ພິທີສະເຫຼີມສະຫຼອງວັນສະຫະກອນ
ໃນຕອນເຊົ້າວັນທີ 12 ພຶດສະພາ 2025 ກົມສົ່ງເສີມກະສິກໍາ ແລະ ສະຫະກອນ, ກະຊວງກະສິກໍາ ແລະ ປ່າໄມ້ ໄດ້ຈັດພິທີ ສະເຫຼີມສະຫຼອງວັນສະຫະກອນ ປະຈໍາປີ 2025 ຢູ່ທີ່ສະໂມສອນສະຖາບັນຄົ້ນຄວ້າກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ ໂດຍການເປັນປະທານຂອງ ທ່ານ ປອ. ລິນຄຳ ດວງສະຫວັນ ລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້. ມີ ທ່ານ ຮອງລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້, ບັນດາຫົວໜ້າ-ຮອງຫົວໜ້າກົມ, ຕາງໜ້າພະແນກການ ແລະ ອົງການຈັດຕັ້ງຂັ້ນແຂວງ ຈາກ 5 ແຂວງ ແລະ ນະຄອນຫຼວງວຽງຈັນ, ຫົວໜ້າ-ຮອງຫົວໜ້າສູນວິຊາການຂັ້ນ 2, ສະຫະພັນ, ສະມາຄົມ ແລະ ສະຫະກອນຕ່າງໆ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ໃນພິທີ ທ່ານ ສົມພອນ ແກ້ວຫາວົງ ຫົວໜ້າກົມສົ່ງເສີມກະສິກໍາ ແລະ ສະຫະກອນ ໄດ້ຂຶ້ນລາຍງານ ຄວາມເປັນມາຂອງ ວຽກງານສະຫະກອນ ໃນໄລຍະຜ່ານມາວ່າ: ສະຫະກອນ ໃນ ສປປ ລາວ ມີໜໍ່ແໜງ ມາແຕ່ດົນນານແລ້ວ ໃນສັງຄົມປະຖົມ ປະຖານ ຈາກການອອກແຮງງານສາມັກຄີກັນ ກ້າວມາເປັນສະຫະກອນຢ່າງເປັນລະບົບເທື່ອລະກ້າວ ການພັດທະນາກຸ່ມສະຫະກອນມີ 4 ໄລຍະຄື: 1. ໄລຍະເປັນໄປເອງຂອງຊຸມຊົນຮາກຖານ: ປະຊາຊົນມີມູນເຊື້ອຊ່ວຍເຫລືອ ເຊີ່ງກັນແລະກັນ ຮູບການວານແຮງງານ; 2. ໄລຍະການຜະລິດລວມໝູ່ ຢູ່ເຂດປົດປ່ອຍ ຂອງແນວລາວຮັກຊາດ; 3.ໄລຍະຫັນເປັນສະຫະກອນລວມໝູ່ ພາຍຫລັງປະເທດຊາດໄດ້ຮັບການປົດປ່ອຍ ແລະ 4. ໄລຍະຫັນປ່ຽນສະຫະກອນແບບໄໝ່ 1986-ປະຈຸບັນ). ມາຮອດປີ 2021 ກົມສົ່ງເສີມກະສິກຳ ແລະ ສະຫະກອນ ໄດ້ຮັບຜິດຊອບກ່ຽວກັບວຽກງານສະຫະກອນ ກໍ່ໄດ້ເອົາໃຈໃສ່ພັດທະນາວຽກງານສະຫະກອນເປັນກ້າວໆມາ. ຜ່ານການສໍາຫວດຕົວຈິງເຫັນວ່າມາຮອດປີ 2025 ມີສະຫະກອນກະສິກໍາ ທັງໝົດ 46 ສະຫະກອນ ແລະ ກຸ່ມ 3,705 ກຸ່ມ ເຫັນໄດ້ວ່າຈໍານວນກຸ່ມຫຼຸດລົງ ແລະ ສະຫະກອນເພີ່ມຂື້ນ ຖ້າທຽບໃສ່ຂໍ້ມູນປີ 2023. ເພື່ອເຮັດໃຫ້ພິທີດັັ່ງກ່າວມີຄວາມໝາຍສໍາຄັນ ໂອກາດນີ້ ທ່ານ ປອ. ລິນຄຳ ດວງສະຫວັນ ລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ ໄດ້ໃຫ້ກຽດກ່າວເປີດພິທີວ່າ ການຈັດຕັ້ງປະຕິບັດແນວມາງການປ່ຽນແປງໃໝ່ຂອງພັກ ແລະ ລັດຖະບານ ໄດ້ຖືເອົາວຽກງານການຈັດຕັ້ງການຜະລິດເປັນສໍາຄັນ ເພື່ອເຕົ້າໂຮມການຜະລິດຂະໜາດນ້ອຍ, ເອກະເທດ, ກະແຈກກະຈາຍ ໃຫ້ມີການຈັດຕັ້ງເປັນກຸ່ມ,ສະຫະກອນ ຊື່ງລັດຖະບານ ໄດ້ອອກດໍາລັດວ່າດ້ວຍສະຫະກອນ ໃນປີ 2010 ແລະ ປັບປຸງມາເປັນດໍາລັດວ່າດ້ວຍກຸ່ມ ແລະ ສະຫະກອນ ໃນປີ 2020 ແລະ ໄດ້ຍົກດໍາລັດດັ່ງກ່າວຂຶ້ນມາເປັນກົດໝາຍ ວ່າດ້ວຍສະຫະກອນ ສະບັບເລກທີ 54/ສພຊ, ລົງວັນທີ 28 ມິຖຸນາ 2024 ເປົ້າໝາຍແມ່ນເພື່ອຄຸ້ມຄອງ ແລະ ຕິດຕາມກວດກາສະຫະກອນ ແນໃສສົ່ງເສີມເສີມ ແລະ ພັດທະນາການຜະລິດ, ການບໍລິການ ແລະ ການດໍາເນີນກິດຈະການການຜະລ/ິດກະສິກໍາໃຫ້ເຕີບໃຫຍ່ຂະຫຍາຍຕົວ ແລະ ເຂັ້ມແຂງ ຮັບປະກັນແກ້ໄຂຄວາມທຸກຍາກ ແລະ ຍົກລະດັບຊີວິດການເປັນຢູ່ ຂອງປະຊາຊົນລາວບັນດາເຜົ່າ ໃຫ້ດີຂຶ້ນ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງຊາດ. ສໍາລັບພິທີສະເຫຼີມສະຫຼອງວັນສະຫະກອນ ຄັ້ງນີ້ ເປັນຄັ້ງທໍາອິດ ຕາມທີ່ກໍານົດໄວ້ໃນກົດໝາຍ ວ່າດ້ວຍສະຫະກອນ ສະລັບເລກທີ 54/ສພຊ, ລົງວັນທີ 28 ມິຖຸນາ 2024 ທີ່ໄດ້ກໍານົດເອົາ ວັນທີ 11 ພຶດສະພາ ຂອງທຸກໆປີ ເປັນວັນສະຫະກອນ. ພ້ອມນີ້ ໄດ້ໃຫ້ກຽດຕັດແຖບຜາ ແລະ ລັ່ນຄອງ 9 ບາດ ເພື່ອເປີດພິທີຢ່າງເປັນທາງການ ພ້ອມທັງຊົມງານວາງສະແດງ ຜະລິດຕະພັນ ຂອງສະຫະກອນ.ພາຍໃນງານອີກດ້ວຍ.
ຂ່າວໂດຍ: ກະຊວງກະສິກໍາ ແລະ ປ່າໄມ້
Leave a Reply