Department of Agriculture Extension and Cooperatives

ພິທີ ມອບ-ຮັບ ແຜນງານສ້າງຄວາມເຂັ້ມແຂງໃຫ້ແກ່ຕ່ອງໂສ້ມູນຄ່າອາຫານ ໃນ ສປປ ລາວ ຂອງໂຄງການສ້າງຄວາມເຂັ້ມແຂງໃຫ້ແກ່ຕ່ອງໂສ້ມູນຄ່າອາຫານ ໃນ ສປປ ລາວ

ໃນວັນທີ 25 ກຸມພນາ 2025 ກົມສົ່ງເສີມກະສິກໍາ ແລະ ສະຫະກອນ, ກະຊວງກະສິກໍາ ແລະ ປ່າໄມ້ ໄດ້ຈັດພິ ທີ ມອບ-ຮັບ ແຜນງານສ້າງຄວາມເຂັ້ມແຂງໃຫ້ແກ່ຕ່ອງໂສ້ມູນຄ່າອາຫານ ໃນ ສປປ ລາວ ຂອງໂຄງການສ້າງຄວາມເຂັ້ມ ແຂງໃຫ້ແກ່ຕ່ອງໂສ້ມູນຄ່າອາຫານ ໃນ ສປປ ລາວ ຂຶ້ນ. ທີ່ນະຄອນຫຼວງວຽງຈັນ, ຕາງໜ້າອົງການໄຈກາ ລົງນາມເຊັນມອບໂດຍ ທ່ານ ໂນລິຢູກິ ອີໂຕະ ຕາງໜ້າອົງການໄຈກາ ປະຈໍາລາວ; ຕາງໜ້າກະຊວງກະສິກໍາ ແລະ ປ່າໄມ້ ລົງນາມເຊັນຮັບໂດຍ ທ່ານ ສົມພອນແກ້ວຫາວົງ ຫົວໜ້າກົມສົ່ງເສີມກະສິກໍາ ແລະ ສະຫະກອນ;, ໂດຍການໃຫ້ກຽດເຂົ້າຮ່ວມ ຂອງ ທ່ານ ປອ. ນາງ ຈັນທະຄອນ ບົວລະພັນ ຮອງລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້; ທ່ານຮອງຫົວໜ້າກົມສົ່ງເສີມກະສິກໍາ ແລະ ສະຫະກອນ, ກົມແຜນການ ແລະ ການຮ່ວມມື; ຕາງໜ້າກະຊວງອຸດສາຫະກໍາ ແລະ ການຄ້າ, ກະຊວງສາທາລະນະສຸກ; ຫົວໜ້າ-ຮອງຫົວໜ້າ ພະແນກກະສິກໍາ ແລະ ປ່າໄມ້ແຂວງ ແລະ ນະຄອນຫຼວງວຽງຈັນເປົ້າໝາຍຂອງໂຄງການ; ຫົວໜ້າ ແລະ ຄະນະທີມງານຊ່ຽວ ຊານໂຄງການ FVC ອົງການໄຈກາ ເຂົ້າຮ່ວມເປັນສັກຂີພິຍານ. ໂຄງການສ້າງຄວາມເຂັ້ມແຂງໃຫ້ແກ່ຕ່ອງໂສ້ມູນຄ່າ ໃນ ສປປ ລາວ ມີຈຸດປະສົງ ເພື່ອສະໜັບສະໜູນການສ້າງແຜນແມ່ບົດ, ຊຶ່ງແຜນແມ່ບົດດັ່ງກ່າວນີ້ ຈະຊ່ວຍໃນການແກ້ໄຂ ຫຼື ເປັນບ່ອນອີງໃຫ້ແກ່ການສ້າງຄວາມເຂັ້ມແຂງ ໃຫ້ແກ່ຕ່ອງໂສ້ມູນຄ່າອາຫານ ເພື່ອສະໜອງຄວາມຕ້ອງການຕະຫຼາດພາຍໃນ ແລະ ມາດຕະ ຖານຂອງປະເທດໃກ້ຄຽງ ແລະ ເພື່ອປະກອບສ່ວນເຂົ້າໃນການບັນລຸເປົ້າໝາຍການພັດທະນາແຫ່ງຊາດ. ໃນການສ້າງແຜນສ້າງຄວາມເຂັ້ມແຂງໃຫ້ກັບລະບົບຕ່ອງໂສ້ມູນຄ່າອາຫານ ໃນ ສປປ ລາວ ແມ່ນໄດ້ ອີງຕາມກົດໝາຍວ່າດ້ວຍການສ້າງນິຕິກໍາ ແລະ ຄໍາແນະນໍາ ການສ້າງນິຕິກໍາສໍາລັບວຽກງານກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ ແລະ ໄດ້ຮັບການປະກອບຄໍາເຫັນຈາກຂະແໜງການທີ່ກ່ຽວຂ້ອງຂັ້ນກະຊວງ ແລະ ພະແນກກະສິກໍາ ແລະ ປ່າໄມ້ ໃນຂອບເຂດທົ່ວປະເທດ ຈິ່ງເຮັດໃຫ້ແຜນສ້າງຄວາມເຂັ້ມແຂງ ລະບົບຕ່ອງໂສ້ມູນຄ່າອາຫານ ໃນ ສປປ ລາວ ມີເນື້ອໃນຄົບຖ້ວນ ແລະ ສາມາດອອກຂໍ້ຕົກລົງປະກາດໃຊ້ຢ່າງເປັນທາງການ.

ສໍາລັບ ແຜນງານສ້າງຄວາມເຂັ້ມແຂງໃຫ້ຕ່ອງໂສ້ມູນຄ່າອາຫານໃນ ສປປ ລາວ ນີ້ ແມ່ນຖືເປັນໜຶ່ງໃນຜົນສໍາເລັດຂອງຮູບແບບໂຄງການການຮ່ວມມືດ້ານວິຊາການ ແລະ ການຊ່ວຍເຫຼືອລ້າຂອງລັດຖະບານຍີ່ ປຸ່ນ ໂດຍຜ່ານອົງການ JICA ປະຈໍາ ສປປລາວ. ເພື່ອຈັດຕັ້ງຜັນຂະຫຍາຍ ແຜນງານສ້າງຄວາມເຂັ້ມແຂງໃຫ້ແກ່ຕ່ອງໂສ້ມູນຄ່າອາຫານ ໃນ ສປປ ລາວ ໃຫ້ມີຜົນສໍາເລັດເປັນກ້າວໆນັ້ນ ທ່ານຮອງລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ ໄດ້ມີບາງຄໍາເຫັນຊີ້ນໍາ ດັ່ງນີ້:

  1. ມອບໃຫ້ກົມສົ່ງເສີມກະສິກໍາ ແລະ ສະຫະກອນ ຈັດຕັ້ງການເຜີຍແຜ່ ແຜນງານສະບັບນີ້ ໃຫ້ບັນດາກົມ, ກະຊວງທີ່ກ່ຽວຂ້ອງ ແລະ ທ້ອງຖິ່ນ ຕິດພັນກັບການເຜີຍແຜ່ ກົດໝາຍວ່າດ້ວຍສະຫະກອນ ແລະ ດໍາລັດວ່າດ້ວຍກະສິກໍາແບບມີສັນຍາ;
  2. ສະເໜີ ໃຫ້ກະຊວງທີ່ກ່ຽວຂ້ອງ, ບັນດາກົມທີ່ຂຶ້ນກັບກະຊວງກະສິກໍາ ແລະ ປ່າໄມ້, ພະແນກກະສິກໍາ ແລະ ປ່າໄມ້ ຂັ້ນທ້ອງຖິ່ນ ນໍາເອົາແຜນງານສ້າງຄວາມເຂັ້ມແຂງໃຫ້ແກ່ຕ່ອງໂສ້ມູນຄ່າອາຫານ ໃນ ສປປ ລາວ ໄປຈັດຕັ້ງຜັນຂະຫຍາຍ ເຂົ້າໃນແຜນພັດທະນາວຽກງານຂອງຕົນ;
  3. ສະເໜີ ໃຫ້ອົງການຮ່ວມືສາກົນຍີ່ປຸ່ນ (JICA) ສືບຕໍ່ໃຫ້ການຊ່ວຍເຫຼືອທາງດ້ານງົບປະມານ ແລະ ວິຊາການ ຢູ່ແຂວງເປົ້າໝາຍເກົ່າ ແລະ ຂະຫຍາຍເຂັ້ມເປົ້າໝາຍໃໝ່ ຕື່ມອີກ ໂດຍເລືອກເອົາແຂວງ ທີ່ມີທ່າ ແຮງກ່ຽວກັບຕ່ອງໂສ້ມູນຄ່າອາຫານ ເພື່ອສົ່ງເສີມໃຫ້ມີຄວາມເຂັ້ມ ແລະ ທັນສະໄໝ ສາມາດຕອບສະໜອງພາຍໃນຢ່າງພຽງພໍ ແລະ ສາມາດສົ່ງອອກເປັນສິນຄ້າ ໃນອະນາຄົດ.

ກວດແກ້ໂດຍ: ພະແນກຂໍ້ມູນຂ່າວສານການສົ່ງເສີມ ແລະ ເຊື່ອມໂຍງຕະຫຼາດ

ຂຽນໂດຍ: ແສງສຸລີ ມາຍມະນີວົງ

Leave a Reply

Your email address will not be published. Required fields are marked *

ງານວາງສະແດງສິນຄ້າກະສິກໍາ

ແຈ້ງການ

ຍຸດທະສາດ

ໜັງ​ສື​ພິມ ເອ​ເລັກ​ໂຕ​ນິກ

ວາລະສານກະສິກໍາ ແລະ ປ່າໄມ້

ຖານຂໍ້ມູນຕ່າງໆ





ວາລະສານການສົ່ງເສີມ

ສະຖິຕິການຜະລິດກະສິກໍາ

ລາຍການກະສິກໍາ ແລະ ປ່າໄມ້
ວີດີໂອສົ່ງເສີມການຜະລິດກະສິກໍາ
ເລື່ອງຫຼ້າສຸດ