ທ່ານ ສົມພອນ ແກ້ວຫາວົງ ຫົວໜ້າກົມສົ່ງເສີມກະສິກໍາ ແລະ ສະຫະກອນ ກະຊວງກະສິກໍາ ແລະ ປ່າໄມ້ ໄດ້ເຂົ້າຮ່ວມພິທີເປີດເຂດຂົນສົ່ງສິນຄ້າສາກົນທາງລົດໄຟຂອງ ນະຄອນ ຊົງຊິງ ສປຈີນ
ໃນວັນທີ 16 ເມສາ 2025 ທ່ານ ສົມພອນ ແກ້ວຫາວົງ ຫົວໜ້າກົມສົ່ງເສີມກະສິກໍາ ແລະ ສະຫະກອນ ກະຊວງກະສິກໍາ ແລະ ປ່າໄມ້ ໄດ້ເຂົ້າຮ່ວມພິທີເປີດເຂດຂົນສົ່ງສິນຄ້າສາກົນທາງລົດໄຟຂອງ ນະຄອນ ຊົງຊິງ ສປຈີນ ເຊິ່ງງານດັ່ງກ່າວ ມີຕົວແທນເຂົ້າຮ່ວມຈາກ ສປປ ລາວ, ປະເທດກໍາປູເຈຍ, ບັນດາກົງສຸນປະເທດຕ່າງໆ ທີ່ປະຈຳຢູ່ນະຄອນ ຊົງຊິງ ແລະ ການນຳ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ. ສູນກະຈາຍສິນຄ້າ(ແປ້ງມັນຕົ້ນ) ພາກຕາເວັນຕົກສຽງໃຕ້ຂອງອາຊຽນ ແມ່ນຕັ້ງຢູ່ບໍລິເວນຫຼັກຂອງເຂດຂົນສົ່ງສາກົນທາງລົດໄຟ ນະຄອນ ຊົງຊິງ ສປຈີນ ເປັນແລວທາງເສດຖະກິດໃໝ່ ໃນພາກຕາເວັນຕົກຂອງເມືອງ ຊາພິງປ້າ, ເຂດດັ່ງກ່າວ ເປັນສູນກະຈ່າຍສິ້ນຄ້າ ເຊື່ອມຕໍ່ ໃນຂົງເຂດ ອາຊຽ ແລະ ພາກຕະວັນຕົກ. ພິທີດັ່ງກ່າວນີ້້ ຈັດຕັ້ງຂຶ້ນແມ່ນປະຕິບັດຕາມຂໍ້ກໍານົດຂອງ ທ່ານ ປະທານປະເທດ ສີ ຈິງພິງ ທີ່ໄດ້ກ່າວວ່າ (ສຸມໃສ່ສ້າງປະຊາຄົມທີ່ມີອານາຄົດຮ່ວມຂອງເຂດບ້ານໃກ້ເຮືອນຄຽງ). ເຊິ່ງໃນໄລຍະຜ່ານມາ ເມືອງ ຊາພິງປ້າ ນະຄອນຊົງຊິງ ໄດ້ຕັ້ງໜ້າຮ່ວມມືກັບບັນດາປະເທດອາຊຽນເຊັ່ນ: ກໍາປູເຈຍ ແລະ ລາວ ເພື່ອແລກປ່ຽນທາງດ້ານເສດຖະກິດການຄ້າ ໄດ້ຮັບການເສີິມຂະຫຍາຍຢ່າງບໍ່ຢຸດຢັ້ງ. ປະຈຸບັນຈີນ ແລະ ອາຊຽນ ພວມເລັ່ງສ້າງຄວາມເຂັ້ມແຂງ ໂດຍມີການຊຸກຍູ້ເຊື່ອມໂຍງເຂົ້າກັນໃນລະບົບຕ່ອງໂສ້ອຸດສາຫະກໍາ, ຊຸກຍູ້ຄວາມຫຼາກຫຼາຍຂອງຕະຫຼາດບໍລິໂພກ. ພາຍຫຼັງທີ່ສໍາເລັດການເປີດພິທີດັ່ງກ່າວແລ້ວ ຄະນະຕົວແທນຜູ້ເຂົ້າຮ່ວມຈາກ ສປປ ລາວ, ປະເທດກໍາປູເຈຍ, ບັນດາກົງສຸນປະເທດຕ່າງໆ ທີ່ປະຈຳຢູ່ນະຄອນ ຊົງຊິງ ແລະ ການນຳ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ໄດ້ເຂົ້າກອງປະຊຸມ ປຶກສາຫາລືແລກປ່ຽນຄໍາຄິດຄໍາເຫັນ ກ່ຽວກັບການສະໜອງແປ້ງມັນຕົ້ນ ແລະ ຜົນຜະລິດກະສິກໍາ ຈໍາໜ່າຍສູ່ຕະຫຼາດ ສປຈີນ. ຈາກນັ້ນ, ໄດ້ຢ້ຽມຊົມ ສະຖານທີ່ສໍາຄັນທີ່ທາງເມືອງຊາພິງປ້າ ໄດ້ສ້າງຄວາມພ້ອມດ້ານຕ່າງໆ ໂດຍສະເພາະເເມ່ນ ການຂົນສົ່ງທາງບົກ, ທາງລົດໄຟລາວ-ຈີນ, ທາງນໍ້າ – ທາງທະເລ, ທາງອາກາດ, ສ້າງສູນເກັບຮັກສາສິນຄ້າກະສິກໍາຈາກ ສປປ ລາວ ເພື່ອອໍານວຍຄວາມສະດວກໃນການຈັດຊື້ແປ້ງມັນຕົ້ນໃຫ້ໄດ້ 100,000 – 200,000 ໂຕນຕໍ່ປີ ເຂົ້າມາສູນກະຈາຍສິນຄ້າຂອງເມືອງຊາພິງປ້າ ເພື່ອຈຳໝ່າຍໃນຂອບເຂດທົ່ວປະເທດ (ສປ ຈີນ), ການເປີດພິທີ ເຂດຂົນສ່ົງ ຄັ້ງນີ້ ເປັນການສ້າງຄວາມໝັ້ນໃຈໃຫ້ແກ່ ຜູ້ປະກອບການ ດ້ານການຂົນສົ່ງ, ການຜະລິດແປ້ງມັນຕົ້ນຂອງ ສປປ ລາວ ພ້ອມທີ່ຈະສະໜອງສິນຄ້າສູ່ ສປຈີນ ໃຫ້ຫຼາຍຂຶ້ນ.
ກວດແກ້ໂດຍ: ພະແນກຂໍ້ມູນຂ່າວສານການສົ່ງເສີມ ແລະ ເຊື່ອມໂຍງຕະຫຼາດ
Leave a Reply