ໜ້າຫຼັກຂ່າວສານການເຄື່ອນໃຫວ ກົມສົ່ງເສີມກະສິກໍາ ແລະ ສະຫະກອນ

ກອງປະຊຸມເປີດໂຄງການສົ່ງເສີມຕ່ອງໂສ້ມູນຄ່າອາຫານ ໂດຍການຮ່ວມມືຂອງຫຼາຍພາກສ່ວນ

ເພື່ອປະຕິບັດຕາມ ແຈ້ງການ ຂອງລັດຖະມົນຕີກະຊວງການເງິນ ວ່າດ້ວຍການອະນຸມັດຮັບເອົາໂຄງການ ສົ່ງເສີມຕ່ອງໂສ້ມູນ ຄ່າອາຫານ ໂດຍການຮ່ວມມືຂອງຫຼາຍພາກສ່ວນ (Project for Promotion of Food Value Chain by Multi – Stakeholder Collaboration) ສະບັບເລກທີ 1877/ກງ, ລົງວັນທີ 22 ພຶດສະພາ 2026; ແລະ ອີງຕາມ ຂໍ້ຕົກລົງ ຂອງລັດຖະມົນຕີກະຊວງກະສິກໍາ ແລະ ສິ່ງແວດລ້ອມ ວ່າດ້ວຍການອະນຸມັດ ໃຫ້ກົມສົ່ງເສີມ ກະສິກໍາ ແລະ ສະຫະກອນ ຈັດກອງປະຊຸມ ສະເຫນີແຜນການຈັດຕັ້ງປະຕິບັດຂອງໂຄງການສົ່ງເສີມຕ່ອງໂສ້ມູນຄ່າ ອາຫານໂດຍການຮ່ວມມືຂອງຫຼາຍພາກສ່ວນ ສະບັບເລກທີ 3564/ກສ, ລົງວັນທີ 13 ສິງຫາ 2026.ມາໃນຕອນເຊົ້າຂອງວັນທີ 27 ສິ່ງຫາ 2026ທີ່ຫ້ອງປະຊູມກົມສົ່ງເສີມກະສິກໍາ ແລະ ສະຫະກອນໄດ້ເປີດກອງປະຊຸມເປີດໂຄງການສົ່ງເສີມຕ່ອງໂສ້ມູນຄ່າອາຫານ ໂດຍການຮ່ວມມືຂອງຫຼາຍພາກສ່ວນຂື້ນ ໂດຍການເປັນປະທານຮ່ວມຂອງ ທ່ານ ປອ ອານົງສອນ ພົມມະຈັນ ຫົວໜ້າກົມສົ່ງເສີມກະສິກຳ ແລະ ສະຫະກອນ ແລະ ທ່ານ ທ່ານໂຄທາໂຣຄິກຸຊິຫົວໜ້າ ທີມງານໂຄງການ FVC,JICAມີບັນດາທ່ານ ຜູ້ຊີ້ນຳໂຄງການ, ​ຫົວ​ໜ້າປະ​ສານ​ງານໂຄງ​ການ,ຜູ້ຕາງໜ້າ ອາວຸໂສຫ້ອງການ ໄຈກ້າປະຈຳລາວ,ມີຫົວໜ້າ ທີມງານໂຄງການ FVC,JICA,ມີTeam Leader/ FVC Strengthening,ຜູ້ປະສານງານໂຄງການ,ຈາກກົມປູກຝັັງ,ກົມແຜນການ,ກະຊວງສາທາລະນະສຸກ,ກະຊວງອຸດສະຫະກຳ ແລະການຄ້າ ແລະ ແຂກຖືກເຊີນເຂົ້າຮ່ວມທັງໝົດ 22 ທ່ານ, ຍິງ 6 ທ່ານ.

ຈຸດປະສົງຂອງກອງປະຊຸມຄັ້ງນີ້ເພື່ອເປີດໂຄງການສົ່ງເສີມຕ່ອງໂສ້ມູນຄ່າອາຫານ ໂດຍການຮ່ວມມືຂອງຫຼາຍພາກສ່ວນ

ໃນວາລະດຳເນີນກອງປະຊຸມຫລັງຈາກກ່າວເປີດກອງປະຊຸມແລ້ວໃນທີ່ປະຊຸມໄດ້ຮັບຟັງການລາຍງານຫຍໍ້ຜົນການຈັດຕັ້ງປະຕິ​ບັດໂຄງການໄລ​ຍະ​ທີ່1 ແລະ ແຜນ​ການ​ກະ​ກຽມ​ສະ​ເໜີ​ໂຄງ​ການ​ໄລ​ຍະ​ທີ່2 ຈາກນັ້ນກອງປະຊຸມຍັງໄດ້ຮັບຟັງການນຳສະ​ເໜີແຜນການ​ລວມຂອງ​ໂຄງ​ການສົ່ງເສີມຕ່ອງໂສ້ມູນຄ່າອາຫານໂດຍການຮ່ວມມືຂອງຫຼາຍພາກສ່ວນໃນ​ໄລ​ຍະ​ທີ່2, ( ສົກ​ປີ 2026 ຫາ 2030)ຈາກຫົວໜ້າ ທີມງານໂຄງການ FVC,JICA,Team Leader/ FVC Strengthening, ຈາກນັ້ນໃນກອງປະຊຸມຍັງໄດ້ສົນທະນາ ແລກ ປ່ຽນບົດຮຽນເຊິ່ງກັນແລະກັນຢ່າງກົງໄປກົງມາ ແລະ ມີບັນຍາກາດຟົດຟື້ນ.

ໃນຕອນທ້າຍຂອງກອງປະຊຸມ ທ່ານ ປອ. ອານົງສອນ ພົມມມະຈັນ ຫົວໜ້າກົມສົ່ງເສີມກະສິກຳ ແລະ ສະຫະກອນໄດ້ໃຫ້ກຽດ ຊີ້ນຳຕໍ່ກອງປະຊຸມ:ເຊິ່ງທ່ານມີບາງຄໍາເຫັນ ແລກປ່ຽນເພີ່ມເຕີມ ບາງຈຸດ ເພື່ອເປັນແນວທາງໃນການ ຈັດຕັ້ງປະຕິບັດວຽກງານໃນຕໍ່ຫນ້າ ດັ່ງນີ້:

  1. ໃນຊ່ວງຈັດຕັ້ງປະຕິບັດໂຄງການໃຫ້ມີການປຶກສາຫາລືນຳບັນດາພາກສ່ວນທີ່ກ່ຽວຂ້ອງທຸກພາກສ່ວນໃຫ້ມີຄວາມເປັນເອກະພາບກັນໃນການຈັດຕັ້ງປະຕິບັດກິດຈະກຳຂອງໂຄງການ.
  2. ໃຫ້ມີການພົວພັນກັບບັນດາໂຄງການອື່ນໆໃນການແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນໃນການຈັດຕັ້ງປະຕິບັດກິດຈະກຳໃນອານາຄົດ

ກອງປະຊຸມໄດ້ປິດໃນເວລາ 11:30 ນາທີຂອງວັນດຽວກັັນ.

ພາບ-ຂ່າວໂດຍ ເນີອາຄົມ ເທບພານິດ

ພະແນກສົ່ງເສີມກະສິກຳແບບມີສັນຍາ ແລະເຊື່ອມໂຍງຕະຫລາດ

ຂໍ້ມູນຕິດຕໍ່: ໂທລະສັບ : (+856) 21 732 072

ແຟກ : 021 732 072

ເວັບໄຊສ໌:daec.maf.gov.la

E-mail: daecadmin@gmail.com

DAEC ADMIN – YouTube

ກອງປະຊຸມສະຫລຸບວຽກງານ 6 ເດືອນຕົ້ນປີ, ແຜນ 6 ເດືອນທ້າຍປີ 2026 ຂອງບັນດາໂຄງການທີ່ເຄື່ອນໄຫວພາຍໄຕ້ ກົມສົ່ງເສີມກະສິກໍາ ແລະ ສະຫະກອນ

ໃນຕອນບ່າຍວັນທີ 26 ສິ່ງຫາ 2026ທີ່ຫ້ອງປະຊູມກົມສົ່ງເສີມກະສິກໍາ ແລະ ສະຫະກອນໄດ້ກອງປະຊຸມສະຫລຸບວຽກງານ 6 ເດືອນຕົ້ນປີຂອງບັນດາໂຄງການທີ່ເຄື່ອນໄຫວພາຍໄຕ້ ກົມສົ່ງເສີມກະສິກໍາ ແລະ ສະຫະກອນໂດຍການເປັນປະທານຂອງ ທ່ານ ປອ ອານົງສອນ ພົມມະຈັນ ຫົວໜ້າກົມສົ່ງເສີມກະສິກຳ ແລະ ສະຫະກອນ ມີບັນດາທ່ານ ຮອງຫົວໜ້າກົມ, ມີບັນດາຫົວໜ້າພະແນກ,ຜູ້ປະສານງານໂຄງການ ແລະ ແຂກຖືກເຊີນເຂົ້າຮ່ວມທັງໝົດ 20 ທ່ານ, ຍິງ 7 ທ່ານ.

ຈຸດປະສົງຂອງກອງປະຊຸມຄັ້ງນີ້ເພື່ອສະຫລູບການຈັດຕັ້ງປະຕິບັດກິດຈະກຳຂອງແຕ່ລະໂຄງການ 6 ເດືືອນຕົ້ນປີ ແລະ ວາງທິດທາງແຜນການ 6ເດືອນທ້າຍປີຂອງໂຄງການທີ່ຂື້ນກັບກົມສົ່ງເສີມກະສິກຳ ແລະ ສະຫະກອນ

ໃນວາລະດຳເນີນກອງປະຊຸມຫລັງຈາກກ່າວເປີດກອງປະຊຸມແລ້ວໃນທີ່ປະຊຸມໄດ້ຮັບຟັງການນຳສະເໜີການຈັດຕັ້ງປະຕິບັດໂຄງການ ແລະ ທິດທາງແຜນການໃນ 6 ເດືອນທ້າຍປີຈາກຜູ້ປະສານງານໂຄງການ:ໂຄງການສົ່ງເສີມລະບົບຕ່ອງໂສ້ການຜະລິດກະສິກຳທີ່ເປັນມິດຕໍ່ສິ່ງແວດລ້ອມ(CFAVC),ໂຄງການພັດທະນາເສດຖະກິດທີ່ຍືນຍົງໂດຍຜ່ານລະບົບສະຫະກອນ,ໂຄງການສ້າງຕັ້ງຮູບແບບຕ່ອງໂສ້ມູນຄ່າອາຫານຮ່ວມມືກັບພາກເອກະຊົນໃນສປປລາວ,ໂຄງການພູມມີທັດ ແລະ ຊີວິດການເປັນຢູ່ໃນສປປລາວ,ໂຄງການລະບົບທາງເລືອກດ້ານເຕັກນິກກະສິກຳທີ່ສາມາດປັບໂຕເຂົ້າກັບການປ່ຽນແປງດີນຟ້າອາກາດໃນເຂດເນີນສູງຂອງສປປລາວ,ໂຄງການຊີວິດຈາກດິນ(LFL),ໂຄງການແຜນງານທັກສະການທ່ອງທ່ຽວກະສິກຳປ່າໄມ້ Lao/336,ໂຄງການກະສິກໍາເພື່ອໂພສະນາການໄລຍະ2,ໂຄງການພັດທະນາຕາມແລວທາງເສດຖະກິດອາຊ່ຽນຕາເວັນອອກສ່ຽງໃຕ້ເຊື່ອມຈອດ-ເຊື່ອມໂຍງຢູ່ສປປລາວ.ຈາກນັ້ນໃນກອງປະຊຸມຍັງໄດ້ສົນທະນາ ແລກ ປ່ຽນບົດຮຽນເຊິ່ງກັນແລະກັນຢ່າງກົງໄປກົງມາ ແລະ ມີບັນຍາກາດຟົດຟື້ນ.

ໃນຕອນທ້າຍຂອງກອງປະຊຸມ ທ່ານ ປອ. ອານົງສອນ ພົມມມະຈັນ ຫົວໜ້າກົມສົ່ງເສີມກະສິກຳ ແລະ ສະຫະກອນໄດ້ໃຫ້ກຽດ ຊີ້ນຳຕໍ່ກອງປະຊຸມ:ເຊິ່ງທ່ານມີບາງຄໍາເຫັນ ແລກປ່ຽນເພີ່ມເຕີມ ບາງຈຸດ ເພື່ອເປັນແນວທາງໃນການ ຈັດຕັ້ງປະຕິບັດວຽກງານໃນຕໍ່ຫນ້າ ດັ່ງນີ້:

  1. ໃຫ້ມີການປະສານງານສົມທົບກັນຂອງແຕ່ລະໂຄງການບໍ່ວ່າຈະເປັນງົບປະມານ,ພາຫານະ,ບຸກຄະລາກອນໃຫ້ມີຄວາມສອດຄ່ອງກັບນະໂຍບາຍຂອງໂຄງການ.
  2. ສຸມໃສ່ໃນການຈັດຕັ້ງປະຕິບັດກິດຈະກຳຂອງໂຄງການໃຫ້ມີປະສິດຕິພາບແລະ ມີຜົນສຳເລັດຕາມວັດຖຸປະສົງ ແລະ ເປົ້າໝາຍຂອງໂຄງການທີ່ວາງໄວ້

ກອງປະຊຸມໄດ້ປິດໃນເວລາ 16:30 ນາທີຂອງວັນດຽວກັັນ.

ພາບ-ຂ່າວໂດຍ ເນີອາຄົມ ເທບພານິດ

ພະແນກສົ່ງເສີມກະສິກຳແບບມີສັນຍາ ແລະເຊື່ອມໂຍງຕະຫລາດ

ຂໍ້ມູນຕິດຕໍ່: ໂທລະສັບ : (+856) 21 732 072

ແຟກ : 021 732 072

ເວັບໄຊສ໌:daec.maf.gov.la

ກອງປະຊຸມປຶກສາຫາລືຈັດຕັ້ງປະຕິບັດນະໂຍບາຍສົ່ງເສີມສະຫະກອນຮ່ວມຂະແໜງທີ່ກ່ຽວຂ້ອງ

ໃນຕອນເຊົ້າເວລາ 08:30-12:00 ໂມງ ຂອງວັນທີ 26 ສິງຫາ 2026, ທີ່ຫ້ອງປະຊຸມກົມສົ່ງເສີມກະສິ ກຳ ແລະ ສະກະກອນ. ໄດ້ມີການຈັດກອງປະຊຸມປືກສາຫາລື ແລະ ເອກະພາບ ຮ່ວມກັບຂະແໜງການທີ່ກ່ຽວຂ້ອງ ກ່ຽວກັບການຈັດຕັ້ງປະຕິບັດນະໂຍບາຍສົ່ງເສີມສະຫະກອນ ທີ່ກຳນົດໄວ້ໃນກົດໝາຍວ່າດວ້ຍສະຫະກອນ ໂດຍສະ ເພາະແມ່ນການຈັດຕັ້ງປະຕິບັດນະໂຍບາຍສົ່ງເສີມສະຫະກອນ ດ້ານພາສີ-ອາກອນ ໃນມາດຕາ 47 ຂອງກົດໝາຍສະ ຫະກອນ ໂດຍການເປັນປະທານຂອງທ່ານ ປອ ອານົງສອນ ພົມມະຈັນ ຫົວໜ້າກົມສົ່ງເສີມກະສິກຳ ແລະ ສະຫະ ກອນ. ຊຶ່ງໃນນັ້ນມີບັນດາຫົວໜ້າກົມ, ຮອງກົມ, ຫ້ອງການກະຊວງ, ບັນດາຫົວໜ້າພະແນກ, ຮອງພະແນກ ທີ່ມາຈາກພາກສ່ວນທີ່ກ່ຽວຂ້ອງ ເຊັ່ນ: ຕາງໜ້າຈາກກົມກົດໝາຍ, ສະພາແຫ່ງຊາດ, ກົມກົດໝາຍ ກະຊວງຍຸດຕິທຳ, ກົມສ່ວຍສາອາກອນ ກະຊວງການເງິນ, ກົມຄູ້ມຄ້ອງສະຖາບັນການເງິນທີ່ບໍ່ແມ່ນທະນາຄານ, ພະແນກພາສີ-ອາ ກອນນະຄອນຫຼວງ, ພະແນກກະສິກຳ ແລະ ສິ່ງແວດລ້ອມ ນະຄອນຫຼວງ, ຕົວແທນຂອງບັນດາສະຫະກອນ, ຊ່ຽວ ຊານຈາກອົງການ DGRV ປະຈຳລາວ ພ້ອມດ້ວຍພະແນກການອ້ອມຂ້າງກົມສົ່ງເສີມກະສິກຳ ແລະ ສະຫະກອນ ລວມຜູ້ເຂົ້າຮ່ວມທັງໝົດ 32 ທ່ານ ເປັນຍິງ 10 ທ່ານ

ພາບ:ເນີອາຄົມ ເທບພານິດ

ຂ່າວໂດຍ: ບົວທອງ ແກ້ວຫລ້າ

ພະແນກສົ່ງເສີມກຸ່ມ ແລະ ສະຫະກອນ

ເຜີຍແຜ່ໂດຍ:ພະແນກກສົ່ງເສີມກະສິກຳແບບມີສັນຍາ ແລະເຊື່ອມໂຍງຕະຫລາດ

ຂໍ້ມູນຕິດຕໍ່: ໂທລະສັບ : (+856) 21 732 072

ແຟກ : 021 732 072

ເວັບໄຊສ໌:daec.maf.gov.la

E-mail: daecadmin@gmail.com

DAEC ADMIN – YouTube

 

ຮາກຖານພັກກົມສົ່ງເສີມກະສິກຳ ແລະ ສະຫະກອນ ເຜີຍແຜ່ກົດລະບຽບພັກປະຊາຊົນປະຕິວັດລາວສະໄຫມທີ XII ແລະ ບົດແນະນຳກ່ຽວກັບການຈັດຕັ້ງປະຕິບັດເອກະສານຂອງພັກປະຊາຊົນປະຕິວັດລາວ

ໃນຕອນເຊົ້າຂອງວັນທີ 25 ສິງຫາ 2026, ຮາກຖານພັກກົມສົ່ງເສີມກະສິກໍາ ແລະ ສະຫະກອນໄດ້ຈັດພິທີເຜີຍແຜ່ກົດລະບຽບພັກປະຊາຊົນປະຕິວັດລາວສະໄຫມທີ XII ແລະ ບົດແນະນຳກ່ຽວກັບການຈັດຕັ້ງປະຕິບັດເອກະສານຂອງພັກປະຊາຊົນປະຕິວັດລາວ. ໃຫ້ກຽດເປັນປະທານໃນພິທີຄັ້ງນີ້ຶ ໂດຍ ສະຫາຍ ປອ. ອານົງສອນ ພົມມະຈັນ ຄະນະປະຈຳພັກກະຊວງກະສິກຳ ແລະ ສິ່ງແວດລ້ອມ ເລຂາພັກຮາກຖານ, ຫົວໜ້າກົມສົ່ງເສີມກະສິກໍາ ແລະ ສະຫະກອນ; ເຂົ້າຮ່ວມໃນພິທີ ມີຄະນະພັກຮາກຖານ,  ຄະນະໜ່ວຍພັກ, ຫົວໜ້າຈຸ, ຮອງຈຸ, ສະມາຊິກພັກສົມບຸນ ແລະ ສໍາຮອງທີ່ຂຶ້ນກັບໜ່ວຍພັກຮາກຖານກົມສົ່ງເສີມກະສິກໍາ ແລະ ສະຫະກອນ ເຂົ້າຮ່ວມທັງໝົດ 59 ສະຫາຍ, ຍິງ  26 ສະຫາຍ.

ຈຸດປະສົງຂອງກອງປະຊຸມເພື່ອເຜີຍແຜ່ກົດລະບຽບພັກປະຊາຊົນປະຕິວັດລາວສະໄຫມທີ XII ແລະ ບົດແນະນຳກ່ຽວກັບການຈັດຕັ້ງປະຕິບັດເອກະສານຂອງພັກປະຊາຊົນປະຕິວັດລາວ.

ໃຫ້ກຽດເຜີຍແຜ່ກົດລະບຽບພັກປະຊາຊົນປະຕິວັດລາວສະໄຫມທີ XII ໂດຍສະຫາຍສະຫາຍ ປອ. ອານົງສອນ ພົມມະຈັນ ຄະນະປະຈຳພັກກະຊວງກະສິກຳ ແລະ ສິ່ງແວດລ້ອມ ເລຂາຄະນະພັກຮາກຖານ, ຫົວໜ້າກົມສົ່ງເສີມກະສິກໍາ ແລະ ສະຫະກອນ, ຕໍ່ຈາກນັ້ນໃຫ້ກຽດເຜີຍແຜ່ບົດແນະນຳກ່ຽວກັບການຈັດຕັ້ງປະຕິບັດເອກະສານຂອງພັກປະຊາຊົນປະຕິວັດລາວໂດຍ ສະຫາຍ ປອ ພັນໄຊ  ອິງໄຊ ກຳມະການພັກກະຊວງກະສິກຳ ແລະ ສິ່ງແວດລ້ອມ ຮອງເລຂາພັກ,ຮອງຫົວໜ້າກົມສົ່ງເສີມກະສິກຳ ແລະ ສະຫະກອນ.

ໃນຕອນທ້າຍຂອງພິທີສະຫາຍ ປອ. ອານົງສອນ ພົມມະຈັນ ຄະນະປະຈຳພັກກະຊວງກະສິກຳ ແລະ ສິ່ງແວດລ້ອມ ,ເລຂາພັກ, ຫົວໜ້າກົມສົ່ງເສີມກະສິກໍາ ແລະ ສະຫະກອນ ຍັງໄດ້ໂອ້ລົມຕໍ່ກອງປະຊຸມພ້ອມທັງໃຫ້ທິດນໍາ ຄື:

1). ສືບຕໍ່ຄົ້ນຄວ້າຮໍ່າຣຽນ ປະຕິບັດກົດລະບຽບພັກ ປະຕິບັດທິດສະດີ ມາກ-ເລນິນ ແລະ ມູນເຊື້ອ ຄຸນງາມຄວາມດີຂອງພັກ ແລະ ການພັດທະນາ,

3).  ຜັນຂະຫຍາຍມະຕິຂອງພັກທີ່ຕິດພັນກັບວຽກວິຊາສະເພາະດ້ານ ຖ່າຍທອດບົດຮຽນ ເຕັກນິກຜະລິດກະສິກໍາລົງສູ່ຊາວກະສິກອນ ເພື່ອປັບປຸງຊິວິດການເປັນຢູ່ໃຫ້ດີຂຶ້ນ,

3). ຮຽກຮ້ອງໃຫ້ສະມາຊິກພັກ,ໜ່ວຍພັກແຕ່ລະໜ່ວຍປັບປຸງແບບແຜນວິທີເຮັດດວຽກຂອງຕົນ, ເອົາໃຈໃສ່ໃນການປະຕິບັດທີ່ວຽກງານ ຂອງຕົນໃຫ້ມີຜົນສຳເລັດຕາມແຜນທີ່ວາງໄວ້

ປະຊຸມໄດ້ປິດລົງໃນເວລາ 11 ໂມງ 30 ນາທີຂອງວັນດຽວກັນ.

 

         ຂ່າວ/ພາບໂດຍ: ເນີອາຄົມ ເທບພານິດ

ພະແນກສົ່ງເສີມກະສິກຳແບບມີສັນຍາ ແລະ ເຊື່ອມໂຍງຕະຫລາດ

ຂໍ້ມູນຕິດຕໍ່: ໂທລະສັບ : (+856) 21 732 072

ແຟກ : 021 732 072

ເວັບໄຊສ໌:daec.maf.gov.la

E-mail: daecadmin@gmail.com

DAEC ADMIN – YouTube

ກົມກວດສອບບັນຊີກະຊວງກະເສດ ແລະ ສະຫະກອນຣາຊະອານາຈັກໄທມາເຮັດວຽກຢູ່ກົມສົ່ງເສີມກະສິກຳ ແລະສະຫະກອນ ສປປລາວ

ໃນຕອນເຊົ້າຂອງວັນວັນທີ 25 ສິງຫາ 2026, ກົມກວດສອບບັນຊີກະຊວງກະເສດ ແລະ ສະຫະກອນແຫ່ງຣາຊະອານາຈັກໄທລົງມາເຄື່ອນໄຫວແລກປ່ຽນບົດຮຽນກັບກົມສົ່ງເສີມກະສິກຳ ແລະ ສະຫະກອນ ກະຊວງກະສິກຳ ແລະ ສິ່ງແວດລ້ອມ ສປປລາວ,ໃນການເຄື່ອນໄຫວແລກປ່ຽນບົດຮຽນຄັ້ງນີ້ນຳຄະນະທີມງານລົງມາໂດຍ ທ່ານ ວຸດທິພົງ ນຽມຫອມ ຫົວໜ້າ ກົມກວດສອບບັນຊີກະຊວງກະເສດ ແລະ ສະຫະກອນ ພ້ອມດ້ວຍຄະນະ,ໃຫ້ກຽດຕ້ອນຮັບຄະນະດັ່ງກ່າວຈາກຝ່າຍລາວນຳພາໂດຍ ທ່ານ ປອ ອານົງສອນ ພົມມະຈັນ ຫົວໜ້າກົມສົ່ງເສີມກະສິກຳ ແລະ ສະຫະກອນມີບັນດາທ່ານຫົວໜ້າພະແນກ, ໂຄງການ DGRVປະຈຳລາວ, ສະຫະພັນ ສະມາຄົມ ແລະ ສະຫະກອນ , ສະພາການຄ້າ ແລະ ສະຫະກອນກະສິກໍາ,ຕ້ອນຮັບຄະນະດັ່ງກ່າວ ທັງໝົດ 24 ທ່ານ,ຍິງ 12 ທ່ານ.

ຈຸດປະສົງ ຂອງການລົງມາເຄື່ອນໄຫວເຮັດວຽກຄັ້ງນີ້ ແມ່ນເພື່ອເປັນການແລກປ່ຽນບົດຮຽນກັນກ່ຽວກັບວຽກງານ ສະຫະກອນ.

ໃນພິທີຫລັງຈາກກ່າວຕ້ອນຮັບຄະນະດັ່ງກ່າວ, ຈາກນັ້ນ ທ່ານ ປອ ອານົງສອນ ພົມມະຈັນ ຫົວໜ້າກົມສົ່ງເສີມກະສິກຳ ແລະ ສະຫະກອນໄດ້ນຳສະເໜີກ່ຽວກັບຂະບວນການພັດທະນາວຽກງານສະຫະກອນຂອງ ສປປລາວ ແລະ ບົດຮຽນໃນການສ້າງສະຫະກອນຕໍ່ທີ່ປະຊຸມຈາກນັ້ນຫົວໜ້າກົມກວດສອບບັນຊີກະຊວງກະເສດ ແລະ ສະຫະກອນແຫ່ງຣາຊະອານາຈັກໄທກໍ່ໄດ້ລາຍງານໃນການຈັດຕັ້ງປະຕິບັດວຽກງານສະຫະກອນຂອງປະເທດໄທຕໍ່ກອງປະຊຸມຈາກນັ້ນຄະນະນຳທັງສອງຝ່າຍໄດ້ມີການສົນທະນາແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນຢ່າງກົງໄປກົງມາ ແລະ ມີບັນຍາກາດຟົດຟື້ນ.

ໃນຕອນທ້າຍຂອງພິທີ ທ່ານ ປອ ອານົງສອນ ພົມມະຈັນ ຫົວໜ້າກົມສົ່ງເສີມກະສິກຳ ແລະ ສະຫະກອນໄດ້ກ່າວຄຳຂອບໃຈຕໍ່ຄະນະດັ່ງກ່າວທີ່ມາເຄື່ອນໄຫວເຮັດວຽກຮ່ວມກັບກົມສົ່ງເສີມກະສິກຳ ແລະ ສະຫະກອນ ເຖິງວ່າມັນຈະເປັນເວລາສັ້ນແຕ່ມັນກໍ່ເປັນນິມິດໝາຍອັນດີໃນການແລກປ່ຽນບົດຮຽນກ່ຽວກັບວຽກງານສະຫະກອນ ເຊີ່ງຈະເຮັດໃຫ້ວຽກງານໄດ້ຮັບການພັດທະນາ ແລະ ມີການພົວພັນອັນດີງາມໃນອານາຄົດ, ທ່ານໄດ້ກ່າວຄຳອວຍພອນໄຊອັນປະເປີດແກ່ຄະນະດັ່ງກ່າວຈົ່ງມີສຸຂະພາລະນາໄມອັນສົມບູນ ຂໍໃຫ້ເດີນທາງກັບດ້ວຍຄວາມສະຫວັດດີພາບ

ກອງປະຊຸມໄດ້ດໍາເນີນມາຮອດເວລາ 11:30 ນາທີໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ.

ພາບ,ຂ່າວໂດຍ: ເນີອາຄົມ ເທບພານິດ

ພະແນກກສົ່ງເສີມກະສິກຳແບບມີສັນຍາ ແລະເຊື່ອມໂຍງຕະຫລາດ

ຂໍ້ມູນຕິດຕໍ່: ໂທລະສັບ : (+856) 21 732 072

ແຟກ : 021 732 072

ເວັບໄຊສ໌: daec.maf.gov.la

E-mail: daecadmin@gmail.com

                                                                               DAEC ADMIN – YouTube

Translate:
ບັນດາຖານຂໍ້ມູນ





ຂ່າວໃໝ່

ເອກະສານ


MAF Copyright 2016-2026. All Rights Reserved

Management by: Department of Agriculture Extension and Cooperatives (DAEC)

TEL: (+856) 21 732 072, Website: daec.maf.gov.la