Department of Agriculture Extension and Cooperatives

ກອງປະຊຸມມອບ-ຮັບທຶນຊ່ວຍເຫຼືອກຸ່ມຜູ້ຜະລິດກະສິກຳຂະໝາດນ້ອຍ (SFS) ຈາກໂຄງການສົ່ງເສີມລະບົບຕ່ອງໂສ້ການຜະລິດກະສິກຳເປັນສິນຄ້າທີ່ເປັນມິດຕໍ່ສິ່ງແວດລ້ອມທຶນຊ່ວຍເຫຼືອລ້າຈາກທະນາຄານພັດທະນາອາຊີ.

ໃນວັນທີ 11 – 12 – 13 ຕຸລາ 2023, ໂຄງການສົ່ງເສີມລະບົບຕ່ອງໂສ້ງການຜະລິດກະສິກຳເປັນສິນຄ້າທີ່ເປັນມິດຕໍ່ສິ່ງແວດລ້ອມ, ທີ່ໄດ້ຮັບທຶນຊ່ວຍເຫຼືອລ້າຈາກ ທະນາຄານພັດທະນາອາຊີ ຫຼື ( ADB ) ຈັດຕັ້ງປະຕິບັດໂດຍ ກົມສົ່ງເສີມກະສິກໍາ ແລະ ສະຫະກອນ ກະຊວງກະສິກຳ ແລະ ປ່າໄມ້, ມອບ – ຮັບທືນສະໜັບສະໜູນກຸ່ມຜູ້ຜະລິດກະສິກຳຂະໜາດນ້ອຍໃຫ້ແກ່ກຸ່ມຜະລິດພືດຜັກອິນຊີ ຢູ່ຫ້ອງວ່າການປົກຄອງ ເມືອງ ໄຊເສດຖາ,  ເມືອງ ນາຊາຍທອງ, ເມືອງ ສີໂຄດຕະບອງ ນະຄອນຫຼວງວຽງຈັນພາຍໃຕ້ການເປັນປະທານຂອງ ທ່ານ ໂສພາ ສິດທິໂສມ ຮອງຫົວໜ້າກົມສົ່ງເສີມກະສິກໍາ ແລະ ສະຫະກອນ

  • ທ່ານ ວາດສະໜາ ສີຈະເລີນ ຮອງຫົວໜ້າພະແນກະສິກໍາ ແລະ ປ່າໄມ້ ນະຄອນຫຼວງວຽງຈັນ
  • ທ່ານ ຄໍາສະຫວັນ ໂຄດໄຊ ຮອງເຈົ້າເມືອງໆ ໄຊເສດຖາ.
  • ທ່ານ ພູວອນ ພົງລາດແກ້ວ ຮອງເຈົ້າເມືອງໆ ນາຊາຍທອງ.
  • ທ່ານ ທົງ ໂພທິລາດ ຮອງເຈົ້າເມືອງໆ ສີໂຄດຕະບອງ
  • ຜູ້ເຂົ້າເປັນສັງຂີພິຍານ ປະກອບມີພາກສ່ວນ:

–   ຜູ້ຕ່າງໜ້າຈາກຫ້ອງວ່າການປົກຄອງເມືອງ ໄຊເສດຖາ, ນາຊາຍທອງ ແລະ ສີໂຄດຕະບອງ

–   ຜູ້ຕ່າງໜ້າຫ້ອງການ ຊັບພະຍາກອນທໍາມະຊາດ ແລະ ສີ່ງແວດລ້ອມເມືອງໄຊເສດຖາ, ນາຊາຍທອງ ແລະ ສີໂຄດຕະບອງ

–   ຜູ້ຕ່າງໜ້າຈາກຫ້ອງການ ອຸດສະຫະກໍາ ແລະ ການຄ້າ ເມືອງໄຊເສດຖາ, ນາຊາຍທອງ ແລະ ສີໂຄດຕະບອງ.

–   ຜູ້ຕ່າງໜ້າຈາກຫ້ອງການການເງີນເມືອງ ໄຊເສດຖາ, ນາຊາຍທອງ ແລະ ສີໂຄດຕະບອງ.

–   ຜູ້ຕ່າງໜ້າຈາກຫ້ອງການກະສິກໍາ ແລະ ປ່າໄມ້ ເມືອງໄຊເສດຖາ, ນາຊາຍທອງ ແລະ ສີໂຄດຕະບອງ.

–   ຜູ້ຕ່າງໜ້າຈາກກກະຊວງ ແຜນການ ແລະ ລົງທຶນ, ກະຊວງ ອຸດສະຫະກໍາ ແລະ ການຄ້າ

–   ຄະນະກຳມະການປະສານງານ ແລະ ຄຸ້ມຄອງທາງດ້ານການເງີນ (PCFC)

–   ຜູ້ຕາງໜ້າຈາກທະນາຄານພັດທະນາອາຊີ (ADB)

–   ຫົວໜ້າປະສານໂຄງການ, ຄະນະໂຄງການ ແລະ ຊ່ຽວຊານປະຈໍາໂຄງການ ຄສກສ.

–   ກົມສົ່ງເສີມ ແລະ ສະຫະກອນ, ບັນດາອົງປະກອບ, ຜູ້ປະສານງານໂຄງການຂັ້ນແຂວງ ຜູ້ປະສານງານຂັ້ນເມືອງ –   ບັນດາທ່ານນາຍບ້ານ ທັງ 5 ບ້ານ ແລະ ກຸ່ມຊາວກະສິກອນ ຜູ້ຜະລິດຜັກອິນຊີ 5  ກຸ່ມ, ມີບ້ານ ຊຽງດາ, ບ້ານ ນາສ້າງໃຜ່ ເມືອງ ໄຊເສດຖາ, ບ້ານ ໂພນແກ້ວ ເມືອງ ນາຊາຍທອງ ແລະ ບ້ານ ໜອງດາ, ບ້ານ ຈໍາປາ ເມືອງ ສີໂຄດຕະບອງ, ຜູ້ເຂົ້າຮ່ວມທັງໝົດ 163 ທ່ານ ຍີງ 69 ທ່ານ.

ວັນທີ 11 ຕຸລາ 2023 ທາງໂຄງການ ຄສກສ ໄດ້ມອບ ງົບປະມານ ໃຫ້ແກ່ຊາວກະສິກອນໃນຮູບແບບທຶນສົມທົບ 90/10 ຄື: ໂຄງການສະໜອງ 90% ຊາວກະສິກອນສົມທົບ 10%, ຄອບຄົວທີ່ໄດ້ຮັບທຶນມີ 26 ຄອບຄົວ ທີ່ນອນໃນ 2 ກຸ່ມ, ກຸ່ມກະສິກຳອິນຊີບ້ານ ຊຽງດາ ມີ 17 ຄອບຄົວ ໄດ້ຮັບທຶນຈາກໂຄງການຈຳນວນ 000$ ເທົ່າກັບ 336.515.000 ກີບ ແລະ ກຸ່ມກະສິກຳອິນຊີບ້ານ ນາສ້າງໃຜ່ ມີ 9 ຄອບຄົວ ໄດ້ຮັບທຶນຈາກໂຄງການຈຳນວນ 9.000$ ເທົ່າກັບ 179.415.000 ກີບ  ລວມເປັນເງິນທັງໝົດ 515.930.000 ກີບ

ວັນທີ 12 ຕຸລາ 2023   ທາງໂຄງການ ຄສກສ ໄດ້ມອບ ງົບປະມານ ໃຫ້ແກ່ຊາວກະສິກອນກຸ່ມໃນຮູບແບບທຶນສົມທົບ 90/10 ຄືໂຄງການສະໜອງ 90% ຊາວກະສິກອນສົມທົບ 10%, ໃຫ້ກຸ່ມບ້ານ ໂພນແກ້ວ ໄດ້ຮັບທຶນມີ ມີ 9 ຄອບຄົວໄດ້ຮັບທຶນຈາກໂຄງການຈໍານວນ 9.000$ ເທົ່າກັບ 179.415.000 ກີບ.

ວັນທີ 13 ຕຸລາ 2023 ທາງໂຄງການ ຄສກສ ໄດ້ມອບ ງົບປະມານ ໃຫ້ແກ່ຊາວກະສິກອນກຸ່ມໃນຮູບແບບທຶນສົມທົບ 90/10 ຄືໂຄງການສະໜອງ 90% ຊາວກະສິກອນສົມທົບ 10%, ໃຫ້ກຸ່ມບ້ານ ໜອງດາ ໄດ້ຮັບທຶນມີ 14 ຄອບຄົວ, ຈຳນວນ 000$ ເທົ່າກັບ 281.260.000 ກີບ ແລະ  ໃຫ້ກຸ່ມກະສິກຳອິນຊີ ບ້ານ ຈໍາປາ  ມີ 14 ຄອບຄົວ, ຈຳນວນ 14.000$ ເທົ່າກັບ 277.130.000 ກີບ ໄດ້ຮັບທຶນຈາກໂຄງການຈໍານວນ 28.000$ ເທົ່າກັບ  558.390.000 ກີບ ລວມທຶນທັງໝົດທີ່ມອບໃນຄັ້ງນີ້:  1.253.735.000 ກີບ ທຽບເທົ່າ 63.000 ໂຄງການສົ່ງເສີມລະບົບຕ່ອງໂສ້ງ ຜະລິດເປັນສິນຄ້າ ທີ່ເປັນມິດຕໍ່ສິ່ງແວດລ້ອມ ທີ່ສະໜັບສະໜູນໂດຍທຶນຊ່ວຍເຫຼືອລ້າຈາກ: ທະນາຄານພັດທະນາອາຊີ ຫຼື (ADB) ໄດ້ເຂົ້າມາສະໜັບສະໜູນ ແລະ ຈັດຕັ້ງປະຕິບັດນັບແຕ່ປີ 2019 ເປັນຕົ້ນມາ ໂຄງການດັ່ງກ່າວແມ່ນໄດ້ສະໜັບສະໜູນທາງດ້ານວິຊາການເຊັ່ນ: ຝຶກອົບຮົມເຕັກນິກທາງດ້ານວິຊາການ ໃຫ້ແກ່ພະນັກງານຂັ້ນເມືອງ ແລະ ຊາວກະສິກອນ,ຈັດທັດສະນະສຶກສາເພື່ອແລກປ່ຽນບົດຮຽນການຄຸ້ມຄອງກຸ່ມ, ການຜະລິດພືດຜັກກະສິກຳທີ່ດີ ແລະ ກະສິກຳອິນຊີ ຢູ່ພາຍໃນ ແລະ ຕ່າງປະເທດ ສ້າງແປງສາທິດການຜະລິດແນວພັນຜັກ, ການຜະລິດພືດຜັກເປັນສິນຄ້າ.

ຈຸດປະສົງ ແລະ ເປົ້າໝາຍຂອງໂຄງການທີ່ສະໜອງທຶນສົມທົບໃຫ້ກຸ່ມກະສິກຳອິນຊີພາຍໃນເມືອງ ຄັ້ງນີ້ແມ່ນ:

– ເພື່ອສ້າງຄວາມເຂັ້ມແຂງທາງດ້ານການຜະລິດ ແລະ ການສະໜອງຜົນຜະລິດເຂົ້າສູ່ຕະຫຼາດໃຫ້ຫຼາຍຂື້ນ.

– ເພື່ອໃຫ້ຊາວກະສິກອນມີທຶນໝູນວຽນເຂົ້າໃນການຜະລິດ.

– ເພື່ອຍົກສະມັດຕະພາບ ແລະ ຄຸນນະພາບ ຂອງຜົນຜະລິດກະສິກຳອິນຊີ.

– ທຶນດັ່ງກ່າວທີ່ສະໜອງໃຫ້ຊາວກະສິກອນໃນຄັ້ງນີ້ ແມ່ນເປັນກອງທຶນລວມຂອງກຸ່ມ, ຊາວກະສີກອນຜູ້ທີ່ໄດ້ຮັບທຶນໃນຄັ້ງນີ້ ຕ້ອງປະຕິບັດຕາມລະບຽບຂອງກອງທືນຢ່າງເຂັ້ມງວດ ຕາມກົດລະບຽບຂອງໂຄງທີ່ໄດ້ວາງໄວ້.

  1. ທືນທີ່ໄດ້ຮັບການຊ່ວຍເຫຼືອທັງໝົດແມ່ນເປັນກອງທຶນລວມຂອງກຸ່ມ.
  2. ສະມາຊິກ ແຕ່ລະຄົນທີ່ຈະນຳໃຊ້ທືນຕ້ອງໃຫ້ໄປຕາມກິດຈະກຳທີ່ຂື້ນແຜນໄວ້ໃນເບື້ອງຕົ້ນ.
  3. ສະມາຊິກ ແຕ່ລະຄົນທີ່ກູ້ຢືມຈາກກອງທຶນດັ່ງກ່າວແມ່ນໃຫ້ສົ່ງກອງທືນຄືນພ້ອມດ້ວຍດອກເບ້ຍຕາມວັນເວລາທີ່ໄດ້ກຳນົດໄວ້.

   

         

                                           ຂຽນໂດຍ  : ນາງ ພີມມະສອນ ໄຊມຸນຕຣີ

                                       ຖ່າຍພາບໂດຍ : ອາມຸດ ແສນທອນ

                               ຄະນະກວດແກ້ໂດຍ  : ພະແນກຂໍ້ມູນຂ່າວສານການສົ່ງເສີມ ແລະ ເຊື່ອມໂຍງຕະຫຼາດ.

Leave a Reply

Your email address will not be published. Required fields are marked *

ງານວາງສະແດງສິນຄ້າກະສິກໍາ

ແຈ້ງການ

ຍຸດທະສາດ

ໜັງ​ສື​ພິມ ເອ​ເລັກ​ໂຕ​ນິກ

ວາລະສານກະສິກໍາ ແລະ ປ່າໄມ້

ຖານຂໍ້ມູນຕ່າງໆ





ວາລະສານການສົ່ງເສີມ

ສະຖິຕິການຜະລິດກະສິກໍາ

ເລື່ອງຫຼ້າສຸດ