ສູນພັດທະນາກະສິກຳ ປາກແຈ້ງ (ແຂວງວຽງຈັນ)
ສູນພັດທະນາກະສິກຳ ມີໜ້າທີ່ ດັ່ງນີ້:
- ຜັນຂະຫຍາຍແຜນຍຸດທະສາດການພັດທະນາວຽກງານຂອງກົມ ມາເປັນແຜນການ ແລະ ໂຄງການລະ ອຽດ ເພື່ອຈັດຕັ້ງປະຕິບັດ ຕາມບົດບາດໜ້າທີ່ຂອງຕົນໃຫ້ປະກົດຜົນເປັນຈິງ;
- ສ້າງປື້ມຄູມື, ຫຼັກສູດຝຶກອົບຮົມ ແລະ ຈັດຝຶກອົບຮົມ, ສາທິດ ເຕັກນິກ, ເຕັກໂນໂລຊີ, ນະວັດຕະກຳ ແລະ ທັກສະກະສິກຳສະໄໝໃໝ່ ເຂົ້າໃນຜະລິດແນວພັນພືດ, ແນວພັນເຂົ້າລຸ້ນສາມ, ແນວພັນສັດ ແລະ ສັດນໍ້າ; ການປູກ, ການລ້ຽງ ແບບປະສົມປະສານ ຕາມຫຼັກການກະສິກຳອິນຊີ ແລະ ກະສິກໍາສະອາດ ໃຫ້ແກ່ວິຊາການຂັ້ນທ້ອງຖິ່ນ, ຊາວກະສິກອນ, ກຸ່ມການຜະລິດແນວພັນ ແລະ ກຸ່ມຜະລິດກະສິກໍາ ແລະ ຜູ້ປະກອບການທຸລະກິດກະສິກຳ;
- ສ້າງປື້ມຄູ່ມື້ ແລະ ຫຼັກສູດຝຶກອົບຮົມ ການນໍາໃຊ້, ການບໍາລຸງຮັກສາ ແລະ ສ້ອມແປງ ກົນຈັກກະສິກໍາ, ເຄື່ອງມື ແລະ ອຸປະກອນທີ່ທັນສະໄໝ ພ້ອມທັງຝຶກອົບຮົມ, ສາທິດການນໍາໃຊ້ ແລະ ບໍລິການ ໃຫ້ແກ່ກຸ່ມຜະລິດເຂົ້າແນວພັນ, ກຸ່ມຜະລິດເຂົ້າເປັນສິນຄ້າ ແລະ ອື່ນໆ ໃຫ້ແກ່ວິຊາການຂັ້ນທ້ອງຖິ່ນ, ຊາວກະສິກອນ, ກຸ່ມການຜະລິດແນວພັນ ແລະ ກຸ່ມຜະລິດກະສິກໍາ ແລະ ຜູ້ປະ ກອບການທຸລະກິດກະສິກຳ;
- ສ້າງປື້ມຄູ່ມື້, ຫຼັກສູດຝຶກອົບຮົມ ແລະ ຈັດຝຶກອົບຮົມ ການອົບ, ຕາກ, ຄັດແຍກ, ຈັດເກຣດ, ຫູ້ມຫໍ່ ແນວພັນພືດ, ແນວພັນເຂົ້າລຸ້ນສາມ ແລະ ຜົນຜະລິດກະສິກໍາ ເພື່ອຮັບປະກັນດ້ານຄຸນນະພາບ, ສ້າງມູນຄ່າເພີ່ມ ແລະ ການຕະຫຼາດ ໃຫ້ແກ່ວິຊາການຂັ້ນທ້ອງຖິ່ນ, ຊາວກະສິກອນ, ກຸ່ມການຜະລິດແນວພັນ ແລະ ກຸ່ມຜະລິດກະສິກໍາ ແລະ ຜູ້ປະກອບການທຸລະກິດກະສິກຳ;
- ສົ່ງເສີມການຈັດຕັ້ງກຸ່ມ ແລະ ສະຫະກອນ ຜະລິດແນວພັນ, ຜະລິດກະສິກໍາເປັນສິນຄ້າ ແລະ ການບໍລິ ການກົນຈັກແບບຜູກພັນຕາມສັນຍາໃຫ້ເປັນຂະບວນກວ້າງຂວາງ ໃນຮູບແບບທຸລະກິດຮ່ວມມື ແລະ ໃນຮູບແບບຕ່າງໆ ໃຫ້ມີຄວາມເຂັ້ມແຂງ;
- ຜະລິດແນວພັນເຂົ້າລຸ້ນສາມ, ແນວພັນພືດ ແລະ ສັດນໍ້າ ຢູ່ພາຍໃນສູນ ພ້ອມທັງຊຸກຍູ້ສົ່ງເສີມການຜະລິດ ແລະ ນຳໃຊ້ແນວພັນດັ່ງກ່າວໃຫ້ກວ້າງຂວາງ ເພື່ອຕອບສະໜອງແນວພັນໃຫ້ແກ່ການຜະລິດຄໍ້າປະກັນສະ ບຽງອາຫານ, ການຜະລິດສິນຄ້າຮັບໃຊ້ພາຍໃນ ແລະ ຜະລິດສິນຄ້າເພື່ອສົ່ງອອກ ດ້ວຍການປະສານສົມ ທົບກັບຂະແໜງກະສິກໍາ ແລະ ສິ່ງແວດລ້ອມ ຂັ້ນທ້ອງຖິ່ນ ແລະ ພາກສ່ວນກ່ຽວຂ້ອງ ເພື່ອຂະຫຍາຍຕາໜ່າງການຜະລິດແນວພັນ ຂອງຄອບຄົວ, ຟາມ, ຫົວໜ່ວຍທຸລະກິດ, ກຸ່ມ, ສະຫະກອນ ໃຫ້ຖືກຕ້ອງຕາມຂະບວນການ, ຂັ້ນຕອນດ້ານວິຊາການ ແລະ ຕາໜ່າງການກວດສອບ ແລະ ຢັ້ງຢືນຄຸນນະພາບແນວພັນ;
- ຈັດຕັ້ງຈຸດຈໍາໜ່າຍແນວພັນ ແລະ ປັດໄຈການຜະລິດ ຢູ່ພາຍໃນສູນ ພ້ອມທັງປະສານສົມທົບກັບຜູ້ປະ ກອບການ ແລະ ພາກສ່ວນທີ່ກ່ຽວຂ້ອງ ເພື່ອໃຫ້ມີກົນໄກສະໜອງແຫຼ່ງທຶນ, ສິນເຊື່ອ, ປັດໄຈການຜະລິດ, ແນະນຳເຕັກນິກວິຊາການ ແລະ ການເຂົ້າເຖິງຕະຫຼາດ ໃຫ້ແກ່ ກຸ່ມ, ສະຫະກອນ ແລະ ຊາວກະສິ ກອນ ເພື່ອຫຼຸດຜ່ອນຕົ້ນທຶນ, ຍົກສູງດ້ານປະລິມານ ແລະ ຄຸນນະພາບ ຂອງຜົນຜະລິດກະສິກຳ ຕາມທິດຫັນເປັນທັນສະໄໝ, ສີຂຽວ ແລະ ຍືນຍົງ;
- ປະສານງານ, ຮ່ວມມືກັບອົງການຈັດຕັ້ງທີ່ກ່ຽວຂ້ອງ ທັງພາຍໃນ ແລະ ຕ່າງປະເທດ ເພື່ອຍາດແຍ່ງການຊ່ວຍເຫຼືອ ທາງດ້ານງົບປະມານ ແລະ ເຕັກນິກວິຊາການ;
- ສ້າງແຜນງົບປະມານ, ກິດຈະກຳ ແລະ ສະຫຼຸບລາຍງານຢ່າງເປັນປົກກະຕິ; ນຳສະເໜີອະນຸມັດໂຄງການ, ງົບປະ ມານຂອງລັດ ແລະ ແຫຼ່ງທຶນອື່ນໆ ພ້ອມທັງຄູ້ມຄອງນຳໃຊ້ຊັບສິນ, ງົບປະມານ, ຊັບພະຍາກອນຂອງສູນ ໃຫ້ມີປະສິດທິພາບ, ໂປ່ງໃສ ແລະ ສາມາດກວດສອບໄດ້;
- ຄົ້ນຄວ້າ, ເກັບກຳຂໍ້ມູນ, ສັງລວມ, ສະຫຼຸບລາຍງານວຽກງານພັດທະນາກະສິກໍາ ປະຈຳເດືອນ, 3 ເດືອນ, 6 ເດືອນ, 9 ເດືອນ, ປະຈຳປີ, ກາງສະໄໝ ແລະ 5 ປີ ໃຫ້ຖືກຕ້ອງ, ຄົບຖ້ວນ, ເປັນປົກກະຕິ ແລະ ທັນເວລາ;
ປະຕິບັດໜ້າທີ່ອື່ນ ຕາມກົດໝາຍ, ລະບຽບການ ແລະ ການມອບໝາຍ ຂອງຂັ້ນເທິງ.

