ສູນສາທິດເຕັກນິກກະສິກຳໜອງແຫ້ວ (ນະຄອນຫຼວງວຽງຈັນ)
ສູນສາທິດເຕັກນິກກະສິກຳ ມີໜ້າທີ່ ດັ່ງນີ້:
- ຜັນຂະຫຍາຍແຜນຍຸດທະສາດການພັດທະນາວຽກງານຂອງກົມ ມາເປັນແຜນການ ແລະ ໂຄງການລະ ອຽດ ເພື່ອຈັດຕັ້ງປະຕິບັດ ຕາມບົດບາດໜ້າທີ່ຂອງຕົນໃຫ້ປະກົດຜົນເປັນຈິງ;
- ສົ່ງເສີມການນຳໃຊ້ຜົນສຳເລັດທາງດ້ານວິທະຍາສາດ, ອຸປະກອນກົນຈັກກະສິກຳ, ວິທີການກະເສດສຸມ ແລະ ແບບປະສົມປະສານ ເພື່ອຍົກສະມັດຖະພາບ, ຄຸນນະພາບຂອງຜົນ ເປັນຜະລິດສິນຄ້າ ແລະ ມີໂພຊະນາການ ຕາມຫຼັກການກະສິກໍາສະອາດ, ປອດໄພ ແລະ ເປັນມິດຕໍ່ສິ່ງແວດລ້ອມ;
- ຝຶກອົບຮົມເຕັກນິກການປູກພືດ, ຜະລິດແນວພັນລຸ້ນເຂົ້າລຸ້ນສາມ, ຜະລິດເຊື້ອເຫັດ ແລະ ປູກເຫັດ; ການອົບ, ຕາກ, ຄັດແຍກ, ຈັດເກຣດ, ຫຸ້ມຫໍ່ ເພື່ອສ້າງມູນຄ່າເພີ່ມ ແລະ ການຕະຫຼາດ ໃຫ້ແກ່ຊາວກະສິກອນກຸ່ມຜູ້ຜະລິດ, ກຸ່ມປຸງແຕ່ງ ແລະ ຜູ້ປະກອບການທຸລະກິດກະສິກໍາ ລວມທັງຮ່ວມຈັດງານວາງສະແດງສິນຄ້າກະສິກໍາ ແລະ ການນຳໃຊ້ກົນຈັກກະສິກຳ ເຂົ້າໃນການຜະລິດແນວພັນເຂົ້າລຸ້ນສາມ;
- ສາທິດ ການຜະລິດແນວພັນເຂົ້າລຸ້ນສາມ, ການປູກພືດ, ຜະລິດເຊື້ອເຫັດ, ການປູກເຫັດ; ການຜະລິດຝຸ່ນບົ່ມຊີວະພາບ, ການອົບ, ຕາກ, ຄັດແຍກ, ຈັດເກຣດ, ຫຸ້ມຫໍ່ ເພື່ອສ້າງມູນຄ່າເພີ່ມໃຫ້ກັບຜະລິດຕະພັນກະສິກຳ;
- ສາທິດ ການນຳໃຊ້ກົນຈັກເຂົ້າໃນການຜະລິດແນວພັນເຂົ້າລຸ້ນສາມ, ການປູກພືດ, ເພື່ອລຸດຜ່ອນແຮງງານ ແລະ ຕົ້ນທຶນການຜະລິດ;
- ຜະລິດແນວພັນເຂົ້າລຸ້ນສາມ, ຜະລິດເຊຶື້ອເຫັດ, ຜະລິດເຫັດ ແລະ ຝຸ່ນບົ່ມຊີວະພາບ ພ້ອມທັງຊຸກຍູ້ສົ່ງ ເສີມການຜະລິດ ແລະ ນໍາໃຊ້ແນວພັນດັ່ງກ່າວໃຫ້ກວ້າງຂວາງ ເພື່ອຕອບສະໜອງແນວພັນໃຫ້ແກ່ການຜະລິດສິນຄ້າຮັບໃຊ້ພາຍໃນທົດແທນການນໍາເຂົ້າ ແລະ ຜະລິດສິນຄ້າທີ່ມີຕະຫຼາດ ມີສັນຍາແລ້ວເພື່ອສົ່ງອອກ ດ້ວຍການປະສານສົມທົບກັບ ພະແນກກະສິກໍາ ແລະ ປ່າໄມ້ ນະຄອນຫຼວງວຽງຈັນ, ບັນດາຫ້ອງ ການກະສິກໍາ ແລະ ປ່າໄມ້ ນະຄອນ, ເມືອງ ແລະ ພາກສ່ວນກ່ຽວຂ້ອງ; ເພື່ອຂະຫຍາຍຕາໜ່າງການຜະ ລິດແນວພັນ ຂອງຄອບຄົວ, ຟາມ, ຫົວໜ່ວຍທຸລະກິດ, ກຸ່ມ ແລະ ສະຫະກອນ ໃຫ້ຖືກຕ້ອງຕາມຂະ ບວນການ, ຂັ້ນຕອນດ້ານວິຊາການ ແລະ ມີຕາໜ່າງການກວດສອບ ແລະ ຢັ້ງຢືນຄຸນນະພາບແນວພັນ;
- ຮ່ວມມືກັບພາກສ່ວນທີ່ກ່ຽວຂ້ອງ ແລະ ຜູ້ປະກອບການທຸລະກິດກະສິກຳ ເຮັດການສາທິດການຜະລິດແນວພັນເຂົ້າລຸ້ນສາມ, ການປູກພືດ, ການຜະລິດເຊື້ອເຫັດ, ການປູກເຫັດ, ການນຳໃຊ້ປັດໃຈການຜະລິດ ເຂົ້າໃນການຜະລິດກະສິກຳ ເພື່ອຍົກສະມັດຕະພາບຂອງຜົນຜະລິດ ແລະ ການນຳໃຊ້ກົນຈັກກະສິກຳ;
- ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ເພື່ອວາງແຜນການຜະລິດ ຮ່ວມກັບກຸ່ມ, ສະຫະກອນ ແລະ ຜູ້ປະກອບການ ໃຫ້ເຂົ້າເຖິງແຫຼ່ງທຶນ, ສິນເຊື່ອ, ປັດໄຈການຜະລິດ, ເເນະນໍາເຕັກນິກວິຊາການ ແລະ ການເຂົ້າເຖິງຕະຫຼາດ ໃຫ້ແກ່ຊາວກະສິກອນ, ກຸ່ມ ແລະ ສະຫະກອນ;
- ຕິດຕາມ, ເກັບກໍາຂໍ້ມູນ, ປະເມີນຜົນ ຜົນຂອງການສາທິດ ແລະ ສັງລວມບັນດາບົດຮຽນດີເດັ່ນ ໃນການຜະລິດ, ການປຸງແຕ່ງ ແລະ ການຕະຫຼາດ ເພື່ອເປັນຖານຂໍ້ມູນ ແລະ ບ່ອນອີງໃນການວາງແຜນການສົ່ງ ເສີມ ແລະ ກະຈາຍບົດຮຽນອອກສູ່ວົງກວ້າງ;
- ສ້າງແຜນງົບປະມານ, ກິດຈະກໍາ ແລະ ສະຫຼຸບລາຍງານຢ່າງເປັນປົກກະຕິ; ນໍາສະເໜີຂໍອະນຸມັດໂຄງການ, ງົບປະມານຂອງລັດ ແລະ ແຫຼ່ງທຶນອື່ນໆ ພ້ອມທັງຄຸ້ມຄອງນໍາໃຊ້ຊັບສິນ, ງົບປະມານ, ຊັບພະຍາກອນ ຂອງສູນ ໃຫ້ມີປະສິດທິພາບ, ໂປ່ງໃສ ແລະ ສາມາດກວດສອບໄດ້;
- ປະສານງານ, ຮ່ວມມືກັບອົງການຈັດຕັ້ງທີ່ກ່ຽວຂ້ອງ ທັງພາຍໃນ ແລະ ຕ່າງປະເທດ ເພື່ອຍາດແຍ່ງການຊ່ວຍເຫຼືອ ທາງດ້ານງົບປະມານ ແລະ ເຕັກນິກວິຊາການ;
- ຄົ້ນຄວ້າ, ເກັບກຳຂໍ້ມູນ, ສັງລວມ, ສະຫຼຸບລາຍງານວຽກງານສາທິດເຕັກນິກກະສິກຳ ປະຈຳເດືອນ, 3 ເດືອນ6 ເດືອນ, 9 ເດືອນ, ປະຈຳປີ, ກາງສະໄໝ ແລະ 5 ປີ ໃຫ້ຖືກຕ້ອງ, ຄົບຖ້ວນ, ເປັນປົກກະຕິ ແລະ ທັນເວລາ;
- ປະຕິບັດໜ້າທີ່ອື່ນ ຕາມກົດໝາຍ, ລະບຽບການ ແລະ ການມອບໝາຍ ຂອງຂັ້ນເທິງ.

