ກອງປະຊຸມທາບທາມໂຄງປະກອບ,ເນື້ອໃນ“ຮ່າງ” ດໍາລັດ ວ່າດ້ວຍວ່າດ້ວຍກອງທຶນສົ່ງເສີມສະຫະກອນ ແລະ “ຮ່າງ” ດໍາລັດ ວ່າດ້ວຍວ່າດ້ວຍຄັງແຮແນວພັນເຂົ້າ

ໃນລະຫວ່າງວັນທີ 09 – 10 ມິຖຸນາ 2026, ທີ່ຫ້ອງປະຊຸມໂຮງແຮມ ເດີ້ແກນລີເວີຊາຍ 2 ຫ້ອງປະຊຸມຊັ້ນ 01 ທີ່ເມືອງວັງວຽງ, ແຂວງວຽງຈັນກົມສົ່ງເສີມກະສິກຳ ແລະ ສະຫະກອນໄດ້ຈັດກອງປະຊຸມທາບທາມຄໍາເຫັນຕໍ່ ເນື້ອໃນຮ່າງດຳລັດວ່າດ້ວຍ ກອງທຶນສົ່ງເສີມສະຫະກອນ ແລະ ເນື້ອໃນຮ່າງດຳລັດວ່າດ້ວຍ ຄັງແຮແນວພັນເຂົ້າສຳລັບພາກກາງຂື້ນໂດຍການເປັນປະທານຂອງ ທ່ານ ປອ ນາງ ຈັນທະຄອນ ບົວລະພັນ ຮອງລັດຖະມົນຕີ ກະຊວງກະສິກຳ ແລະ ສິ່ງແວດລ້ອມ ມີຫ້ອງການກະຊວງກະສິກຳ ແລະ ສິ່ງແວດລ້ອມ, ກົມນິຕິກຳ ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ, ກົມກົດ
ໝາຍ (ກະຊວງຍຸດຕິທໍາ), ພະແນກກະສິກຳ ແລະ ສິ່ງແວດລ້ອມ,ພະແນກການເງິນ, ພະແນກແຮງງານ ແລະ ສະຫວັດດີການສັງຄົມ, ພະແນກຍຸຕິທໍາ, ພະແນກອຸດສາຫະກຳ ແລະ ການຄ້າ ຂອງແຂວງ ໄຊຍະບູລິ, ແຂວງ ວຽງຈັນ, ນະຄອນຫລວງວຽງຈັນ, ແຂວງ ບໍລິຄໍາໄຊ, ແຂວງ ໄຊສົມບູນ, ແຂວງ ຊຽງຂວາງ, ຄະນະກອງເລຂາຮັບຜິດຊອບ “ຮ່າງ” ດໍາລັດວ່າດ້ວຍ ກອງທຶນສົ່ງເສີມສະຫະກອນ, ຄະນະກອງເລຂາຮັບຜິດຊອບ “ຮ່າງ” ດໍາລັດວ່າດ້ວຍ ຄັງແຮແນວພັນເຂົ້າ, ຕາງໜ້າສະມາຄົມ ສສງ ແລະ ຕາງໜ້າຈາກອົງການ DGRV ປະຈໍາ ສປປ ລາວທັງໝົດ 43 ທ່ານ, ຍິງ 5 ທ່ານ.
ຈຸດປະສົງຂອງກອງປະຊຸມເພື່່ອທາບທາມ ຄໍາເຫັນຕໍ່ໂຄງປະກອບ ແລະ ເນື້ອໃນ “ຮ່າງ” ດໍາລັດ ວ່າດ້ວຍວ່າດ້ວຍກອງທຶນສົ່ງເສີມສະຫະກອນ ແລະ “ຮ່າງ” ດໍາລັດ ວ່າດ້ວຍວ່າດ້ວຍຄັງແຮງແນວພັນເຂົ້າສຳລັບພາກກາງ
ກອງປະຊຸມ ໄດ້ຮັບຟັງການລາຍງານໂດຍຫຍໍ້ ເຫດຜົນ, ຄວາມຈຳເປັນການສ້າງ“ຮ່າງ” ດໍາລັດ ວ່າດ້ວຍ ຄັງແຮແນວພັນເຂົ້າ ແລະ ໄດ້ຮັບຟັງການສະເໜີ ໂຄງປະກອບ ແລະ ເນື້ອໃນຕົ້ນຕໍຂອງ “ຮ່າງ” ດໍາລັດ ວ່າດ້ວຍ ຄັງແຮແນວພັນເຂົ້າ ແລະ ການລາຍງານໂດຍຫຍໍ້ ເຫດຜົນ, ຄວາມຈຳເປັນ ການສ້າງ“ຮ່າງ” ດໍາລັດ ວ່າດ້ວຍ ກອງທຶນສົ່ງເສີມສະຫະກອນ ແລະ ໄດ້ຮັບຟັງການສະເໜີ ໂຄງປະກອບ ແລະ ເນື້ອໃນຕົ້ນຕໍຂອງ “ຮ່າງ” ດໍາລັດ ວ່າດ້ວຍ ກອງທຶນສົ່ງເສີມສະຫະກອນຈາກກອງເລຂາ; ຫຼັງຈາກນັ້ນ, ກອງປະຊຸມ ກໍໄດ້ເປີດກວ້າງໃຫ້ບັນດາຜູ້ແທນກອງປະຊຸມປະກອບຄຳເຫັນ, ຄົ້ນຄວ້າ, ປຶກສາຫາລື, ແລກປ່ຽນບົດຮຽນ ແລະ ໃຫ້ຂໍ້ຊັກຖາມ ຕໍ່ຮ່າງດຳລັດດັ່ງກ່າວ ດ້ວຍບັນຍາກາດອັນຟົດຟື້ນ, ກົງໄປກົງມາ ແລະ ມີຄວາມຮັບຜິດຊອບສູງ.
ໃນຕອນທ້າຍຂອງກອງປະຊຸມເພື່ອເຮັດໃຫ້ຮ່າງດຳລັດທັງສອງຖືກຮັບຮອງ ແລະ ນຳໃຊ້ນັ້ນທ່ານປະທານມີຄຳເຫັນຕໍ່ກອງປະຊຸມດັ່ງນີ້:
1.ໂດຍລວມແມ່ນເຫັນດີ ໃຫ້ສືບຕໍ່ປັບປຸງເນື້ອໃນ ທັງສອງ “ຮ່າງ” ດໍາລັດ ຄື:ດໍາລັດວ່າດ້ວຍ ກອງທຶນສົ່ງເສີມສະຫະກອນ ແລະ “ຮ່າງ” ດໍາລັດ ຄື:ດໍາລັດວ່າດ້ວຍ ຄັງແຮແນວພັນເຂົ້າ ໃຫ້ຮັດກຸມ ແລະ ຈະແຈ້ງ ເພື່ອໃຫ້ພາກສ່ວນທີ່ຢູ່ທ້ອງຖິ່ນໃຫ້ເຂົ້າໃຈແຈ້ງ ຂອງດໍາລັດດັ່ງກ່າວ;
2.ມອບໃຫ້ກົມສົ່ງເສີມກະສິກຳ ແລະ ສະຫະກອນ ຄົ້ນຄວ້າຫາແຫຼ່ງທຶນເພື່ອນໍາມາສືບຕໍ່ຈັດຕັ້ງປະຕິບັດ ສ້າງ “ຮ່າງ” ທັງສອງ ດໍາລັດ ໃຫ້ສໍາເລັດ ແລະ ມີປະສິດຕິຜົນ ຕາມແຜນການທີ່ວາງໄວ້;
3.ມອບໃຫ້ຄະນະກອງເລຂານຳໄປຄົ້ນຄວ້າປັບປຸງເນື້ອໃນຮ່າງດຳລັດດັ່ງກ່າວຄືນ ເພື່ອໃຫ້ມີຄວາມໝາຍຈະແຈ້ງ, ຊັດເຈນ, ຮັດກຸມ ແລະ ສາມາດຈັດຕັ້ງປະຕິບັດໄດ້, ທັງສອດ ຄ່ອງກັບສະພາບຕົວຈິ່ງຂອງປະເທດ ແລະ ລະບຽບກົດໝາຍທີ່ກ່ຽວຂ້ອງ
4.ມອບໃຫ້ກອງເລຂາຄະນະຮັບຜິດຊອບ ສ້າງ “ຮ່າງ” ສອງດໍາລັດ ດັ່ງກ່າວ ລາຍງານຄວາມຄືບໜ້າ ການຈັດຕັ້ງປະຕິບັດ ໃຫ້ແກ່ການນໍາກະຊວງກະສິກຳ ແລະ ສິ່ງແວດລ້ອມ ຊາບເປັນແຕ່ລະໄລຍະ
ມາຮອດເວລາ 12:00 ໂມງ ກອງປະຊຸມໄດ້ປິດລົງດ້ວຍບັນຍາກາດອັນຈົບງາມ ແລະ ມີຄວາມເປັນເອກະພາບສູງ.

ພາບໂດຍ: ກຸກດາວອນ ພະແນກຕິດຕາມ,ປະເມີນສະຫະກອນ
ຂ່າວໂດຍ:ເນີອາຄົມ ເທບພານິດ
ເຜີຍແຜ່ໂດຍ ພະແນກສົ່ງເສີມກະສິກຳແບບມີສັນຍາ ແລະ ເຊື່ອມໂຍງຕະຫລາດ

Translate:
ບັນດາຖານຂໍ້ມູນ





ຂ່າວໃໝ່

ເອກະສານ


MAF Copyright 2016-2026. All Rights Reserved

Management by: Department of Agriculture Extension and Cooperatives (DAEC)

TEL: (+856) 21 732 072, Website: daec.maf.gov.la