ກອງປະຊຸມປະຖົມມະລຶກຄະນະກຳມະການສົ່ງເສີມສະຫະກອນ

ໃນຕອນເຊົ້າວັນທີ 4 ມິຖຸນາ 2026 ກົມສົ່ງເສີມກະສິກໍາ ແລະ ສະຫະກອນ, ກະຊວງກະສິກໍາ ແລະ ສິ່ງແວດລ້ອມ ໄດ້ຈັດກອງປະຊຸມປະຖົມມະລຶກຄະນະກຳມະການສົ່ງເສີມສະຫະກອນຂື້ນຢູ່ທີ່ສູນວາງສະແດງສິນຄ້າລາວ-ໄອເຕັກ ໂດຍການເປັນປະທານຂອງ ທ່ານ ປອ ລິນຄຳ ດວງສະຫວັນ ລັດຖະມົນຕີກະຊວງກະສິກໍາ ແລະ ສິ່ງແວດລ້ອມ, ມີບັນດາທ່ານ ຮອງລັດຖະມົນຕີ ຈາກ ກະຊວງອຸສາຫະກໍາ ແລະ ການຄ້າ, ກະຊວງ ການເງິນ, ຮອງຜູ້ວ່າທະນາຄານແຫ່ງ ສປປ ລາວ, ກະຊວງ ວັດທະນາທໍາ ແລະ ການທອງທ່ຽວ, ກະຊວງ ໂຍທາທິການ ແລະ ຂົນສົງ, ກະຊວງ ສາທະລະນາສຸກ, ປະທານສະພາບໍລິຫານສະມາຄົມສິນເຊືອ ແລະ ເງິນຜາກປະຫຍັດ, ປະທານສະຫະພັນສະຫະກອນກະສິກໍາ ແລະ ຮອງປະທານ ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດ, ຫົວໜ້າກົມສົ່ງເສີມກະສິກໍາ ແລະ ສະຫະກອນ ຫົວໜ້າກອງເລຂາ ພ້ອມດ້ວຍສະມາຊິກກອງເລຂາ, ບັນດາອົງການຈັດຕັ້ງສາກົນ ແລະ ແຂກຖືກເຊີນເຂົ້າຮ່ວມທັງໝົດ 16 ທ່ານ, ຍິງ 5 ທ່ານ.
ຈຸດປະສົງຂອງກອງປະຊຸມຄັ້ງນີ້ກອງປະຊຸມປະຖົມມະລຶກຂອງຄະນະກໍາມະການສົ່ງເສີມສະຫະກອນ, ພາຍໃນກອງປະຊຸມ ໄດ້ຍົກຄວາມເປັນມາ ຂອງວຽກງານສະຫະກອນ ໃນໄລຍະຜ່ານມາ ບັນດາຂໍ້ຄົງຄ້າງ ແລະ ປະກົດການຫຍໍ້ທໍ້ຕ່າງໆ. ນອກຈາກນີ້, ຍັງໄດ້ ພ້ອມກັນສົນທະນາ, ປະກອບຄໍາເຫັນ ຢ່າງສ້າງສັນ ແລະ ກົງໄປກົງມາ ເພື່ອເປັນແນວທາງ ໃນການກໍານົດທິດທາງແຜນການ ໃນຕໍ່ຫນ້າ ໃຫ້ຖືກຕ້ອງກັບ ສະພາບຄວາມເປັນຈິງໃນທ້ອງຖິ່ນ ເພື່ອເຮັດໃຫ້ວຽກງານ ສົ່ງເສີມສະຫະກອນ ຂອງພວກເຮົາ ສາມາດນໍາ ໄປຈັດຕັ້ງປະຕິບັດໄດ້ໃຫ້ມີປະສິດທິພາບ ແລະ ປະສິດທິຜົນ ໂດຍນໍາໃຊ້ທ່າແຮງບົ່ມຊ້ອນ ທີ່ເຮົາມີ ເປັນ ພື້ນຖານໃນການ ກໍານົດທິດທາງແຜນການ ໃນຕໍ່ຫນ້າ.
ໃນຕອນທ້າຍຂອງກອງປະຊຸມ ທ່ານ ປອ. ລິນຄຳ ດວງສະຫວັນ ລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ໄດ້ໃຫ້ກຽດ ຊີ້ນຳຕໍ່ກອງປະຊຸມ:ເຊິ່ງທ່ານມີບາງຄໍາເຫັນ ແລກປ່ຽນເພີ່ມເຕີມ ບາງຈຸດ ເພື່ອເປັນແນວທາງໃນການ ຈັດຕັ້ງປະຕິບັດວຽກງານໃນຕໍ່ຫນ້າ ດັ່ງນີ້:
1. ກ່ອນອື່ນ, ຂ້າພະເຈົ້າ ຂໍສະແດງຄວາມ ຊົມເຊີຍ ແລະ ເປັນເອກະພາບ ຕໍ່ກັບ ຄໍາຄິດຄໍາເຫັນ ຂອງ ບັນດາທ່ານ ໄດ້ມີຄໍາເຫັນ, ຂໍໃຫ້ກອງເລຂາ ບັນທຶກ ເອົາຄໍາຄິດຄໍາເຫັນ ຂອງຜູ້ເຂົ້າຮ່ວມ ໄປ ຄົ້ນຄວ້າ ປັບປຸງຄືນ ຕາມການສະເຫນີ ພ້ອມທັງ ກໍານົດແຈ້ງ ເປົ້າຫມາຍໂຕຊີ້ວັດ ສໍາຫຼັບ ແຜນການ ຈັດຕັ້ງປະຕິບັດ ວຽກງານສະຫະກອນ
2. ໃຫ້ກອງ ເລຂາເບິ່ງຄືນ ຫຼື ສ້າງເປັນແຜນການເຄື່ອນໄຫວ ໃນຄະນະກໍາມະການ ເປັນອັນລະອຽດຕື່ມ ວ່າໃນ ແຕ່ລະໄຕມາດ ວ່າຈະມີການເຄື່ອນໄຫວຄືແນວໃດລວມທັງ ກໍານົດລະບອບລາຍງານ, ລະບອບ ການປະຊຸມ ໃນຄະນະດັ່ງກ່າວ
3. ສະເຫນີໃຫ້ ບັນດາທ່ານ ໃນຄະນະກໍາມະການສົ່ງເສີມສະຫະກອນ ເປັນເຈົ້າການ ໃນການ ທັນ ແລະ ກໍານົດເອົາ ວຽກງານສົ່ງເສີມສະຫະກອນ ເຊື່ອມສານເຂົ້າໃນ ແຜນພັດທະນາຂອງຂະແຫນງການຕົນ ແລະ ຂໍໃຫ້ບັນຈຸວຽກງານດັ່ງກ່າວ ເປັນວຽກຫນຶ່ງ ເຂົ້າໃນການເຄື່ອນໄຫວ ເປັນວຽກປົກກະຕິຂອງຂະແຫນງການ;
4. ມອບໃຫ້ກອງເລຂາ, ກົມສົ່ງເສີມກະສິກໍາ ແລະ ສະຫະກອນ ປະສານສົມທົບພາກສ່ວນກ່ຽວຂ້ອງ ແຕ່ສູນກາງ ຮອດທ້ອງຖິ່ນ
5. ໃຫ້ຜັນຂະຫຍາຍ ກົດຫມາຍ ວ່າດ້ວຍ ສະຫະກອນ ເປັນນິຕິກໍາລຸ່ມກົດຫມາຍ ໂດຍ ສະເພາະ ພາກນະໂຍບາຍສົ່ງເສີມສະຫະກອນ ແລະ ກອງທຶນສົ່ງເສີມສະຫະກອນ ເພື່ອ ໃຫ້ສາມາດຈັດຕັ້ງປະຕິບັດ ວຽກງານ ໃຫ້ມີປະສິດທິພາບ ແລະ ເປັນເອກະພາບກັນ ທັງສູນກາງ ແລະ ທ້ອງຖິ່ນ.
,ມາຮອດເວລາ 12:00 ນາທີມື້ດຽວກັນກອງປະຊຸມໄດ້ປິດລົງຢ່າງຈົບງາມ.
ພາບ-ຂ່າວໂດຍ ເນີອາຄົມ ເທບພານິດ ພະແນກສົ່ງເສີມກະສິກຳແບບມີສັນຍາ ແລະເຊື່ອມໂຍງຕະຫລາດ

Translate:
ບັນດາຖານຂໍ້ມູນ





ຂ່າວໃໝ່

ເອກະສານ


MAF Copyright 2016-2026. All Rights Reserved

Management by: Department of Agriculture Extension and Cooperatives (DAEC)

TEL: (+856) 21 732 072, Website: daec.maf.gov.la