ກອງປະຊຸມປິດໂຄງການ LURAS

ໃນຕອນເຊົ້າຂອງວັນທີ 26 ພຶດສະພາ ໂຄງການບໍລິການ-ສົ່ງເສີມກະສິກໍາຮອບດ້ານ, ທີ່ຂຶ້ນກັບ ກົມສົ່ງເສີມກະສິກໍາ ແລະ ສະຫະກອນ, ກະຊວງກະສິກໍາ ແລະ ສິ່ງແວດລ້ອມ ໄດ້ຈັດກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດ ແລະ ປິດໂຄງການຂຶ້ນ ທີ່ຫ້ອງປະຊຸມໂຮງແຮມຮໍລີເດອິນ. ໂດຍການເປັນປະທານຮ່ວມຂອງທ່ານ ປອ ຈັນທະຄອນ ບົວລະພັນ ຮອງລັດຖະມົນຕີກະຊວງກະສິກໍາ ແລະ ສິ່ງແວດລ້ອມ, ທ່ານ ຈ່ອງ-ກາບຼີແຢຣ ດຸສ, ຫົວໜ້າອົງການ SDC ແລະ ອຳນວຍການພາກພື້ນຂົງເຂດແມ່ນໍ້າຂອງ, ອົງການເພື່ອການພັດທະນາ ແລະ ການຮ່ວມມື ແຫ່ງປະເທດສະວິດເຊີແລນ, ທ່ານ ເຢສເປີ ເລົາຣິດເຊັນ, ຫົວໜ້າອົງການເຮວວີຕັດ ປະຈຳ ສປປ ລາວ. ມີບັນດາທ່ານຫົວໜ້າ-ຮອງຫົວໜ້າຫ້ອງການ, ກົມ, ຄະນະກໍາມະການຊີ້ນໍາ,ທ່ານຜູ້ຕາງໜ້າຈາກພະແນກ ກະສິກໍາ ແລະ ສິ່ງແວດລ້ອມແຂວງ,ຄູ່ຮ່ວມພັດທະນາ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມທັງໝົດ 115 ຄົນ ຍິງ 49 ຄົນ.

ຈຸດປະສົງຂອງກອງປະຊຸມເພື່ອສະຫຼຸບການຈັດຕັ້ງປະຕິບັດ ແລະ ປິດໂຄງການ, ໃຫ້ກຽດກ່າວເປີດກອງປະຊຸມໂດຍ ທ່ານ ປອ. ຈັນທະຄອນ ບົວລະພັນ ຮອງລັດຖະມົນຕີກະຊວງກະສິກໍາ ແລະ ສິ່ງແວດລ້ອມເຊິ່ງທ່ານໄດ້ມີຄໍາເຫັນ: ໃນຫຼາຍປີຜ່ານມາ ໂຄງການ LURAS ໄດ້ມີບົດບາດສໍາຄັນ ໃນການເສີມສ້າງບົດບາດໃນການໃຫ້ການບໍລິການສົ່ງເສີມກະສິກໍາຢູ່ຊົນນະບົດ ໃນເຂດພູດອຍ ຂອງ ສປປ ລາວ ໂດຍໄດ້ສະໜັບສະໜູນ ຊາວກະສິກອນ ແລະ ຊຸມຊົນ ໃຫ້ສາມາດພັດທະນາ ຜະລິດພັນກະສິກໍາ, ເພີ່ມຄວາມໝັ້ນຄົງດ້ານອາຫານ ແລະ ສ້າງຄວາມຢືນຍົງ ໃນດ້ານອາຊີບ ແລະ ການດໍາລົງຊີວິດຂອງປະຊາຊົນລາວບັນດາເຜົ່າ. ໃນທີ່ປະຊຸມ ໄດ້ຮັບຟັງການນໍາສະເໜີ ການລາຍງານຜົນໄດ້ຮັບ ແລະ ຈຸດພົ້ນເດັ່ນຂອງການຈັດຕັ້ງປະຕິບັດກິດຈະກໍາຂອງໂຄງການ. ຈາກນັ້ນ, ໄດ້ມີການແບ່ງກຸ່ມຍ່ອຍເພື່ອສົນທະນາແບບໝູນວຽນ ໂດຍມີຜູ້ນໍາພາສົນທະນາຄື: ກຸ່ມການສົ່ງເສີມກະສິກໍາສີຂຽວ ຕ່ອງໂສ່ມູນຄ່າສູງຂອງ ຊາ ແລະ ກາເຟ; ກຸ່ມການສົ່ງເສີມໄວໜຸ່ມໃຫ້ເປັນຜູ້ປະກອບການທຸລະກິດກະສິກໍາ ແລະ ເຂົ້າເຖິງວຽກເຮັດງານທຳ, ສ້າງໄວໜຸ່ມຕົວແບບຂັ້ນຊຸມຊົນ ເຄືອຂ່າຍຊາວກະສິກອນ ຕາໜ່າງສີນຄ້າຕາມຜະລິດຕະພັນ ແລະ ກຸ່ມການສົນທະນານະໂຍບາຍສີຂຽວ. ໂອກາດນີ້,ໄດ້ຍົກໃຫ້ເຫັນດ້ານດີ, ຕັ້ງໜ້າ, ດ້ານອ່ອນ-ຂໍ້ຄົງຄ້າງ, ສາເຫດບັນຫາຕ່າງໆ ໃຫ້ມີລັັກສະນະ ຖືກກັບຕົວຈິງ ພ້ອມກັນນີ້ຍັງໄດ້ກໍານົດທິດທາງແຜນການ ແລະ ວິທີການຈັດຕັ້ງປະຕິບັດ ໃນຕໍ່ໜ້າ ແນໃສຮັບປະກັນບັນດາຜົນໄດ້ຮັບອັນພົ້ນເດັ່ນ ຫຼື ມໍລະດົກຂອງໂຄງການໃຫ້ສາມາດສືບຕໍ່ຈັດຕັ້ງປະຕິບັດໃຫ້ເກີດດອກອອກຜົນເປັນວົງກວ້າງຫຼາຍຂື້ນກວ່າເກົ່າ.

ໃນຕອນທ້າຍຂອງກອງປະຊຸມທ່ານ ປອ ອານົງສອນພົມມະຈັນ ຫົວໜ້າກົມສົ່ງເສີມກະສິກຳ ແລະ ສະຫະກອນຍັງໄດ້ໃຫ້ກຽດໂອ້ລົມຕໍ່ກອງປະຊຸມເຊິ່ງກ່ອນອື່ນທ່ານໄດ້ກ່າວຍ້ອງຍໍຊົມເຊີຍມາຍັງຜູ້ໃຫ້ທືນ, ບັນດາຄູ່ຮ່ວມງານ, ພະນັກງານໂຄງການຕັ້ງແຕ່ສູນກາງຮອດທອງຖິ່ນທີ່ໄດ້ສູມທຸກກຳລັງເຫື່ອແຮງ, ຄວາມຮູ້ຄວາມສາມາດເຂົ້າໃນການຈັດຕັ້ງປະຕິບັດກິດຈະກຳຈົນມີຜົນສຳເລັດຢ່າງເປັນຮູບປະທຳ ແລະ ເປັນທີ່້ໜ້າເພີ່ງພໍໃຈເພື່ອເຮັດໃຫ້ວຽກງານດັ່ງກາວໄດ້ຮັບການສືບຕໍ່ ແລະ ຂະຫຍາຍອອກສູ່ທາງກວ້າງນັ້ນທ່ານໄດ້ມີຄຳເຫັນຊີ້ນຳຕໍ່ກອງປະຊຸມດັ່ງນີ້:
1)ມອບໃຫ້ ກົມສົ່ງເສີມກະສິກໍາ ແລະ ສະຫະກອນ ສົມທົບກັບພາກສ່ວນກ່ຽວຂ້ອງ ສືບຕໍ່ຜັນຂະຫຍາຍ ແລະ ນໍາໃຊ້ບັນດາເຄື່ອງມືສົ່ງເສີມທີ່ໂຄງການໄດ້ພັດທະນາຂຶ້ນ ເຊັ່ນ: ຫຼັກສູດຝຶກອົບຮົມດ້ານກະສິກໍາສີຂຽວ, ເຕັກນິກ ແລະ ວິທີການຮັບມືກັບການປ່ຽນແປງສະພາບອາກາດ ເຂົ້າໃນຫຼັກສູດ ແລະ ແຜນການຝຶກອົບຮົມຂອງຕົນຢ່າງເປັນລະບົບ;
2)ມອບໃຫ້ ກົມສົ່ງເສີມກະສິກໍາ ແລະ ສະຫະກອນ ສືບຕໍ່ສ້າງຄວາມສາມາດໃຫ້ແກ່ຂະແໜງສົ່ງເສີມຂອງແຂວງ ແລະ ເມືອງ ກ່ຽວກັບການນໍາໃຊ້ເຄື່ອງມື, ຄູ່ມື ແລະ ສື່ຝຶກອົບຮົມຕ່າງໆ ທີ່ໄດ້ພັດທະນາຮ່ວມກັບໂຄງການ ເພື່ອໃຫ້ສາມາດນໍາໄປນໍາໃຊ້ໄດ້ຢ່າງມີປະສິດທິຜົນ;
3)ໂຄງການ ແລະ ກົມສົ່ງເສີມກະສິກໍາ ແລະ ສະຫະກອນ ສືບຕໍ່ຈັດຕັ້ງກິດຈະກໍາທີ່ໄດ້ກໍາ ພາຍຫຼັງທິ່ຊີ້ນສຸດໂຄງການ ໃນ 4 ແຂວງເປົ້າໝາຍໃຫ້ສໍາເລັດຕາມລະດັບຄາດໝາຍ;
4)ຮຽກຮ້ອງມາຍັງທຸກພາກສ່ວນ ໃຫ້ສືບຕໍ່ນໍາເອົາບັນດາເຄື່ອງມື ແລະ ວິທີການທີ່ໂຄງການໄດ້ພັດທະນາຂື້ນ ໄປນໍາໃຊ້ເຂົ້າວຽກງານຂອງຕົນໃຫ້ເກີດປະສິດທິຜົນຫຼາຍຂື້ນກວ່າເກົ່າ;
5)ມອບໃຫ້ ພະແນກກະສິກຳ ແລະ ສິ່ງແວດລ້ອມແຂວງ ສືບຕໍ່ຈັດຕັ້ງປະຕິບັດກິດຈະກຳຂອງໂຄງການທີ່ໄດ້ຈັດຕັ້ງປະຕິບັດພາຍໃນບ້ານ, ເມືອງ, ແຂວງຂອງຕົນໃຫ້ສໍາເລັດພາຍຫຼັງທີ່ຊີ້ນສຸດໂຄງການ ຕາມຂອບເວລາກໍານົດໄວ້ ພ້ອມທັງຄົ້ນຄວ້າ, ສັນຫາງົບປະມານ ແລະ ໂຄງການເພື່ອສືບຕໍ່ຜັນຂະຫຍາຍກິດຈະກຳ ແລະ ວິທີການຂອງໂຄງການໃຫ້ຂະຫຍາຍຕົວອອກສູ່ວົງກວ້າງ;
6)ມອບໃຫ້ ພະແນກກະສິກໍາ ແລະ ສິ່ງແວດລ້ອມແຂວງ ສືບຕໍ່ປະສານສົມທົບກັບກົມກ່ຽວ ຂ້ອງ, ອົງການຜູ້ໃຫ້ທຶນ ແລະ ພາກສ່ວນອື່ນໆ ເພື່ອສົ່ງເສີມການຈັດຕັ້ງກຸ່ມການຜະລິດ ແລະ ສະຫະກອນ ໃຫ້ມີຄວາມເຂັ້ມແຂງ, ທັນສະໄໝ ແລະ ສາມາດເຊື່ອມໂຍງກັບຕະຫຼາດໄດ້ດີຂຶ້ນ;
7)ພາຍຫຼັງທີ່ໂຄງການສີ້ນສຸດລົງແມ່ນໃຫ້ມີເວທີເຮັດບົດບືນທືກການມອບຮັບວັດຖຸອຸປະກອນຕ່າງໆ ເຂົ້າເປັນສັບສີນຂອງພັກ-ລັດ ຕາມບົດບັນທຶກໃນ MOU ທີ່ກໍານົດໄວໃນເບື້ອງຕົ້ນ;

ມາຮອດເວລາ 16:30 ຂອງວັນດຽວກັນກອງປະຊຸມໄດ້ອັດລົງດ້ວຍຜົນສຳເລັດຢ່າງຈົບງາມ.

ພາບ-ຂ່າວໂດຍ: ເນີອາຄົມ ເທບພານິດ
ພະແນກສົ່ງເສີມກະສິກຳແບບມິສັນຍາ ແລະ ເຊື່ອມໂຍງຕະຫລາດ
ກົມສົ່ງເສີມກະສິກຳ ແລະສະຫະກອນ

Translate:
ບັນດາຖານຂໍ້ມູນ





ຂ່າວໃໝ່

ເອກະສານ


MAF Copyright 2016-2026. All Rights Reserved

Management by: Department of Agriculture Extension and Cooperatives (DAEC)

TEL: (+856) 21 732 072, Website: daec.maf.gov.la