Department of Agriculture Extension and Cooperatives

ກົມສົ່ງເສີມເຕັກນິກ ແລະ ປຸງແຕ່ງກະສິກຳ ກະຊວງກະສິກໍາ ແລະ ປ່າໄມ້ ໄດ້ມອບເຄື່ອງຈັກການຜະລິດເຂົ້າໃຫ້ບັນດາເຂດຈຸດສຸມ

ກົມສົ່ງເສີມເຕັກນິກ ແລະ ປຸງແຕ່ງກະສິກຳ ກະຊວງກະສິກໍາ ແລະ ປ່າໄມ້ ໄດ້ມອບເຄື່ອງຈັກການຜະລິດເຂົ້າໃຫ້ບັນດາເຂດຈຸດສຸມ ເພື່ອສົ່ງເສີມການຜະລິດເປັນໃຫ້ເປັນສິນຄ້າ ແລະ ຄໍ້າປະກັນສະບຽງອາຫານຂອງປະເທດ.ພິທີໄດ້ຈັດຂຶ້ນໃນລະຫວ່າງວັນທີ 22 ຫາ 26 ສິງຫາ ປີ 2018 ສູນພັດທະນາກະສິກຳປາກແຈ້ງ ເມືອງວຽງຄຳ ແຂວງວຽງຈັນ ເຊິ່ງປະກອບມີ: ມອບໃຫ້ສູນພັດທະນາກະສິກຳ ຫຼັກ 35 ເມືອງຈຳພອນ ແຂວງສະຫວັນນະເຂດ ມີລົດໄຖນາເດີນຕາມ ແລະ ເຄື່ອງຈັກປັ່ນເຂົ້າ ຂະໜາດ 4 ຟຸດ ມູນຄ່າ 74 ລ້ານກວ່າກີບ.ມອບລົດໄຖນາລຸ້ນ L5018 4WD 50 ແຮງມ້າ ມູນຄ່າ 261 ລ້ານກວ່າກີບ ໃຫ້ແກ່ສູນພັດທະນາກະສິກຳໜອງແຫ້ວ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ.ການມອບເຄື່ອງກົນຈັກ ແລະ ອຸປະກອນຄົບຊຸດຮັບໃນຄັ້ງນີ້ ຕາງໜ້າກົມສົ່ງເສີມເຕັກນິກ ແລະ ປຸງແຕ່ງກະສິກຳໂດຍ ທ່ານ ສົມຈັນ ວົງປັນຍາ ຮອງຫົວໜ້າກົມສົ່ງເສີມເຕັກນິກ ແລະ ປຸງແຕ່ງກະສິກຳ ແລະ ຮັບໂດຍ ທ່ານຫົວໜ້າສູນພັດທະນາກະສິກຳທີ່ກ່ຽວຂ້ອງ.ການມອບເຄື່ອງຈັກການຜະລິດເຂົ້າໃຫ້ບັນດາເຂດຈຸດສຸມ ມີພື້ນທີ່ການຈັດຕັ້ງປະຕິບັດຢູ່ 10 ແຂວງ ແລະ 51 ເມືອງຈຸດສຸມຂອງລັດຖະບານ ເຊິ່ງໃນໄລຍະຜ່ານມາໂຄງການໄດ້ຈັດຕັ້ງປະຕິບັດຢູ່ 4 ແຂວງ ຄື: ແຂວງຄຳມ່ວນ, ສະຫວັນນະເຂດ, ແຂວງສາລະວັນ ແລະ ແຂວງໄຊຍະບູລີ.ໃນປີ 2018 ນີ້ ການຈັດຕັ້ງແມ່ນຢູ່ແຂວງວຽງຈັນ, ແຂວງສະຫວັນນະເຂດ ແລະ ນະຄອນຫຼວງວຽງຈັນ ເຊິ່ງເປັນແຂວງເປົ້າໝາຍຂອງໂຄງການທີ່ຈະສະໜອງເຄື່ອງກົນຈັກກະສິກຳ ແລະ ອຸປະກອນຮັບໃຊ້ການຜະລິດຈຳນວນໜຶ່ງ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດຕາມແຜນດຳເນີນງານຂອງໂຄງການຄ້ຳປະກັນສະບຽງອາຫານ ແລະ ຜະລິດເປັນສິນຄ້າແຫ່ງຊາດ ດຳເນີນໄປຢ່າງຕໍ່ເນື່ອງ ແລະ ມີປະສິດທິຜົນສູງ ແລະ ໄດ້ຮັບຜົນສຳເລັດຕາມແຜນການທີ່ໄດ້ວາງໄວ້.

ທີ່ມາ: //laoedaily.com.la

Leave a Reply

Your email address will not be published. Required fields are marked *

ງານວາງສະແດງສິນຄ້າກະສິກໍາ

ແຈ້ງການ

ຍຸດທະສາດ

ໜັງ​ສື​ພິມ ເອ​ເລັກ​ໂຕ​ນິກ

ວາລະສານກະສິກໍາ ແລະ ປ່າໄມ້

ຖານຂໍ້ມູນຕ່າງໆ





ວາລະສານການສົ່ງເສີມ

ສະຖິຕິການຜະລິດກະສິກໍາ

ເລື່ອງຫຼ້າສຸດ