິຊາການ​ເຂົ້າ​ຮ່ວມທັງໝົດ 93 ທ່ານ ຍິງ 34 ທ່ານ ທີ່ມາຈາກ 9 ສູນພັດທະນາກະສິກຳປະຈຳແຂວງ ແລະ 6 ພະແນກການອ້ອມຂ້າງພາຍໃນທີ່ຂື້ນກັບກົມສົ່ງເສີມເຕັກນິກ ແລະ ປຸງແຕ່ງກະສິກຳ.

ຫົວຂໍ້ທີ່ນຳມາຝຶກໃນຄັ້ງນີ້ມີ: ສ້າງຄວາມເຂົ້າໃຈຕໍ່ກັບຂໍ້ຕົກລົງລັດຖະມົນຕີກະຊວງ​ກະສິກຳ ​ແລະ ປ່າ​ໄມ້ ສະບັບເລກທີ 0837 / ກປ ວ່າດ້ວຍມາດຕະຖານຄອບຄົວກະສິກຳ ແລະ ປ່າໄມ້ຕົວ​ແບບ, ບ້ານແບບຢ່າງດ້ານກະສິກຳ ແລະ ປ່າໄມ້, ເມືອງກະສິກໍາ,ປ່າໄມ້ພັດທະນາ, ຫຼັກການ ແລະ ບົດຮຽນການພັດທະນາຊົນນະບົດໃໝ່, ຂອບຄວາມຄິດ ແລະ ປະສົບການໃນການສົ່ງເສີມກະສິກຳສີຂຽວຂອງໂຄງການສົ່ງເສີມກະສິກຳຮອບດ້ານ, ບົດບາດໜ້າທີ່ໃໝ່ຂອງການບໍລິການສົ່ງເສີມໃນເງື່ອນໄຂປະຈຸບັນ, ການສົ່ງເສີມກະສິກຳ ແລະ ພັດທະນາຊົນນະບົດທີ່ຖືເອົາປະຊາຊົນເປັນໃຈກາງ, ລົງເລີກວຽກງານແຜນການ ແລະ ລາຍງານ, ບັນຊີ, ຄັງເງີນ ​ແລະ ເຕັກນິກການຜະລິດແນວພັນເຂົ້າລຸ້ນ 3

ກວດແກ້ຂ່າວໂດຍ: ພະແນກຂໍ້ມູນຂ່າວສານການສົ່ງເສີມ

Leave a Reply

Your email address will not be published. Required fields are marked *

ງານວາງສະແດງສິນຄ້າກະສິກໍາ

ແຈ້ງການ

ຍຸດທະສາດ

ໜັງ​ສື​ພິມ ເອ​ເລັກ​ໂຕ​ນິກ

ວາລະສານກະສິກໍາ ແລະ ປ່າໄມ້

ຖານຂໍ້ມູນຕ່າງໆ





ວາລະສານການສົ່ງເສີມ

ສະຖິຕິການຜະລິດກະສິກໍາ

ເລື່ອງຫຼ້າສຸດ