Department of Agriculture Extension and Cooperatives

ກອງປະຊຸມສະມາຊິກພັກຂອງຄະນະພັກຮາກຖານ, ກົມສົ່ງເສີມກະສິກໍາ ແລະ ສະຫະກອນ, ເພື່ອປ່ອນບັດເລືອກຕັ້ງເອົາຜູ້ແທນສົມບູນ ແລະ ສໍາຮອງ ເຂົ້າຮ່ວມກອງປະຊຸມໃຫຍ່ ຂອງ ອົງຄະນະພັກກະຊວງກະສິກໍາ ແລະ ສິ່ງແວດລ້ອມ ຄັ້ງທີ VII.

ຄະນະພັກຮາກຖານກົມສົ່ງເສີມກະສິກຳ ແລະ ສະຫະກອນ ສໍາເລັດການປ່ອນບັດເລືອກຕັ້ງເອົາຜູ້ແທນສົມບູນ ແລະ ສໍາຮອງ ເຂົ້າຮ່ວມກອງປະຊຸມໃຫຍ່ ອົງຄະນະພັກກະຊວງກະສິກໍາ ແລະ ສິ່ງແວດລ້ອມ ຄັ້ງທີ VII. ເພື່ອເລືອກເອົາເປົ້າໝາຍຜູ້ແທນສົມບູນ ແລະ ສຳຮອງ ຂອງຄະນະພັກຮາກຖານກົມສົ່ງເສີມກະສິກຳ ແລະ ສະຫະກອນ ເຂົ້າຮ່ວມກອງປະຊຸມໃຫຍ່ ອົງຄະນະພັກກະຊວງກະສິກໍາ ແລະ ສິ່ງແວດລ້ອມ ທີ່ຈະໄດ້ຈັດຂຶ້ນໃນເດືອນ ພະຈິກ 2025 ທີ່ຈະມາເຖິງນີ້. ໃນຕອນບ່າຍວັນທີ 08 ກັນຍາ 2025 ຄະນະພັກຮາກຖານກົມສົ່ງເສີມກະສິກຳ ແລະ ສະຫະກອນ ກະຊວງກະສິກໍາ ແລະ ສິ່ງແວດລ້ອມ ໄດ້ຈັດກອງປະຊຸມ ຄັດເລືອກເອົາຜູ້ແທນສົມບູນ ແລະ ສຳຮອງ ເພື່ອເຂົ້າຮ່ວມກອງປະຊຸມໃຫຍ່ ອົງຄະນະພັກກະຊວງກະສິກໍາ ແລະ ສິ່ງແວດລ້ອມ ຄັ້ງທີ VII ຂຶ້ນທີ່ ຫ້ອງປະຊຸມ ສູນຝຶກອົບຮົມເຕັກນິກກະສິກຳ ແລະ ພັດທະນາຊົນນະບົດ ລາວ-ເກົາຫລີ. ໂດຍການເປັນປະທານ ຂອງ ສະຫາຍ ປອ. ລິນຄໍາ ດວງສະຫວັນ ກໍາມະການສໍາຮອງສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີກະຊວງກະສິກໍາ ແລະ ສິ່ງແວດລ້ອມ. ມີບັນດາ ກໍາມະການພັກກະຊວງ, ຄະນະອະນຸກໍາມະການບຸກຄະລະກອນ ຂັ້ນກະຊວງ, ສະຫາຍເລຂາ ຄະນະພັກຮາກຖານ, ບັນດາສະຫາຍຄະນະພັກຮາກຖານກົມສົ່ງເສີມກະສິກຳ ແລະ ສະຫະກອນ, ເລຂາ-ຮອງເລຂາໜ່ວຍພັກທີ່ຂຶ້ນກັບ ພ້ອມດ້ວຍສະມາຊິກພັກ ເຂົ້າຮ່ວມທັງໝົດ 83 ສະຫາຍ, ຍິງ 39 ສະຫາຍ. ໃນກອງປະຊຸມ ສະຫາຍ ປອ. ອານົງສອນ ພົມມະຈັນ ເລຂາ ຄະນະພັກຮາກຖານກົມສົ່ງເສີມກະສິກຳ ແລະ ສະຫະກອນ ກະຊວງກະສິກໍາ ແລະ ສິ່ງແວດລ້ອມ ໄດ້ຂຶ້ນຜ່ານມະຕິຕົກລົງ ວ່າດ້ວຍການອະນຸມັດເປີດກອງປະຊຸມສະມາຊິກພັກ ຂອງຄະນະພັກຮາກຖານກົມສົ່ງເສີມກະສິກຳ ແລະ ສະຫະກອນ ຂຶ້ນ ຢ່າງເປັນທາງການ. ພ້ອມນີ້ ສະຫາຍ ບຸນທະວີ ໄຊຍະເພັດ ກໍາມະການພັກກະຊວງ, ເລຂາໜ່ວຍພັກ, ຫົວໜ້າກົມຈັດຕັ້ງ, ໄດ້ຂຶ້ນຜ່ານມາດຕະຖານ ຂອງຜູ້ແທນສົມບູນ ແລະ ສຳຮອງ ເພື່ອເຂົ້າຮ່ວມກອງປະຊຸມໃຫຍ່ ອົງຄະນະພັກກະຊວງກະສິກໍາ ແລະ ສິ່ງແວດລ້ອມ ໂດຍສະເພາະແມ່ນ ມາດຖານດ້ານຄຸນທາດການເມືອງ, ດ້ານຄວາມຮູ້-ຄວາມສາມາດ, ດ້ານສຸຂະພາບ ເຊິ່ງທັງໝົດນັ້ນຕ້ອງແມ່ນສະມາຊິກພັກສົມບູນ ທີ່ມີຕໍາແໜ່ງພາຍໃນພັກ ຫຼື ມີຕໍາແໜ່ງບໍລິຫານຮອງຫົວໜ້າພະແນກ ຫຼື ທຽບເທົ່າຂຶ້ນໄປ ລວມທັງ ວິທີການປະຕິບັດຫຼັກການ ການເລືອກຕັ້ງຜູ້ແທນ. ໂອກາດນີ້ ສະຫາຍ ປອ. ລິນຄໍາ ດວງສະຫວັນ ໄດ້ໃຫ້ກຽດມີຄໍາເຫັນຊີ້ນໍາ ແລະ ເພີ່ມຄວາມເອົາໃຈໃສ່ບາງບັນຫາຄື: ສະເໜີໃຫ້ບັນດາສະຫາຍທີ່ເຂົ້າຮ່ວມ ພ້ອມກັນເບິ່ງ ແລະ ມີຄວາມເຫັນ ຕີລາຄາບັນຫາຕ່າງໆ ທີ່ພົວພັນເຖິງຄຸນລັກສະນະ, ມາດຕະຖານ-ເງື່ອນໄຂ ຂອງຜູ້ແທນ; ຫ້າມບັນດາສະຫາຍ ມີພຶດຕິກຳ ເຄື່ອນໄຫວທີ່ມີລັກສະນະແຕະຕ້ອງເຖິງການເລືອກຕັ້ງ; ເອົາໃຈໃສ່ຍົກສູງຄວາມຮັບຜິດຊອບເຂົ້າໃນການເລືອກຕັ້ງ, ຫຼີກເວັ້ນທັດສະນະແນວຄິດທີ່ບໍ່ຖືກຕ້ອງ ເຊັ່ນ: ແນວຄິດອັກຄະຕິ, ອັນເປັນການສ້າງຄວາມເສຍຫາຍ ໃຫ້ແກ່ຄະນະພັກ ແລະ ບຸກຄົນ. ກອງປະຊຸມ ຄັ້ງນີ້້ ໄດ້ມີການປ່ອນບັດເພື່ອຄັດເລືອກເອົາຜູ້ແທນສົມບູນ ແລະ ສຳຮອງ ຊຶ່ງມີສະມາຊິກພັກຜູ້ມີສິດເລືອກຕັ້ງທັງໝົດ 83 ສະຫາຍ ໂດຍການຄັດເລືອກເອົາຜູ້ແທນສົມບູນ 13 ສະຫາຍ ແລະ ຜູ້ແທນສໍາຮອງອີກ 3 ສະຫາຍ ໃນຈໍານວນສະມາຊິກທີ່ມີຊື່ເຂົ້າເລືອກຕັ້ງ 16 ສະຫາຍ ເພື່ອເຂົ້າຮ່ວມກອງປະຊຸມໃຫຍ່ ອົງຄະນະພັກກະຊວງກະສິກໍາ ແລະ ສິ່ງແວດລ້ອມ ອີກດ້ວຍ.

     

ພາບ/ຂ່າວ: ພິກຸນທອງ ບຸນໃສ
ພະແນກເຕັກໂນໂລຊີຂໍ້ມູນ-ຂ່າວສານ, ຫ້ອງການກະຊວງກະສິກຳ ແລະ ສິ່ງແວດລ້ອມ.

Leave a Reply

Your email address will not be published. Required fields are marked *

ງານວາງສະແດງໃນພິທີສະເຫຼີມສະຫຼອງ ວັນສະຫະກອນ 11 ພຶດສະພາ 2025

ງານວາງສະແດງສິນຄ້າກະສິກໍາ

ແຈ້ງການ

ຍຸດທະສາດ

ໜັງ​ສື​ພິມ ເອ​ເລັກ​ໂຕ​ນິກ

ວາລະສານກະສິກໍາ ແລະ ປ່າໄມ້

ຖານຂໍ້ມູນຕ່າງໆ





ວາລະສານການສົ່ງເສີມ

ສະຖິຕິການຜະລິດກະສິກໍາ

ລາຍການກະສິກໍາ ແລະ ປ່າໄມ້
ວີດີໂອສົ່ງເສີມການຜະລິດກະສິກໍາ
ເລື່ອງຫຼ້າສຸດ