Department of Agriculture Extension and Cooperatives

ກົມສົ່ງເສີມເຕັກນິກ ແລະ ປຸງແຕ່ງກະສິກໍາຈັດກອງປະຊຸມການຄຸ້ມຄອງຖານຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ໃນລະບົບ Google Apps

ເລີ່ມແຕ່ວັນທີ 18-20/ກັນຍາ/2018 ກົມສົ່ງເສີມເຕັກນິກ ແລະ ປຸງແຕ່ງກະສິກໍາໄດ້ຖືເປັນກຽດ ຈັດກອງປະຊຸມການຄຸ້ມຄອງຖານຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ໃນລະບົບ Google Apps  ໃນການຮັບ ແລະ ສົ່ງຂໍ້ມູນ ການລາຍງານຂໍ້ມູນຜ່ານ Google Drive  ໃຫ້ແກ່ພະນັກງານວິຊາການທີ່ມາຈາກພະແນກ ບໍລິຫານ ແລະ ຈັດຕັ້ງ, ພະແນກຂໍ້ມູນຂ່າວສານການສົ່ງເສີມພະແນກສົ່ງເສີມການຜະລິດ ແລະ ນໍາໃຊ້ແນວພັນ, ພະແນກສົ່ງເສີມການປຸງແຕ່ງ ແລະ ທຸລະກິດກະສິກໍາ, ພະແນກສົ່ງເສີມການຜະລິດ ແລະ ກົນຈັກກະສິກໍາ, ພະແນກແຜນການ ແລະ ການຮ່ວມມື, ກອງທຶນພັດທະນາກະສິກໍາ, ສູນພັດທະນາຊົນນະບົດລາວ – ເກົາຫຼີ ແລະ ສູນພັດທະນາກະສິກໍາ ໜອງແຫ້ວ ເຊິ່ງມີຜູ້ເຂົ້າຮ່ວມລວມທັງໜົດ 22 ທ່ານ, ຍິງ 6 ທ່ານ. 

ໃຫ້ກຽດເປັນປະທານເປີດກອງປະຊຸມ ແລະ ຝຶກອົບຮົມ ໃນຄັ້ງນີ້ ໂດຍ ທ່ານ  ສີປະໄພ ໄຊສົງຄາມ ຮອງຫົວໜ້າກົມສົ່ງເສີມເຕັກນິກ ແລະ ປຸງແຕ່ງກະສິກໍາ ເຊິ່ງທ່ານໃດ້ເນັ້ນໜັກເຖິງຄວາມໜາຍຄວາມສໍາຄັນໃນການນໍາໃຊ້ສື່ອອນໄລໃນການນໍາໃຊ້ຂໍ້ມູນຮ່ວມກັນໃນການສື່ສານ ແລະ ແລກປ່ຽນຂ່າວສານ ຈາກນັ້ນທີມງານຄູຝຶກຈາກພະແນກຂໍ້ມູນຂ່າວສານການສົ່ງເສີມເປັນຜູ້ດໍາເນີນ ທັງນີ້ ກໍ່ເພື່ອແນສ້າງຄວາມເຂັ້ມແຂງໃຫ້ແກ່ພະນັກງານຄຸ້ມຄອງຖານຂໍ້ມູນຂ່າວສານທີ່ຂື້ນກັບພະແນກການ ແລະ ສູນ ສາມາດນໍາໃຊ້ການຮັບ ແລະ ສົ່ງຂໍ້ມູນຜ່ານລະບົບອອນໄລໃຫ້ສາມາດ ຄຸ້ມຄອງ ແລະ ສົ່ງຂໍ້ມູນຊະນິດຕ່າງໆ ເພື່ອໃຫ້ທັນກັບສະພາບການ, ທັນຍຸກ, ທັນສະໄໝ, ວ່ອງໄວ ແລະ ປະຢັດເວລາ. 

ຕອນທ້າຍທ່ານປະທານໄດ້ສະແດງເຖິງຄວາມຊົມເຊີຍຕໍ່ການພັດທະນາດ້ານຂໍ້ມູນຂ່າວສານທີ່ຂຶື້ນກັບພະແນກຂໍ້ມູນຂ່າວສານການສົ່ງເສີມ ໂດຍສະເພາະທ່ານປະທານໄດ້ເນັ້ນໃສ່ໃນຫຼາຍບັນຫາໂດຍສະເພາະການນໍາໃຊ້ຂໍ້ມູນຊະນິດຕ່າງໆ ທີ່ມີຄວາມປອດໄພ ແລະ ຮັບປະກັນໄດ້ເຖິງການເຂົ້າເຖິງແຫຼ່ງຂໍ້ມູນຂ່າວສານໃນຍຸກປະຈຸບັນ ທັງນີ້ກໍ່ເພື່ອແນໃສ່ໃນການຖ່າຍທອດຂໍ້ມູນລົງສູ່ຊາວກະສິກອນຜູ້ທີ່ທໍາການຜະລິດດ້ານກະສິກໍາໃຫ້ສາມາດນໍາໄຊ້ຂໍ້ມູນດ້ານຕ່າງໆ ທີ່ກ່ຽວຂ້ອງກັບການຜະລິດ ແນໃສ່ການສົ່ງເສີມໃຫ້ຊາວກະສິກອນສາມາດປູກຝັງ ແລະ ລ້ຽງສັດໄດ້ຕາມເງື່ອນໄຂຕົວຈິງຂອງທ້ອງຖິ່ນ.

ກວດແກ້ໂດຍ: ພະແນກຂໍ້ມູນຂ່າວສານການສົ່ງເສີມ

Leave a Reply

Your email address will not be published. Required fields are marked *

ງານວາງສະແດງສິນຄ້າກະສິກໍາ

ແຈ້ງການ

ຍຸດທະສາດ

ໜັງ​ສື​ພິມ ເອ​ເລັກ​ໂຕ​ນິກ

ວາລະສານກະສິກໍາ ແລະ ປ່າໄມ້

ຖານຂໍ້ມູນຕ່າງໆ





ວາລະສານການສົ່ງເສີມ

ສະຖິຕິການຜະລິດກະສິກໍາ

ເລື່ອງຫຼ້າສຸດ