ຝຶກອົບຮົມ ການບໍລິຫານເງີນອອມ, ເງີນກູ້ ແລະ ການບັນຊີ ໃຫ້ກູ່ມອອມຊັບແຊມາອຶລ ກຶມໂກບ້ານ ແລະ 3 ບ້ານເປົ້າໝາຍໃໝ່
ເພື່ອຍົກລະດັບທາງດ້ານຄວາມຮູ້ ແລະ ຄວາມສາມາດ ໃຫ້ນັກສຳມະນາກອນ ກ່ຽວກັບການບໍລິຫານ, ການຄູ້ມຄອງເງີນອອມ, ເງີນກູ້ ແລະ ການຄຸ້ມຄອງບັນຊີ ໃຫ້ກັບກຸ່ມອອມຊັບແຊມາອຶລ ກຶມໂກບ້ານ ໂດຍສະເພາະ ແມ່ນບ້ານດົງຂາວ, ບ້ານຫລັກ52, ບ້ານ ນໍ້າລິນ, ແລະ 3 ບ້ານເປົ້າໝາຍໃໝ່ບ້ານ ໜອງປຸ່ງ, ບ້ານ ໂພນໄຊ ແລະ ບ້ານ ນາເລົ່າ ລວມທັງພະນັກງານຂັ້ນເມືອງຜູ້ຮັບຜິດຊອບວຽກດັ່ງກ່າວ.
ການລາຍງານສະພາບການຈັດຕັ້ງປະຕິບັດວຽກງານທົດລອງສ້າງຕັ້ງກຸ່ມອອມຊັບ ຂອງສະຫະພັນສະຫະກອນສິນເຊື່ອຊຸມຊົນ ຫຼື (ແຊມາອືລ ກຶມໂກ) ສ. ເກົາຫຼີ
ໃນຕອນບ່າຍວັນທີ 08 ມິຖຸນາ 2022 ກົມສົ່ງເສິມກະສິກໍາ ແລະ ສະຫະກອນ ນໍາພາທິມງານ ສະຫະພັນ ສະຫະກອນ ສິນເຊື່ອຊຸມຊົນ(ແຊມາອືລ ກຶມໂກ) ສ. ເກົາຫຼີ ເຂົ້າພົບປະ ທ່ານ ປອ. ເພັດ ພົມພິພັກ ລັດຖະມົນຕີກະຊວງກະສິກໍາ ແລະປ່າໄມ້. ເຊິ່ງທ່ານປະທານ ປອ. ເພັດ ພົມພິພັກ ລັດຖະມົນຕີກະຊວງກະສິກໍາ ແລະປ່າໄມ້. ກ່າວຕອນຮັບ ທ່ານ ຫວູຈ໋ອງ ຊິມ ຫົວໜ້າພະແນກຮ່ວມມືສາກົນ, ສະຫະພັນ ສະຫະກອນ ສິນເຊື່ອຊຸມຊົນ (ແຊມາອືລ ກຶມໂກ), ພ້ອມດ້ວຍທິມງານຢ່າງອົບອຸ່ນ. Continue reading
ກອງປະຊຸມ ຄະນະຊີ້ນຳໂຄງການສົ່ງເສີມລະບົບຕ່ອງໂສ້ ການຜະລິດກະສິກໍາເປັນສິນຄ້າທີ່ເປັນມິດຕໍ່ສີ່ງແວດລ້ອມ ( ຄສກສ )
ໂຄງການສົ່ງເສີມລະບົບຕ່ອງໂສ້ການຜະລິດກະສິກໍາເປັນສິນຄ້າທີ່ເປັນມິດຕໍ່ສີ່ງແວດລ້ອມ ຫຼື ( ຄສກສ ) ເປັນໂຄງການໜື່ງທີ່ໄດ້ຮັບທຶນຊ່ວຍເຫຼືອຈາກທະນາຄານພັດທະນາອາຊີ ( ADB ) ເພື່ອມາຊ່ວຍສະໜັບໜູນການຈັດຕັ້ງປະຕິບັດແຜນຍຸດທະສາດການພັດທະນາກະສິກໍາ ແລະ ປ່າໄມ້ ຂອງລັດຖະບານແຫ່ງ ສປປ ລາວແຕ່ນີ້ ຫາ 2025 ວິໃສທັດ 2030 ແລະ ເປັນໂຄງການນື່ງທີ່ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນວຽກງານພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກໃນ ສປປ ລາວ, ພ້ອມນີ້ຍັງກາຍເປັນແຜນຫຼັກຂອງຂະແໜງກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ ໃນການພັດທະນາລະບົບຕ່ອງໂສ້ການຜະລິດສ້າງມູນຄ່າເພີ່ມ ແລະ ປັບປຸງເຕັກນິກການຜະລິດ, ແນວພັນພືດທີ່ສາມາດທົນທານຕໍ່ການປ່ຽນແປງດິນຟ້າອາກາດ ແລະ ເປັນມິດຕໍ່ສີ່ງແວດລ້ອມ. Continue reading
ຝຶກອົບຮົມ ກ່ຽວກັບການບໍລິຫານ, ການຄູ້ມຄອງເງີນອອມ ແລະ ເງີນກູ້ ໃຫ້ກູ່ມອອມຊັບແຊມາອຶລ ກຶມໂກະບ້ານ
ເພື່ອ ຍົກລະດັບທາງດ້ານຄວາມຮູ້ ແລະ ຄວາມສາມາດ ໃຫ້ນັກສຳມະນາກອນ ກ່ຽວກັບການບໍລິຫານ, ການຄູ້ມຄອງເງີນອອມ ແລະ ເງີນກູ້ ໃຫ້ກັບກູ່ມອອມຊັບແຊມາອຶນ ກຶມໂກະບ້ານ ໂດຍສະເພາະ ແມ່ນບ້ານດົງຂາວ; ບ້ານຫລັກ52 ແລະ ບ້ານນໍ້າລິນ ລວມທັງພະນັກງານຂັ້ນເມືອງຜູ້ຮັບຜິຊອບວຽກດັ່ງກ່າວ. Continue reading
ພິທີ ມອບ-ຮັບ ຂໍ້ຕົກລົງ ແລະ ເປີດບໍລິການກຸ່ມອອມຊັບ
ໃນວັນທີ່ 4-6 ມີນາ 2022 ຄະນະທີມງານຮັບຜິດຊອບວຽກງານ ແຊມາອຶລກຶມໂກ ຂອງກົມສົ່ງເສີມກະສິກໍາ ແລະ ສະຫະກອນ ໄດ້ລົງເຄື່ອນໄຫວວຽກ ທີ່ ເມືອງ ໂພນໂຮງ ແຂວງ ວຽງຈັນ ເຊິ່ງວຽກງານດັ່ງກ່າວ ເປັນພິທີມອບ-ຮັບ ຂໍ້ຕົກລົງ ແລະ ເປີດບໍລິການກຸ່ມອອມຊັບ ແຊມາອຶລກຶມໂກ ບ້ານ ດົງຂາວ, ບ້ານ ຫລັກ 52 ແລະ ບ້ານ ນໍ້າລິນ ເມືອງ ໂພນໂຮງ ແຂວງ ວຽງຈັນ. ເຊິ່ງການລົງເຄື່ອນໄຫວໃນຄັ້ງນີ້ ນໍາ Continue reading