Department of Agriculture Extension and Cooperatives

ກອງປະຊູມເຜີຍແຜ່ໂຄງການ ສົ່ງເສີມການສ້າງຕັ້ງລະບົບການອອມເງິນຂັ້ນບ້ານ ແຊມາອຶລກືມໂກ (Village Saving System Seamaul Geumgo) ສປປ ລາວ ທີ່ ແຂວງ ຊຽງຂວາງ, ດ້ວຍທືນຊ່ວຍເຫຼືອລ້າ ຈາກ ສະຫະພັນສະຫະກອນສິນເຊື່ອຊຸມຊົນ ແຊມາອຶລກຶມໂກ ສ. ເກົາຫຼີ.

ໃນຕອນເຊົ້າ ຂອງວັນທີ 16/11/2023,ໃນເວ​ລາ 8:30 ໂມງ ກອງ​ປະ​ຊຸມໄດ້ຈັດ​ຂຶ້ນ​ຢູ່​ທີ່​ພະແນກກະສິກໍາ ແລະ ປ່າໄມ້ ແຂວງ ຊຽງຂວາງ, ໃຫ້​ກ​ຽດ​ເປັນປະ​ທານ​ກ່າວ​ເປີດກອງ​ປະ​ຊຸມ​ ໂດຍ​ ທ່ານ ສົມສະໝອນ ຜະລິຈັນ ຮັກສາການຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ ແຂວງ ຊຽງຂວາງ ພ້ອມດ້ວຍ ທ່ານ ສົມພອນ ແກ້ວຫາວົງ ຫົວໜ້າກົມສົ່ງເສິມກະສິກໍາ ແລະ ສະຫະກອນ ກໍ່ໃຫ້ກຽດເປັນປະທາຮ່ວມໃນຄັ້ງນີ້. ກອງປະຊຸມ​ດັ່ງ​ກ່າວ ໄດ້ນໍາສະເໜີ ກ່ຽວກັບການສືກສາຄວາມເປັນໄປໄດ້, ການທົດລອງ ສ້າງກຸ່ມອອມຊັບແຊມາອຶລກຶມໂກ ໃນ ສປປ ລາວ. ເຊິງມີ​ຜູ້​ເຂົ້າ​ຮ່ວມ​ທັງ​ໝົດ 16 ທ່ານ, ​ຍິງ 4 ທ່ານ, ເຊີ່ງ​ມາ​ຈາກ ກົມ​ສົ່ງ​ເສີມ​ກະ​ສິ​ກຳ ແລະ ສະ​ຫະ​ກອນ, ພະ​ແນກ​ກະ​ສິ​ກຳ ແລະ ໄມ້ ​ແຂວງ ຊຽງຂວາງ, ພະ​ແນກພົວພັນ​ການ​ຕ່າງ​ປະ​ເທດ ແຂວງ ຊຽງຂວາງ ແລະ 2 ເມືອງ​ເປົ້າ​ຂອງ​ໂຄງ​ການ ຄຶ: ເມືອງ ແປກ ແລະ ເມືອງ ຄໍາ

ຈຸດປະສົງຂອງກອງປະຊຸມ:

  1. ເພື່ອລາຍງານ ການສືກສາ, ການທົດລອງຈັດຕັ້ງປະຕີບັດກຸ່ມອອມຊັບແຊມາອຶລກຶມໂກ ໄລຍະຜ່ານມາ; 2. ເພື່ອນໍາສະເໜີ ກອບໂຄງການ ແລະ ແຜນກິດຈະກໍາ ຂອງໂຄງການ ແຊມາອຶລກຶມໂກ ຢູ່ໃນ ສປປ ລາວ; 3. ເພື່ອຜ່ານເນື້ອໃນບົດສະເໜີໂຄງການ, ກອບໂຄງການ ແລະ ກິດຈະກໍາຂອງໂຄງການ ແຊມາອຶລກຶມໂກ ໃນ ສປປ ລາວ; 4. ເພື່ອຜ່ານ ຮ່າງ ບົດ​ບັ​ນ​ທຶກ​ຄວາມ​ເຂົ້າ​ໃຈ MOU; 5. ເພື່ອເອກະພາບກັນ ໃນການຮັບຮອງ ເອົາແຜນກິດຈະກໍາ ຂອງໂຄງການ ແລະ ຮ່າງບົດບັນທຶກ ການຮ່ວມມືສອງຝາຍ. ເນື້ອໃນ 1.ຜູ້​ເຂົ້າ​ຮ່ວມກອງ​ປະ​ຊຸມ​ ໄດ້​ຮັບ​ຟັງ​ການ​ລາຍ​ງານ​ຫຍໍ້ ກ່ຽວກັບ ຮູບແບບການຈັດຕັ້ງປະຕິບັດວຽກຂອງກຸ່ມອອມສັບແຊມາອຶລກຶມໂກໃນໄລຍະຜ່ານມາ ແລະ ການ​ນຳ​ສະ​ເໜີ​ແຜນ​ດຳ​ເນີນ​ງານ​ຂອງ​ໂຄງ​ການແຕ່​ລະ​ຂັ້ນ​ຕອນ​ຢ່າງ​ລະ​ອຽດ; 2. ນໍາສະເໜີ ກອບໂຄງການ, ແບບແຜນ ແລະ ກີດຈະກໍາຂອງໂຄງການ ສ້າງກຸ່ມອອມຊັບ ແຊມາອຶລກຶມໂກ ໃນຮູບແບບຂອງ ສະຫະພັນ ສະຫະກອນ ສີນເຊື່ອຊຸມຊົນ ແຊມາອຶລກຶມໂກ ສ ເກົາຫຼີ; 3. ນໍາສະເໜີ ຮ່າງບົດບັນທຶກ ການຮ່ວມມືສອງຝາຍ ຂອງໂຄງການ; 4. ຜູ້​ເຂົ້າ​ຮ່ວມ​ໄດ້​ສົນ​ທະ​ນາ ປືກ​ສາ​ຫາ​ລື ແບບ​ແຜນ​ດຳ​ເນີນ​ງານ​ຂອງ​ບັນ​ດາ​ກິດ​ຈະ​ກຳ​ຂອງ​ໂຄງ​ການ​ເພື່ອ​ມີ​ຄວາມ​ເປັນ​ເອ​ກະ​ພາບ​ໃນ​ຮູບ​ແບບ​ໃນ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ແຜນ​ຮ່ວມ​ກັນ; 5. ປືກ​ສາ​ຫາ​ລື ກ່ຽວກັບ ​ຂະ​ບວນ​ການ​ຂັ້ນ​ຕອນ​ການ​ປະ​ກອບ​ເອກ​ສານ ​ເພື່ອ​ຮັບ​ຮອງ​ເອົາ​ໂຄງ​ການ​ຂອງ​ເມືອງ​ເປົ້າ​ໝາຍ​ຂອງ​ໂຄງ​ການ; 6. ໃຫ້ຄໍາແນະນຳ ກ່ຽວກັບ​ ແນວ​ທາງ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ໂຄງ​ການ​ໄປ​ໃນ​ທິດ​ທາງ​ດຽວ​ກັນ ​ເພື່ອ​ຕອບ​ສະ​ໜອງ​ຕາມ​ຈຸ​ດ​ປະ​ສົງ​ຂອງໂຄງ​ການ​ທີ່​ວາງ​ໄວ; 7. ເພື່ອ​ເປັນບ່ອນອີງໃຫ້ໂຄງການສາ​ມາດ​ດຳ​ເນີນ​ແຜນ​​ການ​ຈັດ​ຕັ້ງ​ປະ​ຕິ​ບັດໄປ​ຕາມກອບ​ເວ​ລາ​ທີ່​ໂຄງ​ການ​ໄດ້​​ກໍາ​ນົດ​ໄວ້​ໃນ​ຕາ​ຕະ​ລາງ​ເວ​ລາ; 8. ນໍາສະເໜີການຈັດຕັ້ງປະຕິບັດກ່ຽວກັບການສືກສາທົດລອງວຽກງານກຸ່ມອອມຊັບແຊມາອຶລກືມໂກ(Village Saving System Seamaul Geumgo) ) ໃນຮູບແບບສະຫະພັນສະຫະກອນສິນເຊື່ອຊຸມຊົນ ແຊມາອຶລກຶມໂກ ສ ເກົາຫຼີ ( KFCC).
  • ກອງປະຊຸມໄດ້ຕົກລົງເອກະພາບ:

   ທ່ານປະ​​ທານກອງປະຊຸມ ໄດ້ແນະນຳໃຫ້ 2 ເມືອງ ທີ່ເຂົ້າຮ່ວມໂຄງການ ພ້ອມກັນຄົ້ນຄວ້າປະກອບຄຳເຫັນໃສ່ບົດສະເໜີຂອງໂຄງການ ໃຫ້ສອດຄ່ອງກັບລະບຽບການຂອງການຮ່ວມມືພົວພັນໂດຍສະໃຫ້ເນັ້ນໃສ່ທ້ອງຖີ່ນກໍ່ຄືພື້ນທີ່ເປົ້າໝາຍຂອງໂຄງການ ຢູ່ຂັ້ນເມືອງ, ເຊີ່ງເປີດໂອກາດໃຫ້ບັນດາທ່ານເຈົ້າເມືອງ, ຮອງເຈົ້າເມືອງ ແລະ ຜູ້ເຂົ້າຮ່ວມໄດ້ມີຄຳຄິດເຫັນຕໍ່ການລາຍງານນຳສະເໜີຂອງວິຊາການໂຄງການດັ່ງກ່າວ.

 ເຊິ່ງການປະກອບຄໍາຄິດເຫັນ ປະກອບມີສອງພາກສ່ວນດັ່ງນີ້:

  1. ທ່ານ ຄະນະການນໍາເມືອງ ກໍ່ຄືເຈົ້າເມືອງ ເມືອງ ຄໍາ ແລະ ຮອງເຈົ້າເມືອງ ເມືອງ ແປກ, ໄດ້ປະກອບຄໍາຄິດເຫັນໃສ່ ບົດນໍາສະເໜີຂອງກອບໂຄງການ ໂດຍບົນພື້ນຖານ ເຫັນດີ ບໍ່ວ່າຈະເປັນດ້ານເນື້ອໃນ ແລະ ກິດຈະກໍາທີ່ສອດຄ່ອງກັບການພັດທະນາເສດຖະກິດສັງຄົມ ຂອງບ້ານ ເມືອງ ແລະ ແຂວງ, ພ້ອມດ້ວຍສະເໜີ ເພິ່ມບ້ານເປົ້າໝາຍຈາກ 2 ຫາ 5 ບ້ານ ເພື່ອເປັນຕົວເລກຊີ້ວັດ ແລະ ຄັດເລືອກເອົາຕົວແບບຕື່ມ. ກ່ອນຈະປະກອບຕໍ່ກັບຂັ້ນຕອນຍືນເອກະສານທີ່ຕ້ອງປະຕິບັດຕາມລະບຽບການ ແລະ ພ້ອມໃຫ້ການສະໜັບສະໜູນທຸກໆ ດ້ານໃນການປະກອບເອງກະສານຕ່າງໆ ທີ່ກ່ຽວຂ້ອງ ແລະ ຖືກຕ້ອງຕາມລະບຽບລັດ ລະບຽບຂອງແຕ່ລະກະຊວງທີ່ກ່ຽວຂ້ອງ;
  2. ຫ້ອງການກະສິກໍາ ແລະ ປ່າໄມ້ ເມືອງ ແປກ ແລະ ເມືອງ ຄໍາ ແມ່ນເຫັນດີ ເປັນເອກະພາບ ກັບຄໍາຄິດເຫັນຂອງເມືອງ ພ້ອມດ້ວຍ ເນັ້ນໃຫ້ມີກິດຈະກໍາ ທີ່ສອດຄ່ອງ ແລະ ຄ່ຽງຄູ່ໄປກັບກິດຈະກໍາ ຂອງ ການສົ່ງເສີມຜະລິດກະສິກໍາເປັນສິນຄ້າ ເພື່ອໃຫ້ຕອບສະໜອງ ແຜນຍຸດທະສາດຂອງກະຊວງກະສິກໍາ ແລະ ປ່າໄມ້ ກໍ່ຄືແຜນຍຸດທະສາດ ຂອງ ສ ປປລາວ ນັ້ນເອງ;
  3. ພະແນກການຕ່າງປະເທດຂັ້ນແຂວງ ທີ່ກ່ຽວຂ້ອງກັບການສະໜັບສະໜູນ ການປະກອບເອກະສານ ໃຫ້ຖືກຕາມຂັ້ນຕອນ ຕາມເລກທີ 013/ນຍ,ລົງວັນທີ 08/01/2010;

ກອ່ນການປິດກອງປະຊຸມ ທ່ານ ສົມພອນແກ້ວກາວົງ ຫົວໜ້າກົມສົ່ງເສີມກະສິກໍາ ແລະ ສະຫະກອນ, ໃນນາມປະທານກອງປະຊຸມຮ່ວມທ່ານໄດ້ໃຫ້ທິດ ແລະ ສະເໜີ ໃຫ້ແຕ່ລະພາກສ່ວນ ເປົ້າໝາຍຂອງໂຄງ​​ແນະນໍາ ແລະ ນໍາພາໃນການປະກອບເອກະສານ​​ເພຶ່ອຂໍຮັບຮອງເອົາໂຄງການ, ສະເພາະ ຂະແໜງການ ການຕ່າງປະເທດຊ່ວຍດຳເນີນເອກສານໃຫ້ຖືກຕາມຂັ້ນຕອນ ເພື່ອສະເໜີໄຫ້ກະຊວງທີ່ກ່ຽວຂ້ອງໄດ້ມີບ່ອນອິງ ແລະ ດຳເນີນການໃນຂັ້ນຕອນຕໍ່ໄປ ເພື່ອເຊັນ ບົດບັນທືກຄວາມເຂົ້າໃຈ (MOU). ກອງປະຊູມໄດ້ດຳເນີນເປັນເວລາ 1 ວັນ ແລະ ໄດ້ປິດລົງຢ່າງເປັນມທາງການ ໃນເວລາ 4 ໂມງ :30 ນາທີ ຂອງວັນທີ 15 ພະ​ຈິກ 2023.

ຂຽນໂດຍ: ນ. ຄໍາຫຼ້າ ໄຊຍະແພງ

ກວດແກ້ໂດຍ: ພະແນກຂໍ້ມູນຂ່າວສານການສົ່ງເສີມ ແລະ ເຊື່ອມໂຍງຕະຫຼາດ

 

Leave a Reply

Your email address will not be published. Required fields are marked *

ງານວາງສະແດງສິນຄ້າກະສິກໍາ

ແຈ້ງການ

ຍຸດທະສາດ

ໜັງ​ສື​ພິມ ເອ​ເລັກ​ໂຕ​ນິກ

ວາລະສານກະສິກໍາ ແລະ ປ່າໄມ້

ຖານຂໍ້ມູນຕ່າງໆ





ວາລະສານການສົ່ງເສີມ

ສະຖິຕິການຜະລິດກະສິກໍາ

ເລື່ອງຫຼ້າສຸດ