Department of Agriculture Extension and Cooperatives

ຝຶກອົບຮົມ ກ່ຽວກັບວຽກງານບໍລິຫານຈັດການ ຄຸ້ມຄອງຖານຂໍ້ມູນຂ່າວສານໃນ 3 ສູນພັດທະນາກະສິກໍາ ແຂວງ ຄໍາມ່ວນ, ແຂວງສະຫວັນນະເຂດ ແລະ ແຂວງ ສາລະວັນ

ກົມສົ່ງເສີມເຕັກນິກ ແລະ ປຸງແຕ່ງກະສິກໍາ  ແມ່ນເປັນກົມໜຶ່ງທີ່ມີໜ້າທີ່ຮັບຜິດຊອບໃນການພັດທະນາບຸກຄະລະກອນ ແຕ່ຮາກຖານ ຮອດຂັ້ນສູນກາງ,  ເສີມສ້າງທາງດ້ານເຕັກນິກວິຊາການເປັນຕົ້ນ:  ວຽກງານດ້ານການສ້າງຂີດຄວາມສາມາດສະເພາະດ້ານ, ວຽກງານຂໍ້ມູນຂ່າວສານການສົ່ງເສີມຕ່າງໆ ໂດຍສະເພາະວຽກງານການສ້າງຖານຂໍ້ມູນຂ່າວສານ ແລະ ວຽກງານເຜີຍແຜ່ທາງດ້ານກະສິກໍາ. ໃນໄລຍະຜ່ານມາທາງສູນພັດທະນາກະສິກໍາ ບໍ່ໄດ້ຮັບການຝຶກອົບຮົມທາງດ້ານການເຊື່ອມຍົງ ທາງດ້ານຂໍ້ມູນຂ່າວສານການສົ່ງເສີມ  ແລະ  ວຽກງານການນໍາໃຊ້ຫຼັກສູດຝຶກອົບຮົມ  ຫຼື  ການສ້າງແຜນ ການຝຶກແຕ່ເພື່ອເຮັດໃຫ້ວຽກງານດັ່ງກ່າວ ຂອງສູນພັດທະນາກະສິກໍາ ໄດ້ອອກສູ່ວົງກວ້າງ ມັນຕ້ອງໄດ້ມີການເຊື່ອມຍົງທາງດ້ານຂ່າວສານ  ແລະ  ຖານຂໍ້ມູນ ຂອງສູນພັດທະນາກະສິກໍາ ຕິດພັນກັບການປຸງແຕ່ງກະສິກໍ ເພື່ອເພີ້ມມູນຄ່າຜົນຜະລິດ ໃຫ້ແກ່ຊາວກະສິກອນ.  ຊຶ່ງເປັນບ່ອນເຊື່ອມຍົງໃນການພົວພັນລະຫວ່າງຂັ້ນທ້ອງຖິ່ນ  ຂຶ້ນຫາຂັ້ນສູນກາງ  ໂດຍສະ ເພາະໃນການລາຍງານ,  ລະບົບການສົ່ງ-ຮັບຂໍ້ມູນຂ່າວສານຕ່າງໆ ໃຫ້ສະດວກ,  ວ່ອງໄວໃນປະຈຸບັນ  ແລະ  ອາ ນາຄົດຕໍ່ໜ້າ ເພື່ອເພີ້ມຄວາມອາດສາມາດ ຂອງພະນັກງານ ຂອງສູນໃຫ້ມີຄວາມເຂັ້ມແຂງໃນການຖ່າຍທອດບົດຮຽນໃຫ້ແກ່ຊາວກະສິກອນ ເພື່ອເຮັດໃຫ້ບັນລຸເປົ້າໝາຍຂອງການທີ່ທາງພະແນກຂໍ້ມູນຂ່າວສານທີ່ໄດ້ກໍານົດໄວ້ດັ່ງກ່າວ ດໍາເນີນໄປດ້ວຍດີ ແລະ ໄດ້ຮັບຜົນສໍາເລັດເປັນກ້າວໆ ດັ່ງນັ້ນ, ທາງພະແນກກໍ່ຄືກົມສົ່ງເສີມຈຶ່ງໄດ້ຈັດຝຶກອົບຮົມຂຶ້ນຢ່າງເປັນທາງການໃຫ້ແກ່ສູນພັດທະນາກະສິກໍາໜອງແດງ (ແຂວງສາລະວັນ) ສູນພັດທະນາກະສິກໍາຫຼັກ 35 (ແຂວງ ສະຫວັນນະເຂດ) ແລະ ສູນພັດທະນາກະສິກໍາ ເຊບັ້ງໄຟ (ແຂວງຄໍາມ່ວນ). ກອງປະຊຸມໄດ້ຮັບຄັ້ງນີ້ໄດ້ຮັບເປັນກຽດ ເປັນປະທານກອງຊຸມຝຶກອົບຮົມທັງ 3 ສູນພັດທະນາກະສິກໍາໂດຍທ່ານ (ທ່ານ ຄໍາຜົງ ໄຊຍະຫວັດ  ຫົວໜ້າສູນພັດທະນາກະສິກໍາໜອງແດງ, ທ່ານ ສົມພົງ ວົງສຸທິ ຮອງສູນພັດທະນາກະສິກໍາ ຫຼັກ 35 ແລະ ທ່ານ ຈັນທະໄລ ສຸວັນນະລາດ ຮອງຫົວໜ້າສູນພັດທະນາກະສິກໍາ ເຊບັ້ງໄຟ) ເພື່ອເຜີຍແຜ່ຜັນຂະຫຍາຍຈັດຕັ້ງ ປະຕິບັດແຜນການໃນວຽກງານ ຖານຂໍ້ມູນຂ່າວສານການສົ່ງເສີມ ເພື່ອວາງແຜນໃນການເຊື່ອມຍົງລະບົບ ຖານຂໍ້ມູນຂ່າວສານ ເພື່ອສ້າງຕາໜ່າງຂໍ້ມູນການຮຽນຮູ້ດ້ານເຕັກນິກກະສິກໍາ ໂດຍຜ່ານຮູບແບບອີເຫຼັກໂຕຣນິກຂໍ້ມູນຂ່າວສານ ການນໍາໃຊ້ເວລາຝຶກອົບຮົມຕົວຈິງ 13 ວັນເຕັມ  (ຈັດຂຶ້ນທີ່ສູນພັດທະນາກະສິກໍາໜອງແດງ ແຂວງສາລະວັນ, ສູນພັດທະນາກະສິກໍາ ຫຼັກ 35 (ແຂວງສະຫວັນນະເຂດ) ແລະ ສູນພັດທະນາກະສິກໍາ ເຊບັ້ງໄຟ (ແຂວງຄໍາມ່ວນ) ສະຖານທີ່ຝຶກອົບຮົມ: ຈັດຂຶ້ນທີ່ສູນພັດທະນາກະສິກໍາໜອງແດງ (ແຂວງສາລະວັນ), ສູນພັດທະນາກະສິກໍາ ຫຼັກ 35 (ແຂວງສະຫວັນນະເຂດ) ແລະ ສູນພັດທະນາກະສິກໍາ ເຊບັ້ງໄຟ (ແຂວງຄໍາມ່ວນ) ຝຶກອົບຮົມຄັ້ງນີ້ມີຜູ້ເຂົ້າຮ່ວມຮ່ວມທັງ 3 ສູນພັດທະນາກະສິກໍາມີ 29 ທ່ານ ໃນນັ້ນ ຍີງ 3 ທ່ານ ໃນນີ້ພະນັກງານຂອງສູນພັດທະນາກະສິກໍາໜອງແດງ  (ແຂວງສາລະວັນ)  ມີ  11 ທ່ານ,  ຍິງ 2 ທ່ານສູນພັດທະນາກະສິກໍາ ຫຼັກ 35 (ແຂວງສະຫວັນນະເຂດ) ມີ  10 ທ່ານ,  ຍິງ 0 ທ່ານແລະ ພະນັກງານຂອງສູນພັດທະນາກະສິກໍາເຊບັ້ງໄຟ (ແຂວງຄໍາມ່ວນ) ມີ  8 ທ່ານ, ຍິງ 1 ທ່ານ.

ກວດແກ້ໂດຍ: ພະແນກຂໍ້ມູນຂ່າວສານການສົ່ງເສີມ

Leave a Reply

Your email address will not be published. Required fields are marked *

ງານວາງສະແດງສິນຄ້າກະສິກໍາ

ແຈ້ງການ

ຍຸດທະສາດ

ໜັງ​ສື​ພິມ ເອ​ເລັກ​ໂຕ​ນິກ

ວາລະສານກະສິກໍາ ແລະ ປ່າໄມ້

ຖານຂໍ້ມູນຕ່າງໆ





ວາລະສານການສົ່ງເສີມ

ສະຖິຕິການຜະລິດກະສິກໍາ

ເລື່ອງຫຼ້າສຸດ