Department of Agriculture Extension and Cooperatives

ກົມສົ່ງເສີມ ກະສິກໍາ ແລະ ສະຫະກອນ, ກະຊວງກະສິກໍາ ແລະ ປ່າໄມ້ໄດ້ຈັດກອງປະຊຸມທາບທາມ ຄໍາເຫັນໃສ່ “ຮ່າງ” ກົດໝາຍວ່າດ້ວຍ ສະຫະກອນ

ກົມສົ່ງເສີມ ກະສິກໍາ ແລະ ສະຫະກອນ, ກະຊວງກະສິກໍາ ແລະ ປ່າໄມ້ ໄດ້ຈັດກອງປະຊຸມທາບທາມ ຄໍາເຫັນໃສ່ “ຮ່າງ” ກົດໝາຍວ່າດ້ວຍ ສະຫະກອນ ຂຶ້ນວັນທີ 17-18 ຕຸລາ 2023 ທີ່ຫ້ອງປະຊຸມສະຖາບັນຄົ້ນຄວ້າກະສິກໍາ,ປ່າໄມ້ ແລະ ພັດທະນາຊົນນະບົດ ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ກິແກ້ວ ສິງນາວົງ ຮອງລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້, ມີຜູ້ຕາງໜ້າຈາກສະພາປະຊາຊົນເຂດ, ຜູ້ຕາງໜ້າພະແນກການ, ບັນດາຂະແໜງການທີ່ກ່ຽວຂ້ອງ  ແຂວງ ຄື: ນະຄອນຫຼວງວຽງຈັນ, ແຂວງຊຽງຂວາງ , ໄຊສົມບູນ, ວຽງຈັນ, ບໍລິຄໍາໄຊ, ເຂົ້າຮ່ວມທັງ 85 ທ່ານ ຍີງ 20 ທ່ານ.

ທ່ານ ກິແກ້ວ ສິງນາວົງ ຮອງລັດຖະມົນຕີ ກະຊວງກະສິກໍາ ແລະ ປ່າໄມ້ ກ່າວວ່າ: ການທາບທາມຄຳເຫັນໃສ່ ‘ຮ່າງ’ ກົດໝາຍ ວ່າດ້ວຍສະຫະກອນ ຄັ້ງນີ້ ເປັນທາບທາມຄຳເຫັນແບບເປີດກວ້າງ, ພາຍຫຼັງ ສະພາແຫ່ງຊາດ ໄດ້ຮັບຮອງເອົາແຜນການສ້າງ ແລະ ປັບປຸງ ກົດໝາຍ 5 ປີ ( 2021-2025 ) ຂອງສະພາແຫ່ງຊາດ ຊຸດທີ IX ສະບັບເລກທີ 03/ສພຊ, ລົງວັນທີ 26 ມີນາ 2021, ໂດຍແມ່ນກະຊວງກະສິກໍາ ແລະ ປ່າໄມ້ ໄດ້ດຳເນີນການຄົ້ນຄວ້າ ແລະມອບຄວາມຮັບຜິດຊອບໃຫ້ ກົມສົ່ງເສີມກະສິກໍາ ແລະ ສະຫະກອນ ເປັນເສນາທິການ ແລະເປັນໃຈກາງປະສານງານກັບພາກສ່ວນກ່ຽວຂ້ອງ ກະກຽມຄວາມພ້ອມໃຫ້ແກ່ການສ້າງຮ່າງກົດໝາຍດັ່ງກ່າວ ໃຫ້ສຳເລັດຕາມແຜນການທີ່ກຳນົດໄວ້.

ຮ່າງກົດໝາຍ ວ່າດ້ວຍ ສະຫະກອນ ສະບັບນີ້ມີທັງໝົດ 14 ພາກ 85 ມາດຕາ ໄດ້ກໍານົດ ຫຼັກການ, ລະບຽບການ ແລະມາດຕະການກ່ຽວກັບ ການສ້າງຕັ້ງ, ການເຄື່ອນໄຫວ, ການຄຸ້ມຄອງ ແລະການຕິດຕາມ ກວດກາ ສະຫະກອນ ເພື່ອສົົ່ງເສີມ ແລະພັດທະນາການຜະລິດ, ການບໍລິການ ແລະການດໍາເນີນກິດຈະການຮ່ວມມື ຂອງປະຊາຊົນ ໃຫ້ເຕີບໃຫຍ່ຂະຫຍາຍຕົວ, ທົ່ົວເຖິງ ແລະຍືນຍົງ ແນໃສ່ແກ້ໄຂຄວາມທຸກຍາກ ແລະຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນລາວບັນດາເຜົົ່າໃຫ້ດີຂຶ້ນ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງຊາດ.

ທັງນີ້, ກໍເພື່ອຮັບປະກັນໃຫ້ເກີດປະໂຫຍດສູງສຸດ ຕາມທິດຂອງພັກ ແລະລັດຖະບານກໍານົດໄວ້ ເພື່ອເສີມຂະຫຍາຍການຮ່ວມມື ແລະເພີ່ມຄວາມສາມາດໃຫ້ແກ່ຊາວກະສິກອນໃນອໍານາດການຕໍ່ລອງກ່ຽວກັບລາຄາ, ເຮັດໃຫ້ເກີດມີຂໍ້ຕົກລົງຊື້-ຂາຍ ກັບຜູ້ຊື້ໄດ້ຫຼາຍຂື້ນ, ສາມາດຫຼຸດຜ່ອນແຮງງານ, ຫຼູດຜ່ອນຕົ້ນທຶນການຜະລິດ ແລະ ເພີ່ມປະສິດທິພາບຂອງການຜະລິດກະສິກໍາເປັນສິນຄ້າ ໃຫ້ສູງຂຶ້ນ.

                                ຂຽນໂດຍ: ນາງ ບົວທອງ ແກ້ວຫຼ້າ

                                ຖ່າຍພາບ: ອາມຸດ ແສທອນ

                                ກວດແກ້: ພະແນກຂໍ້ມູນຂ່າວສານການສົ່ງເສີມ ແລະ ເຊືອມໂຍງຕະຫຼາດ

Leave a Reply

Your email address will not be published. Required fields are marked *

ງານວາງສະແດງສິນຄ້າກະສິກໍາ

ແຈ້ງການ

ຍຸດທະສາດ

ໜັງ​ສື​ພິມ ເອ​ເລັກ​ໂຕ​ນິກ

ວາລະສານກະສິກໍາ ແລະ ປ່າໄມ້

ຖານຂໍ້ມູນຕ່າງໆ





ວາລະສານການສົ່ງເສີມ

ສະຖິຕິການຜະລິດກະສິກໍາ

ເລື່ອງຫຼ້າສຸດ