Department of Agriculture Extension and Cooperatives

ການຈັດຝຶກອົບຮົມ ຫົວຂໍ້: ການເປັນຄູຝຶກ ດ້ານຄວາມຮູ້ພື້ນຖານກ່ຽວກັບແຜນທຸລະກິດຂອງສະຫະກອນ

ກົມສົ່ງເສີມກະສິກຳ ແລະ ສະຫະກອນ ໃຫ້ຄວາມສຳຄັນຕໍ່ກັບການພັດທະນາ ແລະ ສ້າງຄວາມເຂັ້ມແຂງດ້ານບຸກຄະລາກອນ ສະເພາະດ້ານການຂຽນແຜນທຸລະກິດຂອງສະຫະກອນ ເພື່ອປະກອບສ່ວນເຂົ້າໃນການພັດທະນາວຽກງານສະຫະກອນ ໃນ ສປປ ລາວ ໃຫ້ມີຄວາມເຂັ້ມແຂງ, ຍື່ນຍົງ ແລະ ສາມາດເຊື່ອມໂຍງກັບສາກົນໄດ້. ໂດຍປະຕິບັດຕາມແຜນການເຄື່ອນໄຫວກິດຈະກຳຂອງໂຄງການພັດທະນາເສດຖະກິດທີ່ຢືນຍົງໂດຍຜ່ານລະບົບສະຫະກອນ ປະຈຳປີ 2024 ໃຫ້ສຳເລັດຜົນຕາມຈຸດປະສົງເປົ້າໝາຍຂອງໂຄງການ. ພາຍໃຕ້ການຮ່ວມມືຂອງ ກົມສົ່ງເສີມກະສິກຳ ແລະ ສະຫະກອນ ກັບອົງການ ສະຫະພັນສະຫະກອນປະເທດເຢຍລະມັນ ແລະ ໄຮໄຟເຊັນ ປະຈຳ ສປປ ລາວ (DGRV).

ດ້ວຍເຫດຜົນຄວາມຄວາມສຳຄັນດັ່ງກ່າວ ກົມສົ່ງເສີມກະສິກຳ ແລະ ສະຫະກອນ ກັບ ອົງການສະຫະພັນສະຫະກອນເຢຍລະມັນ ແລະ ໄຮໄປເຊັນ ປະຈຳລາວ (DGRV) ໄດ້ຮ່ວມກັນຈັດຝຶກອົບຮົມໃນຫົວຂໍ້: ການເປັນຄູຝຶກ ດ້ານຄວາມຮູ້ພື້ນຖານການຂຽນແຜນທຸລະກິດຂອງສະຫະກອນ ໃຫ້ພະນັກງານກົມສົ່ງເສີມກະສິກຳ ແລະ ສະຫະກອນ ແລະ ຂະແໜງການທີ່ກ່ຽວຂ້ອງ ຢູ່ຫ້ອງປະຊຸມຂອງໂຮງແຮມທະວິສຸກ ໃນລະຫວ່າງວັນທີ 03-05 ກໍລະກົດ 2024. ຊຶ່ງການຈັດຝຶກອົບຮົມຄັ້ງນີ້ ໄດ້ຮັບກຽດເປັນປະທານ ເປີດ-ປີດ ບັ້ນຝຶກອົບຮົມ ຂອງທ່ານ ປອ ພັນໄຊ ອີງໄຊ ຮອງຫົວໜ້າກົມສົ່ງເສີມກະສິກຳ ແລະ ສະຫະກອນ ພ້ອມທັງເປັນຜູ້ຊີ້ນຳໂຄງການດ່ັງກ່າວ.

ໃນນັ້ນມີນັກສຳມະນາກອນ ເຂົ້າຮ່ວມຝຶກອົບຮົມ ທີ່ມາຈາກຫຼາຍຂະແໜງທີ່ກ່ຽວຂ້ອງໄດ້ແກ່: ຕາງໜ້າຈາກກົມສົ່ງເສີມກະສິກຳ ແລະ ສະຫະກອນ, ພະແນກກະສິກຳ ແລະ ປ່າໄມ້ ແຂວງຫົວພັນ, ແຂວງຊຽງຂວາງ, ແຂວງສະຫັວນະເຂດ, ແຂວງຈຳປາສັກ, ນະຄອນຫຼວງວຽງຈັນ, ຄະນະສັງຄົມສາດ ມະຫາວິທຍາໄລແຫ່ງຊາດ, ຄະນະກະເສດສາດມະຫາວິທະຍາໄລສຸພານຸວົງ, ຄະນະກະເສດສາດ ແລະ ປ່າໄມ້ ມາຫະວິທະຍາໄລຈຳປາສັກ, ວິທະຍາໄລກະສິກຳດົງຄຳຊ້າງ, ສະຖາບັນການທະນາຄານ ທະນາຄານແຫ່ງສປປ ລາວ ແລະ ຕົວແທນຈາກສະຫະກອນກະສິກຳ ລວມຜູ້ເຂົ້າຮ່ວມທັງໝົດ 22 ທ່ານ, ຍິງ 13 ທ່ານ, ໃນນັ້ນ ໄດ້ຮັບກຽດເປັນຄູຝຶກ ຈາກອົງການ DGRV ຈຳນວນ 02 ທ່ານ.

ຈຸດປະສົງ ເພື່ອໃຫ້ບັນດານັກສະມາກອນ ມີຄວາມເຂົ້າໃຈກ່ຽວກັບ ຄວາມຮູ້ພື້ນຖານ ກ່ຽວກັບການຂຽນແຜນທຸລະກິດຂອງສະຫະກອນ, ພ້ອມທັງໄດ້ທົບທວນຄືນບັນດານິຕິກຳ, ບັນດາຫຼັກ ການ, ອຸດົມການ ແລະ ວິທີການ ໃນການຈັດຕັ້ງປະຕິບັດວຽກງານສະຫະກອນ. ທັງໝົດນີ້ກໍເພື່ອເສີມສ້າງໃຫ້ນັກສຳມະນາກອນ ຈຳນວນ 22 ທ່ານ ໃຫ້ກາຍເປັນຄູຝຶກໃນການເອື້ອອຳນວຍ ການບໍລິຫານຈັດການສະຫະກອນ ແລະ ການດຳເນີນງານແຜນທຸລະກິດ ໃຫ້ແກ່ບັນດາສະຫະກອນ ໃນ ຂອບເຂດທ່ົວປະເທດ. ພ້ອມທັງຜັນຂະຫຍາຍບັນດານິຕິກຳຕ່າງໆ ທີ່ຕິດພັນກັບວຽກງານການຊຸກຍູ້, ສົ່ງເສີມ ແລະ ການພັດທະນາສະຫະກອນ ໃນສປປ ລາວ. ນອກຈາກນັ້ນ ນັກສຳມະນາກອນທີ່ມາຈາກບັນດາສະຖາບັນການສຶກສາ ແມ່ນມີຈຸດປະສົງ ຜັນຂະຫຍາຍນິຕິກຳຕ່າງໆ ກ່ຽວກັບການພັດທະນາສະຫະກອນ ໃນ ສປປ ລາວ ເປັນບົດສອນເຂົ້າໃນຫຼັກສູດ ການຮຽນ-ການສອນ ພາຍໃນສະຖາບັນຂອງຕົນ.

ຕີລາຄາຜົນໄດ້ຮັບຂອງການດຳເນີນການຝຶກອົບຮົມ: ໂດຍພື້ນຖານ ໃນການດຳເນີນບັ້ນຝຶກອົບຮົມຄັ້ງນີ້ ຄະນະທິມງານຄູຝຶກ  ແລະ ນັກສຳມະນກອນ ທຸກທ່ານ ໄດ້ມີຄວາມເຫັນດີເປັນເອກະພາບ ແລະ ພ້ອມພາກັນດຳເນີນໄປຕາມເນື້ອໃນສຳຄັນຂອງວາລະທີ່ກຳນົດໄວ້ຢ່າງຄົບຖ້ວນ ແລະ ສົມບູນ. ຊຶ່ງໃນເບື້ອງຕົ້ນ ນັກສຳມະກອນ ມີຄວາມເຂົ້າໃຈຢ່າງເລິກຊຶ່ງ ກ່ຽວກັບ ຄວາມໝາຍຄວາມສຳຄັນຂອງຄຳວ່າ: ແຜນທຸລະກິດຂອງສະຫະກອນ, ລວມໄປເຖິງ ຜົນປະໂຫຍດທີ່ໄດ້ຮັບຈາກການສ້າງແຜນທຸລະກິດພາຍໃນຂອງສະຫະກອນ ແລະ ປັດໃຈສຳຄັນ ທີ່ເຮັດໃຫ້ສະຫະກອນມີຜົນສຳເລັດ ໂດຍຕິດພັນກັບບັນດານະໂຍບາຍຕ່າງໆ ຂອງພາກລັດ ທີ່ມີຕໍ່ສະຫະກອນ ທີ່ສະຫະກອນຕ້ອງປະຕິບັດ ແລະ ໃຫ້ສອດຄ່ອງກັບການຈັດຕັ້ງປະຕິບັດໃນຮູບບແບບຂອງສະຫະກອນ.

ໂດຍຄູຝຶກ ໄດ້ຕິລາຄາການຮັບຮູ້ ແລະ ຄວາມເຂົ້າໃຈ ຂອງນັກສຳມະນາກອນໄດ້ເຖິງ 85% ທັງໝົດນີ້ ສະແດງໃຫ້ເຫັນວ່າ ການຈັດຝຶກອົບຮົມໃນຫົວຂໍ້ ຄວາມຮູ້ພື້ນຖານໃນການຂຽນແຜນທຸລະກິດຂອງສະຫະກອນ ໃນຄັ້ງນີ້ ໄດ້ສຳເລັດຜົນ ຕາມຈຸດປະສົງເປົ້າໝາຍ ທີ່ກຳນົດໄວ້ຢ່າງຄົບຖ້ວນ ແລະ ສົມບູນ.

ຕອນທ້າຍຂອງການຝຶກອົບຮົມ ທ່ານ ປອ ພັນໄຊ ອີງໄຊ ຮອງຫົວໜ້າກົມສົ່ງເສີມກະສິກຳ ແລະ ສະຫະກອນ ພ້ອມທັງເປັນຜູ້ຊີ້ນຳໂຄງການ ໄດ້ມີຄຳເຫັນ ແລະ ໃຫ້ທິດຊີ້ນຳແກ່ບັນດານັກສະມາກອນ ກໍຄື ບັນດາຄູຝຶກ ຄົນໃໝ່ ເພື່ອນຳໄປຈັດຕັ້ງປະຕິບັດຢ່າງມີຄວາມເອົາໃຈໃສ່ ແລະ ມີຄວາມຮັບຜິດຊອບສູງ ຕໍ່ການປະກອບສ່ວນເຂົ້າໃນການວຽກງານການພັດທະນາສະຫະກອນ ໃນ ສປປ ລາວ ແລະ ໃຫ້ເກີດປະໂຫຍດສູງສູຸດ ໂດຍສະເພາະການເປັນຜູ້ເອື້ອອຳນວຍໃຫ້ແກ່ບັນດາສະຫະກອນ ໃນການບໍລິຫານຈັດການ, ການດຳເນີນກິດຈະການຂອງສະຫະກອນ ໃຫ້ປະຕິບັດໄປໃນລວມດຽວກັນ. ແລະ ສະເໜີໃຫ້ອົງການສະຫະພັນສະຫະກອນເຢຍລະມັນ ແລະ ໄຮໄຟເຊັນ (DGRV) ສືບຕໍ່ໃຫ້ການສະໜັບສະໜູນໃນການສ້າງຄວາມເຂັ້ມແຂງບຸກຄະລາກອນສະເພາະດ້ານສະຫະກອນ ແລະ ວຽກງານອື່ນໆ ທີ່ກ່ຽວຂ້ອງ.

ຈາກນັ້ນໄດ້ມອບໃບຢັ້ງຢືນໃຫ້ແກ່ນັກສຳມະນາກອນ ເພື່ອຢັ້ງຢືນ ແລະ ເປັນບ່ອນອີງໃຫ້ແກ່ນັກສຳມະນາກອນໃນການເປັນຄູຝຶກ ດ້ານການພັດທະນາສະຫະກອນ ໃນ ສປປ ລາວ. ສຸດທ້າຍ ເວລາ 16:00 ຂອງວັນທີ 06 ກໍລະກົດ 2024 ກໍໄດ້ປິດລົງ ບັ້ນຝຶກອົບຮົມ ຢ່າງເປັນທາງການ.

ຂຽນໂດຍ: ນາງ ບົວທອງ ແກ້ວຫລ້າ  ພະແນກສົ່ງເສີມກຸ່ມ, ສະຫະກອນ ແລະ ກອງທຶນ

ກວດແກ້ໂດຍ: ພະແນກຂໍ້ມູນຂ່າວສານການສົ່ງເສີມ ແລະ ເຊື່ອມໂຍງຕະຫຼາດ

Leave a Reply

Your email address will not be published. Required fields are marked *

ງານວາງສະແດງສິນຄ້າກະສິກໍາ

ແຈ້ງການ

ຍຸດທະສາດ

ໜັງ​ສື​ພິມ ເອ​ເລັກ​ໂຕ​ນິກ

ວາລະສານກະສິກໍາ ແລະ ປ່າໄມ້

ຖານຂໍ້ມູນຕ່າງໆ





ວາລະສານການສົ່ງເສີມ

ສະຖິຕິການຜະລິດກະສິກໍາ

ເລື່ອງຫຼ້າສຸດ