ພະແນກສັງລວມ

ພະແນກສັງລວມ ມີໜ້າທີ່ ດັ່ງນີ້:

  1. ສ້າງ ແລະ ຜັນຂະຫຍາຍ ແຜນຍຸດທະສາດການພັດທະນາວຽກງານຂອງກົມ ມາເປັນແຜນການ ແລະ ໂຄງ ການລະ ອຽດ ເພື່ອຈັດຕັ້ງປະຕິບັດ ຕາມບົດບາດໜ້າທີ່ຂອງຕົນໃຫ້ປະກົດຜົນເປັນຈິງ;
  2. ປະສານສົມທົບ ແລະ ເອື້ອອຳນວຍຄວາມສະດວກ ໃຫ້ແກ່ການເຄື່ອນໄຫວວຽກງານ ຂອງຄະນະກົມ, ບັນດາພະແນກການ, ສູນ ແລະ ບັນດາໂຄງການຕ່າງໆ ອ້ອມຂ້າງກົມ;
  3. ຄົ້ນຄວ້າ, ກຳນົດຕຳແໜ່ງງານ ແລະ ຈຳນວນພະນັກງານ-ລັດຖະກອນ ເພື່ອປະກອບເຂົ້າກົງຈັກການຈັດ ຕັ້ງ ຂອງບັນດາພະແນກ, ສູນ ທີ່ຂຶ້ນກັບກົມ;
  4. ຂຶ້ນແຜນການກໍ່ສ້າງ, ບຳລຸງ, ຍົກລະດັບ, ຄຸ້ມຄອງ, ຕິດຕາມກວດກາ, ປະເມີນຜົນ ແລະ ສະເໜີບັນຈຸ, ຍົກຍ້າຍ, ສັບຊ້ອນ, ເລື່ອນຊັ້ນ-ຂັ້ນເງິນເດືອນ; ສະເໜີການປະຕິບັດນະໂຍບາຍ ແລະ ລົງວິໄນ ຕໍ່ພະນັກ ງານລັດຖະກອນ ຕາມກົດໝາຍ ແລະ ລະບຽບການກຳນົດໄວ້;
  5. ຂຶ້ນບັນຊີຊັບສິນ ປະເພດທີ່ດິນ, ສິ່ງປຸກສ້າງ, ພາຫະນະ, ອຸປະກອນເຄື່ອງມືຮັບໃຊ້ ເຂົ້າໃນຖານຂໍ້ມູນພ້ອມທັງສ້າງແຜນຈັດສັນດຸ່ນດ່ຽງ, ຄຸ້ມຄອງ-ນຳໃຊ້, ບຳລຸງຮັກສາ ແລະ ນຳສະເໜີຍຸບ, ສະສາງຊັບສິນ ທີ່ຂຶ້ນກັບກົມ ຕາມລະບຽບກົດໝາຍ;
  6. ຄຸ້ມຄອງຕາປະທັບ, ເອກະສານຂາເຂົ້າ-ຂາອອກ, ຈໍລະຈອນ ແລະ ສໍາເນົາເອກະສານ; ປະຕິບັດວຽກງານພິ ທີການ, ເລຂານຸການ, ປ້ອງກັນຄວາມສະຫງົບ, ຄວາມປອດໄພ, ຮັກສາຄວາມສະອາດ, ຄວາມເປັນລະ ບຽບຮຽບຮ້ອຍ ພ້ອມທັງອຳນວຍຄວາມສະດວກໃນການ​ປະສານ​ສົມທົບ​ກັບບັນດາພະ​ແນກ, ສູນ ​ແລະ ​ໂຄງການ ​ທີ່ຂຶ້ນກັບ​ກົມ;
  7. ເຊື່ອມສານວຽກງານຄວາມກ້າວໜ້າຂອງແມ່ຍິງ ແລະ ແມ່-ເດັກ ເຂົ້າໃນວຽກງານສົ່ງເສີມເຕັກນິກກະສິ ກຳ ແລະ ສະຫະກອນ ໃນທຸກລະດັບ ແຕ່ສູນກາງລົງຮອດທ້ອງຖິ່ນ;
  8. ຄົ້ນຄວ້າ ຮ່າງ ນິຕິກໍາ, ສ້າງແຜນການ, ແຜນງົບປະມານ, ໂຄງການເຄື່ອນໄຫວ ແລະ ສະຫຼຸບຕີລາຄາ ການຈັດຕັ້ງປະຕິບັດວຽກງານຮອບດ້ານ ຂອງກົມຢ່າງເປັນປົກກະຕິ ພ້ອມທັງສັງລວມຂໍ້ມູນ, ສະຖິຕິທີ່ກ່ຽວຂ້ອງກັບການວາງແຜນພັດທະນາວຽກງານສົ່ງເສີມກະສິກໍາ ແລະ ສະຫະກອນ ໃນຂອບເຂດທົ່ວປະ ເທດ;
  9. ຄຸ້ມຄອງການນໍາໃຊ້ງົບປະມານການລົງທຶນຂອງລັດ ແລະ ໂຄງການຮ່ວມມືສາກົນ ທີ່ຂຶ້ນກັບຄວາມຮັບ ຜິດຊອບຂອງກົມ; ຕິດຕາມປະເມີນຜົນ ການຈັດຕັ້ງປະຕິບັດແຜນການ ແລະ ງົບປະມານ ໃຫ້ເປັນລະບົບ;
  10. ຄຸ້ມຄອງລະບົບບັນຊີ-ການເງິນ, ຄັງເງິນສົດ, ຄິດໄລ່ເງິນເດືອນ,​ ເງິນນະໂຍບາຍ, ກວດກາແຜນກິດຈະກໍາຍ່ອຍ ຂອງບັນດາໂຄງການ ພ້ອມທັງສະຫຼຸບໃຫ້ຖືກຕ້ອງຕາມລະບຽບການ;
  11. ປະສານ​ງານ, ຮ່ວມ​ມືກັບອົງການຈັດຕັ້ງທີ່ກ່ຽວຂ້ອງ ທັງພາຍໃນ ແລະ ຕ່າງປະເທດ ເພື່ອຍາດແຍ່ງການຊ່ວຍເຫຼືອທາງດ້ານງົບປະມານ ແລະ ເຕັກນິກວິຊາການ ພ້ອມທັງສະຫຼຸບສັງລວມ ການຈັດຕັ້ງປະຕິບັດ ຂອງບັນດາໂຄງການຮ່ວມມືສາກົນ ບົນພື້ນຖານການຕົກລົງເຫັນດີຂອງກົມ;
  12. ປະສານສົມທົບກັບບັນດາພະແນກຂອງກົມ ໃນການສັງລວມ, ສະຫຼຸບລາຍງານວຽກງານພົ້ນເດັ່ນ ກ່ຽວກັບວຽກງານ ຂອງພະແນກ ແລະ ວຽກງານ ຂອງກົມ ປະຈຳເດືອນ, 3 ເດືອນ, 6 ເດືອນ, 9 ເດືອນ, ປະຈຳປີ, ກາງສະໄໝ ແລະ 5 ປີ ໃຫ້ຂັ້ນເທິງ ແລະ ພາກສ່ວນທີ່ກ່ຽວຂ້ອງ ໃຫ້ຖືກຕ້ອງ, ຄົບຖ້ວນ, ເປັນປົກກະຕິ ແລະ ທັນເວລາ;
  13. ປະຕິບັດໜ້າທີ່ອື່ນ ຕາມກົດໝາຍ, ລະບຽບການ ແລະ ການມອບໝາຍ ຂອງຂັ້ນເທິງ.
Translate:
ບັນດາຖານຂໍ້ມູນ





ຂ່າວໃໝ່

ເອກະສານ


MAF Copyright 2016-2026. All Rights Reserved

Management by: Department of Agriculture Extension and Cooperatives (DAEC)

TEL: (+856) 21 732 072, Website: daec.maf.gov.la