ພິທີ ສະເຫຼີມສະຫຼອງວັນສະຫະກອນ ຄົບຮອບ 48 ປີ
ກົມສົ່ງເສີມກະສິກໍາ ແລະ ສະຫະກອນ, ກະຊວງກະສິກໍາ ແລະ ສິ່ງແວດລ້ອມ ຈັດພິທີ ສະເຫຼີມສະຫຼອງວັນສະຫະກອນ ຄົບຮອບ 48 ປີ
ໃນຕອນເຊົ້າວັນທີ 4 ມິຖຸນາ 2026 ກົມສົ່ງເສີມກະສິກໍາ ແລະ ສະຫະກອນ, ກະຊວງກະສິກໍາ ແລະ ສິ່ງແວດລ້ອມ ໄດ້ຈັດພິທີສະເຫຼີມສະຫຼອງວັນສະຫະກອນ ປະຈໍາປີ 2026 ຂື້ນຢູ່ທີ່ສູນການຄ້າລາວ-ໄອເຕັກ ໂດຍການເປັນປະທານຂອງ ທ່ານ ປອ ລິນຄຳ ດວງສະຫວັນ ລັດຖະມົນຕີກະຊວງກະສິກໍາ ແລະ ສິ່ງແວດລ້ອມ, ມີບັນດາຄະນະກຳມະການສົ່ງເສີມກະສິກຳ, ຄະນະກອງເລຂາຊ່ວຍວຽກຄະນະກຳການ,ພະນັກງານລັດຖະກອນອອ້ມຂ້າງກະຊວງ, ພະແນກການອ້ອມຂ້າງນະຄອນຫຼວງ, ມີກຸ່ມຜູ້ຜະລິດກະສິກຳ, ສະຫະກອນ, ຜູ້ປະກອບການ, ບັນດາອົງການສາກົນ ແລະ ແຂກຖືກເຊີນເຂົ້າຮ່ວມທັງໝົດ 212 ທ່ານ, ຍິງ 116 ທ່ານ.
ຈຸດປະສົງຂອງງານດັ່ງກ່າວເພື່ອສະເຫລີມສະຫລອງວັນສະຫະກອນ ແລະ ເປັນການສົ່ງເສີມສິນຄ້າລາວເພື່ອຍົກລະດັບສິນຄ້າຊຸມຊົນສູ່ຕະຫລາດທັນສະໃຫມ.
ໃນພິທີທ່ານ ປອ ອານົງສອນ ພົມມະຈັນ ຫົວໜ້າກົມສົ່ງເສີມກະສິກໍາ ແລະ ສະຫະກອນ ໄດ້ຂຶ້ນລາຍງານ ຄວາມເປັນມາຂອງວຽກງານສະຫະກອນໃນໄລຍະຜ່ານມາວ່າ: ສະຫະກອນ ໃນ ສປປ ລາວ ມີໜໍ່ແໜງ ມາແຕ່ດົນນານແລ້ວ ໃນສັງຄົມປະຖົມປະຖານ ຈາກການອອກແຮງງານສາມັກຄີກັນ ກ້າວມາເປັນສະຫະກອນຢ່າງເປັນລະບົບເທື່ອລະກ້າວ ການພັດທະນາກຸ່ມສະຫະກອນມີ 4 ໄລຍະຄື: ໄລຍະທີ່ 1: ແມ່ນໄລຍະເປັນໄປເອງຂອງຊຸມຊົນຮາກຖານປະຊາຊົນທີ່ມີມູນເຊື້ອຊ່ວຍເຫລືອເຊີ່ງກັນ ແລະ ກັນ ຮູບການວານແຮງງານ; 2. ໄລຍະ2 ໄລຍະການຜະລິດລວມໝູຢູ່ເຂດປົດປ່ອຍຂອງແນວລາວຮັກຊາດ1972-1975, ກອງປະຊຸມຄັ້ງທີ່ II ຂອງພັກ ປີ 1972ເຊີດຊູຜະລິດຕະພາບຂອງງານບົນພືນຖານການຈັດຕັ້ງແຮງງານລວມໝູ່; 3. ໄລຍະ3: ໄລຍະຫັນເປັນສະຫະກອນລວມໝູ່ ພາຍຫລັງປະເທດຊາດໄດ້ຮັບການປົດປ່ອຍ: (1976-1986 ) ແລະ 4. ໄລຍະ4: ໄລຍະຫັນປ່ຽນສະຫະກອນແບບໄໝ່ 1986- ປະຈຸບັນ). ມາຮອດປະຈຸບັນນີ້ທຸກພາກສ່ວນໄດ້ໃຫ້ຄວາມ ຮ່ວມມືໃນການພັດທະນາມາຢ່າງບໍ່ຢຸດຢັ້ງ ກຸ່ມ ແລະ ສະຫະກອນ ເພີ່ມ ຂື້ນຢ່າງຕໍ່ເນື່ອງ, ຈໍານວນກຸ່ມການຜະລິດມີ3,705 ກຸ່ ມ ແລະ ຈໍານວນສະຫະກອນມີ 114 ສະຫະກອນ ເຊີ່ງໃນນີ້ມີ 6 ປະເພດສະຫະກອນເຊັ່ນ: 1.ປະເພດ ສະຫະ ກອນກະ ສິກໍາ ແລະ ປ່າໄມ້ມີຈໍານວນ 58 ສະຫະກອນ, 2. ສະຫະກອນສິນເຊື່ອ ແລະ ເງິນຝາກປະຢັດ ມີຈ ໍາ ນວນ 32 ະ ຫ ະ ກ ອ ນ 3. ສະຫະກອນການຄ້າ ມີຈໍານວນ 7 ສະຫະກອນ. 4. ສະຫະກອນການຫັດຖະກໍາ ແລະ ປຸງແຕ່ງມີຈໍານວນ 4ສະຫະກອນ, 5. ສະຫະກອນບໍລິການ ມີຈໍານວນ 13 ສະຫະກອນ ແລະ ສະຫະກອນອຶ່ນໆ. ສະນັ້ນ ເພື່ອເປັນການສູ້ຊົນຈັດຕັ້ງປະບັດມະຕິ ກອງ ປະຊຸມໃຫ່ຍ ຄັ້ງທີ XII ຂອງພັກໃຫ້ສໍາເລັດຕາມຄາດຫມາຍສູ້ຊົນ ຈັດຕັ້ງປະຕິບັດມັດຕິກອງ ປະຊຸມ ໃຫ່ຍ ອົງຄະນະພັກກະຊວງກະສິກໍາ ແລະ ສິ່ງແວດລ້ອມ ຄັ້ງທີ VII ແລະ ແຜນພັດທະນາ ກະສິກໍາ ແລະ ສິ່ງແວດລ້ອມ 5 ປີຄັ້ງ X (2026-2030) ໂດຍສະເພາະ ການຈັດຕັ້ງປະຕິບັດຄາດຫມາຍ ສູ້ຊົນຂອງ ວຽກງານສົ່ງເສີມກະສິກໍາ ແລະ ສະຫະກອນ ສ້າງຕັ້ງກຸ່ມການຜະລິດໃຫ້ໄດ້ 500- 2,000 ກຸ່ມ, ຊຸກຍູ້, ປັບປຸງກຸ່ມການຜະລິດທີ່ມີແລ້ວ ໃຫ້ມ ີຄວາມເຂັ້ມມແຂງກາຍເປັນສະກອນ, ສູ້ຊົນສ້າງຕັ້ງສະຫະກອນກະສິກໍາ ໃຫ້ໄດ້ຕື່ມ100 ສະຫະກອນ, ຄຽງຄູ່ກັນນັ້ນຕ້ອງໄດ້ເອົາໃຈໃສ່ຊຸກຍູ້ສົ່ງເສີມສະມາຄົມ ແລະ ເຄືອຂ່າຍການ
ຜະລິດໃຫ້ມີການເຄື່ອນໄຫວຢ່າງແຂງແຮງ,ຄຽງຄູ່ກັບ ການຄົ້ນຄ້ວາ ແລະ ການຖ່າຍຖອດເຕັກນິກ ເຕັກໂນໂ ຊີກ່ຽວກັບການນໍາໃຊ້ວິທະຍາສາດ, ເຕັກໂນໂລຊີ, ຫັນເປັນອຸດສາຫະກໍາ ແລະ ທັນ ສະໄຫມເຂົ້າໃນການປູ ການລ້ຽງເທື່ອລະກ້າວ.
ໃນພິທີທີ່ມີຄວາມໝາຍສໍາຄັນສຳຄັນໂອກາດນັ້ນ ທ່ານ ປອ. ລິນຄຳ ດວງສະຫວັນ ລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ໄດ້ໃຫ້ກຽດ ລັ່ນຄອງ 9 ບາດ ເພື່ອເປີດພິທີຢ່າງເປັນທາງການພ້ອມທັງຊົມງານວາງສະແດງຜະລິດຕະພັນ ຂອງສະຫະກອນ, ນອກຈາກນີ້ໃນພິທີຍັງໄດ້ຮັບຟັງເວທີສົນທະນາໃຫ້ຄວາມຮູ້ກ່ຽວກັບວຽກງານສະຫະກອນ,ການເຂົ້າເຖິງແຫລ່ງທືນຕື່ມອີກເຊິ່ງພາກສ່ວນທີ່ມາໃຫ້ຄວາມຮູ້ກ່ຽວກັບວຽກງານດັ່ງກ່າວມາຈາກພາກສ່ວນຕ່າງຕ່າງເຊັ່ນ:ຕາງໜ້າຈາກກົມສົ່ງເສີມກະສິກຳ ແລະ ສະຫະກອນ, ກົມການຄ້າພາຍໃນກະຊວງການຄ້າ, ທະນາຄານແຫ່ງສປປລາວ, ຕົວແທນຈາກພາກສະຫະກອນຕື່ມອີກງານດັ່ງກ່າວຈະໄດ້ດຳເນີນໄປເປັນເວລາ 2 ວັນຈິ່ງຈະປິດລົງ.
ພາບ-ຂ່າວໂດຍ ເນີອາຄົມ ເທບພານິດ
ພະແນກສົ່ງເສີມກະສິກຳແບບມີສັນຍາ ແລະເຊື່ອມໂຍງຕະຫລາດ

