Department of Agriculture Extension and Cooperatives

ກອງປະຊຸມໃຫຍ່ສະຫະພັນແມ່ຍິງຮາກຖານກົມສົ່ງເສີມກະສິກຳ ແລະ ສະຫະກອນ ຄັ້ງທີ III

ໃນວັນທີ 8 ຕຸລາ 2024 ສະຫະພັນແມ່ຍິງຮາກຖານກົມສົ່ງເສີມກະສິກຳ ແລະ ສະຫະກອນ ໄດ້ຈັດກອງປະຊຸມໃຫຍ່ ຄັ້ງທີ III ເຊິ່ງໄດ້ດໍາເນີນມາເປັນເວລາ 01 ຄາບ, ໂດຍພາຍໃຕ້ການເປັນຄະນະປະທານຮ່ວມ ຂອງ​ ສະຫາຍ  ນາງ ປອ ຈັນທະຄອນ ບົວລະພັນ ປະທານສະຫະພັນແມ່ຍິງກະຊວງກະສິກໍາ ແລະ ປ່າໄມ້, ທ່ານ ສົມພອນ ແກ້ວຫາວົງ ຄະນະພັກກະຊວງ, ເລຂາຄະນະພັກຮາກຖານ ກົມສົ່ງເສີມກະສິກຳ ແລະ ສະຫະກອນ ກອງປະຊຸມຄັັ້ງນີ້ ມີສະມາຊິກແມ່ຍິງສົມບູນເຂົ້າຮ່ວມທັງໜົດ 46 ສະຫາຍ; ແຂກຖືກເຊີນ 09 ສະຫາຍ, ຍິງ 06 ສະຫາຍ, ຊາຍ 03 ສະຫາຍ. ຜ່ານການດໍາເນີນກອງປະຊຸມໃຫຍ່ຄັັ້ງນີ້ ສະມາຊິກກອງປະຊຸມໄດ້ເປັນເອກະສັນກັນຢ່າງສົມບູນ ຮັບຮອງເອົາບັນດາເນື້ອໃນສໍາຄັນ ດັ່ງລຸ່ມນີ້: 1) ຮັບຮອງເອົາ ບົດລາຍງານການເມືອງ ຂອງຄະນະບໍລິຫານງານສະຫະພັນແມ່ຍິງຮາກຖານກົມສົ່ງເສີມກະສິກຳ ແລະ ສະຫະກອນ  ໃນ 05 ປີ ຜ່ານມາ, ຊື່ງໄດ້ຕີລາຄາຢ່າງພາວະວິໄສ, ກົງໄປກົງມາ ຕໍ່ຜົນສໍາເລັດໃນການນໍາພາ-ຊີ້ນໍາ ແລະ ຈັດຕັັ້ງປະຕິບັດວຽກງານ ຂອງຄະນະບໍລິຫານງານສະຫະພັນແມ່ຍິງ ໂດຍສະເພາະແມ່ນ ມະຕິກອງປະຊຸມໃຫຍ່ຂອງ ສະຫະພັນແມ່ຍິງຮາກຖານກົມສົ່ງເສີມກະສິກຳ ແລະ ສະຫະກອນ ຄັ້ງທີ່ III ປະສົບຜົນສໍາເລັດຕາມລະດັບຄາດໝາຍທີ່ໄດ້ວາງໄວ້; 2) ຮັບຮອງເອົາທິດທາງລວມ, ຄາດໝາຍສູ້ຊົນ ແລະ ວຽກງານຈຸດສຸມ 05 ປີ ຕໍ່ໜ້າ (ປີ 2026 – 2030) ແລະ 3) ຮັບຮອງເອົາ ບົດສໍາຫຼວດການນໍາພາລວມຂອງຄະນະບໍລິຫານງານສະຫະພັນແມ່ຍິງຮາກຖານກົມສົ່ງເສີມກະສິ ກຳ ແລະ ສະຫະກອນ ສະໄໝທີ II ຊື່ງໄດ້ຕີລາຄາສູງຕໍ່ບົດບາດການນໍາພາ, ຄວາມຮັບຜິດຊອບ, ຄວາມເປັນເອກະພາບຂອງຄະນະບໍລິຫານງານສະຫະພັນແມ່ຍິງຮາກຖານ ຊຸດເກົົ່າ ທີ່ໄດ້ນຳພາຈັດຕັັ້ງຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ຜູ້ແທນແມ່ຍິງລາວທົົ່ວປະເທດ ຄັັ້ງທີ VIII, ຈັດຕັັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຂອງອົງຄະນະພັກກະຊວງກະສິກໍາ ແລະ ປ່າໄມ້; ມະຕິກອງປະຊຸມໃຫຍ່ ສະມາຊິກສະຫະພັນແມ່ຍິງຮາກຖານກົມສົ່ງເສີມກະສິກຳ ແລະ ສະຫະກອນ ຄັ້ງທີ III ປະສົບຜົນສໍາເລັດໃນແຕ່ລະໄລຍະ, ກອງປະຊຸມໄດ້ຮັບຟັງ ການປະກອບຄໍາເຫັນຈາກສະຫາຍຊື່ງໄດ້ເປັນການຢັັ້ງຢືນເຖິງ ການນໍາພາ-ຊີ້ນໍາຂອງຄະນະບໍລິຫານງານສະຫະພັນແມ່ຍິງຮາກຖານກົມສົ່ງເສີມກະສິກຳ ແລະ ສະຫະກອນ ຕໍ່ຂົງເຂດດັ່ງກ່າວ, ບັນດາສະຫາຍສະມາຊິກກອງປະຊຸມໃຫຍ່ ໄດ້ໃຊ້ສິດປະຊາທິປະໄຕ ປ່ອນບັດຄັດເລືອກເອົາຄະນະບໍລິຫານງານສະຫະພັນແມ່ຍິງຮາກຖານກົມສົ່ງເສີມກະສິກຳ ແລະ ສະຫະກອນ ສະໄໝທີ III ລວມມີ 5 ສະຫາຍ, ຊື່ງປະກອບດ້ວຍຜູ້ທີ່່ມີມາດຖານເງື່ອນໄຂຄົບຖ້ວນ ຕາມທີ່ໄດ້ກໍານົດໄວ້ໃນ ເພື່ອສືບຕໍ່ນໍາພາຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກກະຊວງ, ມະຕິກອງປະຊຸມໃຫຍ່ຜູ້ແທນແມ່ຍິງລາວທົົ່ວປະເທດ ໃຫ້ມີຜົນສໍາເລັດຕາມລະດັບຄາດໝາຍ, ກອງປະຊຸມໃຫຍ່ ໄດ້ປ່ອນບັດເລືອກຕັັ້ງເອົາ ຄະນະບໍລິຫານງານສະຫະພັນແມ່ຍິງຮາກຖານກົມສົ່ງເສີມກະສິກຳ ແລະ ສະຫະກອນ ສະ  ໄໝທີ III ຈໍານວນ 07  ສະຫາຍ ດັ່ງມີລາຍຊື່ລຸ່ມນີ້:

  • ສະຫາຍ ນ. ຄຳຫຼ້າ ໄຊຍະແພງ
  • ສະຫາຍ ນ. ຈັນທະລີ ສຸທຳມະວົງ
  • ສະຫາຍ ນ. ບົວທອງ ແກ້ວຫຼ້າ
  • ສະຫາຍ ນ. ແຕ໋ວລິນຍາ ໝັ້ນຈີນຕະນາ
  • ສະຫາຍ ນ. ສອນໃຈ ວັນນະໄຊ
  • ສະຫາຍ ນ. ດາວັນ ສູນດາລາ
  • ສະຫາຍ ນ. ລີນາ ໄຊຍະຄຳ

ກອງປະຊຸມຄົບຄະນະຄັັ້ງປະຖົມມະລຶກຂອງຄະນະສະຫະພັນແມ່ຍິງຮາກຖານກົມສົ່ງເສີມກະສິກຳ ແລະ ສະຫະກອນ ສະໄໝທີ III ໄດ້ເປັນເອກະສັນເລືອກຕັັ້ງເອົາ

  • ສະຫາຍ ນ. ຄໍາຫຼ້າ ໄຊຍະແພງ            ເປັນປະທານ
  • ສະຫາຍ ນ. ຈັນທະລີ ສຸທໍາມະວົງ        ເປັນຮອງປະທານ, ປະທານກວດກາ
  • ສະຫາຍ ນ. ບົວທອງ ແກ້ວຫຼ້າ            ເປັນຄະນະ
  • ສະຫາຍ ນ. ສອນໃຈ ວັນນະໄຊ            ເປັນຄະນະ
  • ສະຫາຍ ນ. ດາວັນ ສູນດາລາ              ເປັນຄະນະ

ຈາກນັ້ນຄະນະປະທານກອງປະຊຸມໃຫຍ່ ກໍ່ໄດ້ຮຽກຮ້ອງມາຍັງ ຄະນະບໍລິຫານງານສະຫະພັນແມ່ຍິງຮາກຖານ, ສະມາຊິກສະຫະພັນແມ່ຍິງທຸກສະຫາຍ ຈົົ່ງພ້ອມກັນຮັກສາຄວາມສາມັກຄີເປັນເອກະພາບພາຍໃຕ້ການນໍາພາ-ຊີ້ນໍາຂອງຄະນະພັກຮາກຖານກົມສົ່ງເສີມກະສິກຳ ແລະ ສະຫະກອນ ເພື່ອເສີມຂະຫຍາຍມູນເຊື້ອຂອງຊາດ, ຂອງພັກຕິດພັນກັບຄຸນລັກສະນະທີ່ເປັນມູນເຊື້ອຂອງແມ່ຍິງລາວບັນດາເຜົົ່າ ເພື່ອຈັດຕັັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ ຂອງອົງຄະນະພັກ ໃນ 05 ປີ ຕໍ່ໜ້າ (ປີ 2026-2030) ໃຫ້ບັນລຸຕາມຄາດໝາຍທີ່ກໍານົດໄວ້, ແນໃສ່ເສີມຂະຫຍາຍບົດບາດການນໍາພາຂອງຄະນະນໍາສະຫະພັນແມ່ຍິງ ແລະ ຜົນສັກສິດໃນການຈັດຕັັ້ງປະຕິບັດແນວທາງ, ແຜນນະໂຍບາຍ, ມະຕິ, ຄໍາສັ່ງຂອງພັກ, ເຮັດໃຫ້ສະຫະພັນແມ່ຍິງຮາກຖານກົ້ສົ່ງເສີມກະສິກຳ ແລະ ສະຫະກອນມີຄວາມໜັກແໜ້ນທາງດ້ານການເມືອງ-ແນວຄິດ, ເຂັັ້ມແຂງທາງດ້ານການຈັດຕັັ້ງ ແລະ ແບບແຜນວິທີນໍາພາ. ກອງປະຊຸມໃຫຍ່ສະມາຊິກສະຫະພັນແມ່ຍິງຮາກຖານກົມສົ່ງເສີມກະສິກຳ ແລະ ສະຫະກອນ ຄັັ້ງທີ III ໄດ້ສໍາເລັດຕາມລະດັບຄາດໝາຍ, ຜົນສໍາເລັດດັ່ງກ່າວ ໄດ້ຢັັ້ງຢືນເຖິງຄວາມເອົາໃຈໃສ່ນໍາພາ-ຊີ້ນໍາ, ອໍານວຍຄວາມສະດວກຂອງຄະນະພັກຮາກຖານກົມສົ່ງເສີມກະສິກຳ ແລະ ສະຫະກອນ ແລະ ທຸກພາກສ່ວນທີ່ກ່ຽວຂ້ອງ ບວກກັບຄວາມເປັນເຈົ້າການ, ຄວາມສາມັກຄີເປັນປຶກແຜ່ນຂອງຄະນະບໍລິຫານງານສະຫະພັນແມ່ຍິງທຸກຂັັ້ນ ຕະຫ ອດຮອດສະມາຊິກສະຫະພັນແມ່ຍິງທຸກສະຫາຍ ທີ່ໄດ້ປະກອບສ່ວນທາງດ້ານເຫື່ອແຮງ, ສະຕິປັນຍາ ເຂົ້າໃນການກະກຽມ ແລະ ດໍາເນີນກອງປະຊຸມໃຫຍ່ຄັັ້ງນີ້ ໃຫ້ປະສົບຜົນສໍາເລັດຢ່າງສະຫງ່າງາມ.

                                      ກວດແກ້ໂດຍ: ພະແນກຂໍ້ມູນຂ່າວສານການສົ່ງເສີມ ແລະ ເຊື່ອມໂຍງຕະຫຼາດ

Leave a Reply

Your email address will not be published. Required fields are marked *

ງານວາງສະແດງສິນຄ້າກະສິກໍາ

ແຈ້ງການ

ຍຸດທະສາດ

ໜັງ​ສື​ພິມ ເອ​ເລັກ​ໂຕ​ນິກ

ວາລະສານກະສິກໍາ ແລະ ປ່າໄມ້

ຖານຂໍ້ມູນຕ່າງໆ





ວາລະສານການສົ່ງເສີມ

ສະຖິຕິການຜະລິດກະສິກໍາ

ເລື່ອງຫຼ້າສຸດ