Department of Agriculture Extension and Cooperatives

ກອງປະຊູມເຜີຍແຜ່ວຽກງານກຸ່ມອອມຊັບເຊມາອຶລກືມໂກ ຂອງສະຫະກອນສີນເຊື່ອຊຸມຊົນ ແຊມາອຶລກຶມໂກ ສປປ ລາວ ທີ່ ແຂວງວຽງຈັນ

ໃນຕອນເຊົ້າ ຂອງວັນທີ 03/11/2023,ໃນເວ​ລາ 8:30 ໂມງ ກອງ​ປະ​ຊຸມໄດ້ຈັດ​ຂຶ້ນ​ຢູ່​ທີ່​ພະແນກກະສິກໍາ ແລະ ປ່າໄມ້ແຂວງ ແຂວງ ວຽງຈັນ, ກອງປະຊຸມໃນຄັ້ງນີ້ໃຫ້​ກ​ຽດ​ເປັນປະ​ທານ​ກ່າວ​ເປີດກອງ​ປະ​ຊຸມ​ຢ່າງ​ເປັນ​ທາງ​ການ ໂດຍ​ ທ່ານ ພູວົງ ບຸນຊູ ຮອງເຈົ້າແຂວງວຽງຈັນ. ກອງ​ປະ​ຊຸມໄດ້​ ລາຍງານການສືກສາ​ຄວາມ​ເປັນ​ໄປ​ໄດ້ ໃນການທົດລອງຈັດຕັ້ງປະຕິບັດວຽກງານກຸ່ມອອມຊັບແຊມາອຶລກຶມໂກ ໃນ ສປປ ລາວ.  ພ້ອມດ້ວຍ ນໍາສະເໜີຜ່ານຮ່າງບົດສະເໜີໂຄງການ ແລະ ຮ່າງບົດບັນທຶກຮ່ວມມືສອງຝາຍ ຂອງໂຄງການ. ມີ​ຜູ້​ເຂົ້າ​ຮ່ວມ​ທັງ​ໝົດ 22 ທ່ານ, ເປັນ​ຍິງ 1 ທ່ານ, ເຊີ່ງ​ມາ​ຈາກ ກົມ​ສົ່ງ​ເສີມ​ກະ​ສິ​ກຳ ແລະ ສະ​ຫະ​ກອນ, ກົມແຜນການ ແລະ ການຮ່ວມມື, ພະ​ແນກ​ກະ​ສິ​ກຳ ແລະ ປ່າໄມ້​ແຂວງ, ຫ້ອງການກະສິກໍາ ແລະ ປ່າໄມ້ເມືອງ, ຫ້ອງວາການປົກຄອງແຂວງ, ພະ​ແນກ​ການ​ຕ່າງ​ປະ​ເທດ ແຂວງ ວຽງ​ຈັນ, 03 ເມືອງ​ເປົ້າ​ຂອງ​ໂຄງ​ການ ຄຶ: ມ.ໂພນ​ໂຮງ, ມ. ແມດ ແລະ ມ. ກາ​ສີ.

ຈຸດປະສົງຂອງກອງປະຊຸມ:

  1. ເພື່ອລາຍງານ ການສືກສາ, ການທົດລອງຈັດຕັ້ງປະຕີບັດກຸ່ມອອມຊັບແຊມາອຶລກຶມໂກ ໄລຍະຜ່ານມາ;
  2. ເພື່ອນໍາສະເໜີ ກອບໂຄງການ ແລະ ແຜນກິດຈະກໍາ ຂອງໂຄງການ ແຊມາອຶລກຶມໂກ ໃນສ ປປລາວ;
  3. ເພື່ອຜ່ານເນື້ອໃນ ບົດສະເໜີໂຄງການ, ກອບໂຄງການ ແລະ ກິດຈະກໍາຂອງໂຄງການແຊມາອຶລກຶມໂກ ໃນສປປ ລາວ;
  4. ເພື່ອຜ່ານຮ່າງ ບົດ​ບັ​ນ​ທຶກ​ຄວາມ​ເຂົ້າ​ໃຈ MOU;
  5. ເພື່ອເອກະພາບກັນ ໃນການຮັບຮອງ ເອົາແຜນກິດຈະກໍາ ຂອງໂຄງການ ແລະ ຮ່າງບົດບັນທຶກ ການຮ່ວມມືສອງຝາຍ.

ເນື້ອໃນ

  1. ຜູ້​ເຂົ້າ​ຮ່ວມກອງ​ປະ​ຊຸມ​ ໄດ້​ຮັບ​ຟັງ​ການ​ລາຍ​ງານ​ຫຍໍ້ໃນການລີເລີ້ມທົດລອງຄົ້ນຄວ້າການປະຕິບັດງານ ຂອງກຸ່ມອອມຊັບແຊມາອຶລກືມໂກ (Village Saving System Seamaul Geumgo) ) ໃນຮູບແບບສະຫະພັນສະຫະກອນສິນເຊື່ອຊຸມຊົນ ແຊມາອຶລກຶມໂກ ເກົາຫຼີ ( KFCC).
  2. ນໍາສະເໜີ ກອບໂຄງການ, ແບບແຜນ ແລະ ກີດຈະກໍາຂອງໂຄງການ ສ້າງກຸ່ມອອມຊັບ ແຊມາອຶລກຶມໂກ ໃນຮູບແບບຂອງ ສະຫະພັນ ສະຫະກອນ ສີນເຊື່ອຊຸມຊົນ ແຊມາອຶລກຶມໂກ ສ ເກົາຫຼີ.
  3. ນໍາສະເໜີ ຮ່າງບົດບັນທຶກ ການຮ່ວມມືສອງຝາຍ ຂອງໂຄງການ;
  4. ​ໃຫ້​ແນວ​ທາງ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ໂຄງ​ການ ​ໄປ​ໃນ​ທິດ​ທາງ​ດຽວ​ກັນ ​ເພື່ອ​ຕອບ​ສະ​ໜອງ​ຕາມ​ຈຸ​ດ​ປະ​ສົງ​ຂອງ​ໂຄງການ​ທີ່​ວາງ​ໄວ;
  5. ເພື່ອ​ສາ​ມາດ​ດຳ​ເນີນ​ແຜນ​​ການ​ຈັດ​ຕັ້ງ​ປະ​ຕິ​ບັດ ໄປ​ຕາມກອບ​ເວ​ລາ​ທີ່​ໂຄງ​ການ​ໄດ້​​ນຳ​ນົດ​ໄວ້​;
  • ກອງປະຊຸມໄດ້ຕົກລົງເອກະພາບ:

ທ່ານປະ​​ທານກອງປະຊຸມ ຮອງເຈົ້າແຂວງ ໄດ້ແນະນຳໃຫ້ 4 ເມືອງ ທີ່ເຂົ້າຮ່ວມກອງປະຊຸມພ້ອມກັນຄົ້ນຄວ້າປະກອບຄຳເຫັນໃສ່ບົດສະເໜີຂອງໂຄງການໃຫ້ສອດຄ່ອງກັບລະບຽບການຂອງການຮ່ວມມືພົວພັນ ໂດຍສະພາະເນັ້ນໃສ່ທ້ອງຖີ່ນກໍ່ຄືພື້ນທີ່ເປົ້າໝາຍ ຂອງໂຄງການ ຢູ່ຂັ້ນເມືອງ, ເຊີ່ງເປີດໂອກາດໃຫ້ບັນດາທ່ານເຈົ້າເມືອງ ແລະ ຜູ້ເຂົ້າຮ່ວມໄດ້ມີຄຳຄິດເຫັນຕໍ່ການລາຍງານນຳສະເໜີຂອງວິຊາການໂຄງການດັ່ງກ່າວ.

   ເຊິ່ງການປະກອບຄໍາຄິດເຫັນ ມີດັ່ງນີ້:

  1. ທ່ານ ຄະນະການນໍາເມືອງ ກໍ່ຄືເຈົ້າເມືອງ ເມືອງ ໂພນໂຮງ, ເຈົ້າເມືອງ ເມືອງ ເມດ ໄດ້ປະກອບຄໍາຄິດເຫັນໃສ່ ບົດນໍາສະເໜີຂອງກອບໂຄງການ ໂດຍບົນພື້ນຖານ ເຫັນດີ ບໍ່ວ່າຈະເປັນດ້ານເນື້ອໃນ ແລະ ກິດຈະກໍາທີ່ສອດຄ່ອງກັບການພັດທະນາເສດຖະກິດສັງຄົມ ຂອງບ້ານ ເມືອງ ແລະ ແຂວງ. ພ້ອມນີ້ກໍ່ໃຫ້ຄໍາປະກອບຕໍ່ກັບຂັ້ນຕອນຍືນເອກະສານທີ່ຕ້ອງປະຕິບັດຕາມລະບຽບການ ແລະ ພ້ອມໃຫ້ການສະໜັບສະໜູນ ທຸກໆ ດ້ານໃນການປະກອບເອງກະສານຕ່າງໆ ທີ່ກ່ຽວຂ້ອງ ແລະ ຖືກຕ້ອງຕາມລະບຽບລັດ ລະບຽບຂອງແຕ່ລະກະຊວງທີ່ກ່ຽວຂ້ອງ.
  2. ຫ້ອງການກະສິກໍາ ແລະ ປ່າໄມ້ ເມືອງ ໂພນໂຮງ, ເມືອງ ກາສີ ແລະ ເມືອງ ເເມດ ແມ່ນເຫັນດີ ເປັນເອກະພາບ ກັບຄໍາຄິດເຫັນຂອງເຈົ້າເມືອງ ພ້ອມດ້ວຍ ເນັ້ນໃຫ້ມີກິດຈະກໍາ ທີ່ສອດຄ່ອງ ແລະ ຄ່ຽງຄູ່ໄປກັບກິດຈະກໍາ ຂອງການສົ່ງເສີມການຜະລິດກະສິກໍາເປັນສິນຄ້າ ເພື່ອໃຫ້ຕອບສະໜອງແຜນຍຸດທະສາດຂອງກະຊວງກະສິກໍາ ແລະ ປ່າໄມ້ ກໍ່ຄືແຜນຍຸດທະສາດ ຂອງ ສ ປປລາວ ນັ້ນເອງ.
  3. ຫົວໜ້າພະແນກພົວພັນການຕ່າງປະເທດ ຂັ້ນແຂວງ ທີ່ກ່ຽວຂ້ອງກັບການສະໜັບສະໜູນ ຈະໄດ້ປະກອບເອກະສານ ໃຫ້ຖືກຕາມຂັ້ນຕອນ ຂອງດໍາລັດເລກທີ 013/ນຍ,ລົງວັນທີ 08/01/2010.

ກອ່ນການປິດກອງປະຊຸມ ທ່ານ ພູວົງ ບຸນຊູ ຮອງເຈົ້າແຂວງໆ ວຽງຈັນ ໃນນາມປະທານກອງປະຊຸມ ​​ໄດ້ໃຫ້ທິດ ແລະຊີ້ນຳ ໃຫ້ແຕ່ລະເມືອງເປົ້າໝາຍຂອງໂຄງ​​ການ ຈົ່ງພ້ອກັນເອົາໃຈໃສ່ປະກອບເອກະສານໃຫ້ຄົບຖ້ວນ ​​ເພຶ່ອຂໍຮັບຮອງເອົາໂຄງການ, ສະເພາະ ພະແນກພົວພັນການຕ່າງປະເທດ ຊ່ວຍດຳເນີນເອກສານໃຫ້ຖືກຕາມຂັ້ນຕອນ ເພື່ອສະເໜີໃຫ້ກະຊວງທີ່ກ່ຽວຂ້ອງເປັນບ່ອນອິງ ແລະ ດຳເນີນການໃນຂັ້ນຕອນຕໍ່ໄປ ເພື່ອເຊັນ ບົດບັນທືກຄວາມເຂົ້າໃຈ (MOU) ກອງປະຊູມໄດ້ດຳເນີນເປັນເວລາ 1 ວັນ ແລະ ໄດ້ປິດລົງຢ່າງເປັນມທາງການ ໃນເວລາ 4:30 ໂມງ ຂອງວັນດຽວກັນ.

ຂຽນໂດຍ: ນ. ຄໍາຫຼ້າ ໄຊຍະແພງ

ກວດແກ້ໂດຍ: ພະແນກຂໍ້ມູນຂ່າວສານການສົ່ງເສີມ ແລະ ເຊື່ອມໂຍງຕະຫຼາດ

Leave a Reply

Your email address will not be published. Required fields are marked *

ງານວາງສະແດງສິນຄ້າກະສິກໍາ

ແຈ້ງການ

ຍຸດທະສາດ

ໜັງ​ສື​ພິມ ເອ​ເລັກ​ໂຕ​ນິກ

ວາລະສານກະສິກໍາ ແລະ ປ່າໄມ້

ຖານຂໍ້ມູນຕ່າງໆ





ວາລະສານການສົ່ງເສີມ

ສະຖິຕິການຜະລິດກະສິກໍາ

ເລື່ອງຫຼ້າສຸດ