ມອບ-ຮັບ ສູນຮຽນຮູ້ທຸລະກິດກະສິກຳ ແລະ ເຊື່ອມໂຍງຕະຫລາດ

ໃນຕອນບ່າຍຂອງວັນທີ 24 ມິຖຸນາ 2026 ທີ່ຫ້ອງປະຊຸມສູນຮຽນຮູ້ທຸລະກິດກະສິກຳ ແລະ ເຊື່ອມໂຍງຕະຫລາດ. ກົມສົ່ງເສີມກະສິກຳ ແລະ ສະຫະກອນໄດ້ຈັດກອງປະຊຸມມອບ-ຮັບສູນຮຽນຮູ້ທຸລະກິດກະສິກຳ ແລະ ເຊື່ອມໂຍງຕະຫລາດຂຶ້ນ ລະຫວ່າງອົງການ SDC/Helvetas Lao ແລະ ກະຊວງກະສິກຳ ແລະ ສິ່ງແວດລ້ອມ,ໂດຍການເປັນປະທານຮ່ວມຂອງທ່ານ ປອ ຈັນທະຄອນ ບົວລະພັນ ຮອງລັດຖະມົນຕີກະຊວງກະສິກໍາ ແລະ ສິ່ງແວດລ້ອມ, ທ່ານ ບີຢອນ ຊາລານ(B Jorn Schranz), ຫົວໜ້າໂຄງການພັດທະນາເສດຖະກິດແບບມີສ່ວນຮ່ວມ Progams Inclusive Economic Developmen (IED)ການປ່ຽນແປງດິນຟ້າອາກາດ ແລະ ການຄຸ້ມຄອງຊັບພະຍາກອນທຳມະຊາດClimate Change and Natural Resorce Management (CCNRM),ອົງການເພື່ອການພັດທະນາ ແລະ ການຮ່ວມມືສະວິດເຊີແລນ SDC ແລະ ອຳນວຍການພາກພື້ນຂົງເຂດແມ່ນໍ້າຂອງ, ອົງການເພື່ອການພັດທະນາ ແລະ ການຮ່ວມມື ແຫ່ງປະເທດສະວິດເຊີແລນ, ມີທ່ານຫົວໜ້າກົມສົ່ງເສີມກະສິກຳ ແລະ ສະຫະກອນ, ມີບັນດາທ່ານຫົວໜ້າ-ຮອງຫົວໜ້າພະແນກ,ພະນັກງານສູນຮຽນຮູ້ທຸລະກິດກະສິກຳ ແລະ ເຊື່ອມໂຍງຕະຫລາດ,ຄູ່ຮ່ວມພັດທະນາ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມທັງໝົດ 21 ຄົນ ຍິງ 10 ຄົນ.
ຈຸດປະສົງຂອງກອງປະຊຸມເພື່ອມອບຮັບສູນຮຽນຮູ້ທຸລະກິດກະສິກຳ ແລະ ເຊື່ອມໂຍງຕະຫລາດ ແລະ ອຸປະກອນຈຳນວນໜຶ່ງຂອງສູນຮຽນຮູ້ທຸລະກິດກະສິກຳ ແລະ ເຊື່ອມໂຍງຕະຫລາດ,
ໃນພິທີ ທ່ານ ສຸວັນທອງ ນາມວົງ ຮອງຫົວໜ້າກົມສົ່ງເສີມກະສິກຳ ແລະ ສະຫະກອນໄດ້ຂື້ນກ່າວປະຫວັດຄວາມເປັນມາ,ຄວາມຈຳເປັນໃນການສ້າງສູນຮຽນຮູ້ທຸລະກິດກະສິກຳ ແລະ ເຊື່ອມໂຍງຕະຫລາດ ແລະ ການເຄື່ອນໄຫວຂອງສູນຕໍ່ທີປະຊຸມຈາກນັ້ນທ່ານ ປອ ຈັນທະຄອນ ບົວລະພັນ ຮອງລັດຖະມົນຕີກະຊວງກະສິກຳ ແລະ ສິ່ງແວດລ້ອມໄດ້ຂື້ນກ່າວມີຄຳເຫັນເຊິ່ງທ່ານໄດ້ຍ້ອງຍໍມາຍັງການຈັດຕັ້ງປະຕິບັດກິດຈະກຳຂອງສູນເຮັດໃຫ້ມີບາດກ້າວຂະຫຍາຍຕົວ ແລະ ມີຜົນສຳເລັດເປັນກ້າວໆແລະທ່ານຍັງໄດ້ກ່າວໄວ້ວ່າຈະຮັບເອົາສູນດັ່ງກ່າວເພື່ອນຳໃຊ້ໃນຂັ້ນຕໍ່ໄປຕໍ່ໃນອານາຄົດ, ຈາກນັ້ນທ່ານ ບີຢອນ ຊາລານ(B Jorn Schranz), ຫົວໜ້າໂຄງການພັດທະນາເສດຖະກິດແບບມີສ່ວນຮ່ວມ Progams Inclusive Economic Developmen (IED)ການປ່ຽນແປງດິນຟ້າອາກາດ ແລະ ການຄຸ້ມຄອງຊັບພະຍາກອນທຳມະຊາດClimate Change and Natural Resorce Management (CCNRM)ໄດ້ຂື້ນມີຄຳເຫັນທ່ານໄດ້ກ່າວເຖິງການຮ່ວມມື ແລະ ຊ່ວຍເຫລືອແກ່ສປປລາວຜ່ານຫລາຍກິດຈະກຳ ແລະ ໃຫ້ນຳໃຊ້ສູນດັ່ງກ່າວໃຫ້ເກີດປະໂຫຍດສູງສຸດ ແລະ ໃຫ້ການຮ່ວມມືສອງຝ່າຍໃຫ້ໝັ້ນຄົງ ແລະ ຍາວນານຕະຫລອດໄປຈາກນັ້ນໄດ້ມີການເຊັນມອບຮັບສູນດັ່ງກ່າວຢ່າງເປັນທາງການຕາງໜ້າທາງກະຊວງກະສິກຳເຊັນໂດຍທ່ານ ປອ ຈັນທະຄອນ ບົວລະພັນ ຮອງລັດຖະມົນຕີກະຊວງກະສິກໍາ ແລະ ສິ່ງແວດລ້ອມ, ຕາງໜ້າທາງຝ່າຍ SDCເຊັນໂດຍທ່ານ ບີຢອນ ຊາລານ(B Jorn Schranz), ຫົວໜ້າໂຄງການພັດທະນາເສດຖະກິດແບບມີສ່ວນຮ່ວມ Progams Inclusive Economic Developmen (IED)ການປ່ຽນແປງດິນຟ້າອາກາດ ແລະ ການຄຸ້ມ ຄອງຊັບພະຍາກອນທຳມະຊາດClimate Change and Natural Resorce Management (CCNRM)
ໃນຕອນທ້າຍຂອງກອງປະຊຸມແຂກທີ່ເຂົ້າຮ່ວມຍັງໄດ້ທ່ຽວຊົມບັນດາສິ່ງອຳນວຍຄວາມສະດວກ ແລະ ກິດຈະກຳຂອງສູນຕື່ມອີກ
ມາຮອດເວລາ 15:00 ນາທີ ຂອງວັນດຽວກັນກອງປະຊຸມໄດ້ອັດລົງດ້ວຍຜົນສຳເລັດຢ່າງຈົບງາມ.
ພາບ-ຂ່າວໂດຍ: ເນີອາຄົມ ເທບພານິດ
ພະແນກສົ່ງເສີມກະສິກຳແບບມິສັນຍາ ແລະ ເຊື່ອມໂຍງຕະຫລາດ

Translate:
ບັນດາຖານຂໍ້ມູນ





ຂ່າວໃໝ່

ເອກະສານ


MAF Copyright 2016-2026. All Rights Reserved

Management by: Department of Agriculture Extension and Cooperatives (DAEC)

TEL: (+856) 21 732 072, Website: daec.maf.gov.la