ຄະນະຜູ້ແທນ ທະນາຄານພັດທະນາອາຊີ (ADB) ລົງຕິດຕາມ ແລະ ປະເມີນຄືນ ການຈັດຕັ້ງປະຕິບັດໂຄງການ ຄສກສ
ຄະນະຜູ້ແທນ ທະນາຄານພັດທະນາອາຊີ (ADB) ລົງຕິດຕາມ ແລະ ປະເມີນຄືນ ການຈັດຕັ້ງປະຕິບັດໂຄງການສົ່ງເສີມລະບົບຕ່ອງໂສ້ການຜະລິດກະສິກຳເປັນສິນຄ້າ ທີ່ເປັນມິດຕໍ່ສິ່ງແວດລ້ອມ.
ເພື່ອເຮັດໃຫ້ວຽກງານການຈັດຕັ້ງປະຕິບັດໂຄງການສົ່ງເສີມລະບົບຕ່ອງໂສ້ການຜະລິດກະສິກຳເປັນສິນຄ້າ ທີ່ເປັນມິດຕໍ່ສິ່ງແວດລ້ອມ ຄະນະຜູ້ແທນ ທະນາຄານພັດທະນາອາຊີ (ADB) ໄດ້ລົງຕິດຕາມ ແລະ ປະເມີນຄືນການຈັດຕັ້ງປະຕິບັດບັນດາກິດຈະກຳຂອງໂຄງການ ທີ່ແຂວງ ຈຳປາສັກ, ເຊກອງ ແລະ ສາລະວັນ ນຳໂດຍທ່ານ ນາງ ຈັນດາວອນ ບຸນນາດ ຫົວໜ້າທີມງານ (ADB) ຄະນະດັ່ງກ່າວໄດ້ປືກສາຫາລື ແລະ ທົບທວນຄວາມຄືບໜ້າ ຮ່ວມກັບຜູ້ປະສານງານບັນດາແຂວງ ແລະ ເມືອງເປົ້າໜາຍຂອງໂຄງການ ໂດຍໄດ້ປະເມີນການນຳໃຊ້ກອງທຶນຜູ້ຜະລິດຂະໜາດນ້ອຍ. ສະນັ້ນໃນລະຫວ່າງວັນທີ 21-23 ກໍລະກົດ 2026 ທີ່ກົມສົ່ງເສີມກະສິກຳ ແລະ ສະຫະກອນ ໂຄງການສົ່ງເສີມລະບົບຕ່ອງໂສ້ການຜະລິດກະສິກຳເປັນສິນຄ້າ ທີ່ເປັນມິດຕໍ່ສິ່ງແວດລ້ອມ ໄດ້ຈັດກອງປະຊຸມປືກສາຫາລື ແລະ ທົບທວນຄືນ ພາຍຫຼັງລົງຊຸກຍູ້ຕິດຕາມພາກສະໝາມ ເພື່ອນຳເອົາບັນຫາຕ່າງໆມາປັບປຸງແກ້ໄຂໃຫ້ປະສົບຜົນສຳເລັດ ໂດຍການເປັນປະທານ ຂອງ ທ່ານ ປອ ອານົງສອນ ພົມມະຈັນ ຫົວໜ້າກົມສົ່ງເສີມສົ່ງເສີມ ກະສິກຳ ແລະ ສະຫະກອນ ພ້ອມນີ້ມີບັນດາທ່ານຮອງຫົວ ໜ້າກົມ, ຫົວໜ້າທີມງານ ADB ຜູ້ປະສານງານໂຄງການຈາກພະແນກກະສິກຳ ແລະ ສິ່ງແວດລ້ອມ ແຂວງ, ຫ້ອງການກະສິກຳ ແລະ ສິ່ງແວດລ້ອມ ເມືອງເປົ້າໝາຍໂຄງການ, ຊ່ຽວຊານ ແລະ ພະນັກງານໂຄງການ ທັງສູນກາງ ແລະ ທ້ອງຖີ່ນເຂົ້າຮ່ວມຢ່າງພ້ອມພຽງ.
ຜ່ານການຈັດຕັ້ງປະຕິບັດ ສາມາດສ້າງຜົນງານເດັ່ນໃນການກໍ່ສ້າງໂຄງລ່າງພື້ນຖານ, ການຝຶກອົບຮົມເຕັກນິກກະສິກຳສະອາດ ພ້ອມທັງປ່ອຍທຶນໝູນວຽນ 294,000 ໂດລາສະຫະລັດ ໃຫ້ 15 ກຸ່ມຜະລິດ. ດັ່ງສະຫະກອນບ້ານກອງຕຸ່ນ ສາມາດຜະລິດພືດຜັກໄດ້ 484.5 ໂຕນ ແລະ ສ້າງລາຍຮັບກວ່າ 1.1 ຕື້ກີບ. ເຖິງຢ່າງໃດກໍ່ຕາມ, ທາງໂຄງການຍັງເນັ້ນສຸມໃສ່ແກ້ໄຂຂໍ້ຫຍຸ້ງຍາກທາງດ້ານແຫຼ່ງນ້ຳ, ປັດໄຈການຜະລິດ ແລະ ການຊອກຫາຕະຫຼາດທີ່ໝັ້ນຄົງ ເພື່ອຊຸກຍູ້ການຜະລິດກະສິກຳເປັນສິນຄ້າໃຫ້ບັນລຸຜົນຢ່າງມີປະສິດທິພາບ.
ເພື່ອເຮັດໃຫ້ວຽກງານດັ່ງກ່າວປະສົບຜົນສຳເລັດ ແລະ ບັນລຸຕາມຈຸດປະສົ່ງ ແລະ ເປົ້າໜາຍຂອງພັກ-ລັດຖະບານ, ກໍ່ຄຶໂຄງການວາງໄວ້ ກອງປະຊຸມໄດ້ຕົກລົງເຫັນດີສືບຕໍ່ຂະຫຍາຍເວລາຂອງໂຄງການໄປຕື່ມ 18 ເດືອນ ຈະສີ້ນສຸດໂຄງການ ໃນວັນທີ 31 ທັນວາ 2027 ແລະ ກໍານົດໜ້າວຽກດັ່ງນີ້: ເລັ່ງລັດການຈັດຊື້ ແລະ ມອບສັນຍາ ໃຫ້ສຳເລັດການປະເມີນຜົນການປະມູນພ້ອມເຊັນສັນຍາກໍ່ສ້າງພາຍໃນເວລາກຳນົດ ແລະ ເລີ່ມກໍ່ສ້າງໃນຕົ້ນລະດູແລ້ງ ເພື່ອໃຫ້ທັນກຳນົດສຳເລັດໂຄງການ, ສືບຕໍ່ກໍ່ສ້າງ ແລະ ຟື້ນຟູໂຄງລ່າງພື້ນຖານ ຊົນລະປະທານຂະໜາດນ້ອຍ, ເສັ້ນທາງຊົນນະບົດ, ສູນພັດທະນາກະສິກຳ, ຫ້ອງທົດລອງ ແລະ ສູນກວດສອບຄຸນນະພາບກະສິກຳ, ເລັ່ງການເບີກຈ່າຍທຶນສົມທົບດຳເນີນການເບີກຈ່າຍໃຫ້ຄົບຖ້ວນສຳລັບທຸລະກິດທີ່ຍັງຄ້າງ, ຕິດຕາມ ແລະ ແກ້ໄຂບັນຫາເອກະສານ ເພື່ອໃຫ້ການເບີກຈ່າຍເປັນໄປຕາມແຜນ, ສືບຕໍ່ສົ່ງເສີມຕ່ອງໂສ້ມູນຄ່າກະສິກຳພັດທະນາໂຮງສີເຂົ້າ, ສູນຮັບຊື້ຜັກ, ໂຮງຄັດແຍກຜະລິດຕະພັນ ແລະ ໂຮງງານຝຸ່ນຊີວະພາບ, ຂະຫຍາຍການລົງທຶນຮ່ວມກັບພາກເອກະຊົນ, ຍົກລະດັບການຄຸ້ມຄອງໂຄງການຕິດຕາມຄວາມຄືບໜ້າຕາມແຜນ, ເລັ່ງການເບີກຈ່າຍງົບປະມານ, ຮັບປະກັນໃຫ້ໂຄງການສຳເລັດຕາມກຳນົດໃນປີ 2027.
ໃນຕອນທ້າຍ ທ່ານ ປອ ອານົງສອນ ພົມມະຈັນ ປະທານກອງປະຊຸມໄດ້ຊີ້ນໍາ ກ່ອນອື່ນທ່ານໄດ້ຍ້ອງຍໍຊົມເຊີຍ ແລະ ຕີລາຄາສູງຕໍ່ຜົນສຳເລັດທີ່ທຸກພາກສ່ວນໄດ້ຮ່ວມມືຈັດຕັ້ງປະຕິບັດໂຄງການໃນໄລຍະຜ່ານມາ ແລະ ໃນໄລຍະຕໍ່ໜ້າ ຂໍໃຫ້ສືບຕໍ່ເລັ່ງລັດການຈັດຊື້-ຈັດຈ້າງ, ການກໍ່ສ້າງ, ການເບີກຈ່າຍທຶນການຜະລິດຂະໜາດນ້ອຍພ້ອມທັງການຕິດຕາມວຽກງານໃຫ້ບັນລຸຕາມແຜນ. ທ່ານໄດ້ກ່າວຄຳຂອບໃຈທີມງານ ADB, ຄະນະທີ່ປຶກສາ ແລະ ທຸກພາກສ່ວນທີ່ໄດ້ໃຫ້ການຮ່ວມມື ແລະ ຫວັງວ່າໂຄງການຈະບັນລຸເປົ້າໝາຍຢ່າງມີປະສິດທິຜົນ ແລະ ຍືນຍົງ.
ພາບ-ຂ່າວໂດຍ: ພອນໄຊ ສີສົງຄາມ
ເຜີຍແຜ່ໂດຍ: ພະແນກເຕັກໂນໂລຊີຂໍ້ມູນ-ຂ່າວສານ, ຫ້ອງການກະຊວງກະສິກຳ ແລະ ສິ່ງແວດລ້ອມ.

