ກອງປະຊຸມຊຸກຍູ້ ຕິດຕາມ ແລະ ປະເມີນຄືນ ການຈັດຕັ້ງປະຕິບັດ ໂຄງການ ຄສກສ
ກອງປະຊຸມຊຸກຍູ້ ຕິດຕາມ ແລະ ປະເມີນຄືນ ການຈັດຕັ້ງປະຕິບັດ ໂຄງການສົ່ງເສີມລະບົບຕ່ອງໂສ້ການຜະລິດກະສິກຳເປັນສິນຄ້າ ທີ່ເປັນມິດຕໍ່ສິ່ງແວດລ້ອມ.
ໃນວັນທີ 21 ກໍລະກົດ 2026 ໂຄງການສົ່ງເສີມລະບົບຕ່ອງໂສ້ການຜະລິດກະສິກໍາເປັນສິນຄ້າ ທີ່ເປັນມິດຕໍ່ສິ່ງແວດລ້ອມ. ກົມສົ່ງເສີມກະສິກຳ ແລະ ສະຫະກອນ, ກະຊວງກະສິກຳ ແລະ ສິ່ງແວດ ລ້ອມ ໄດ້ຈັດກອງປະຊຸມ ຊຸກຍູ້ຕິດຕາມ ແລະ ປະເມີນຄືນ ການຈັດຕັ້ງປະຕິບັດ ໂຄງການສົ່ງເສີມລະບົບຕ່ອງໂສ້ການຜະລິດກະສິກຳເປັນສິນຄ້າ ທີ່ເປັນມິດຕໍ່ສິ່ງແວດລ້ອມ ຂື້ນທີ່ຫ້ອງປະຊຸມກົມດັ່ງກ່າວ ໂດຍການເປັນປະທານຂອງທ່ານ ປອ ອານົງສອນ ພົມມະຈັນ ຫົວໜ້າກົມສົ່ງເສີມສົ່ງເສີມ ກະສິກຳ ແລະ ສະຫະກອນ ພ້ອມນີ້ມີບັນດາທ່ານຮອງຫົວໜ້າກົມ, ຫົວໜ້າທີມງານ ADB ຜູ້ປະສານງານໂຄງການ ຈາກພະແນກກະສິກຳ ແລະ ສິ່ງແວດລ້ອມແຂວງ, ຫ້ອງການກະສິກຳ ແລະ ສິ່ງແວດລ້ອມເມືອງເປົ້າໝາຍໂຄງການ, ຊ່ຽວຊານ ແລະ ພະນັກງານໂຄງການ ທັງສູນກາງ ແລະ ທ້ອງຖີ່ນເຂົ່າຮ່ວມຢ່າງພ້ອມພຽງ.
ໃນທີ່ປະຊຸມ ທ່ານ ປອ ອານົງສອນ ພົມມະຈັນ ປະທານກອງປະຊຸມໄດ້ກ່າວວ່າ: ໂຄງການສົ່ງເສີມລະບົບຕ່ອງໂສ້ການຜະລິດກະສິກຳເປັນສິນຄ້າ ທີ່ເປັນມິດຕໍ່ສິ່ງແວດລ້ອມ (ຄສກສ) ໄດ້ດຳເນີນມາແຕ່ປີ 2018 ແລະ ສ້າງຜົນສໍາເລັດເປັນຮູບປະທໍາຢ່າງຕໍ່ເນື່ອງ ໂດຍສະເພາະກິດຈະກໍາທີ່ 2 ແລະ 3 ຂອງໂຄງການ ສໍາເລັດເກືອບ 100% ແລະ ໄດ້ປະກອບສ່ວນສໍາຄັນ ໃນການຍົກລະດັບການຜະລິດ, ພັດທະນາຕ່ອງໂສສ້າງມູນຄ່າເພີ່ມຜົນຜະລິດກະສິກຳ ແລະ ສ້າງລາຍຮັບໃຫ້ແກ່ປະຊາຊົນ. ສຳລັບໄລຍະສືບຕໍ່ຈະສຸມໃສ່ການເລັ່ງລັດການກໍ່ສ້າງໂຄງລ່າງພື້ນຖານ ແລະ ກິດຈະກຳທີ່ຍັງຄົງຄ້າງ ເພື່ອໃຫ້ບັນລຸທຸກຕົວຊີ້ວັດຂອງໂຄງການພາຍໃນປີ 2027. ກອງປະຊຸມໃນຄັ້ງນີ້ ຈຶ່ງເປັນເວທີສຳຄັນໃນການທົບທວນຜົນການດຳເນີນງານ, ກຳນົດມາດຕະການແກ້ໄຂຂໍ້ຄົງຄ້າງ ແລະ ເສີມສ້າງການປະສານງານໃຫ້ມີປະສິດທິຜົນຍິ່ງຂຶ້ນ.
ເວລາຕໍ່ມາ ທ່ານ ສຳລານ ປະເສີດຄຳຫລ້າ ຫົວໜ້າໂຄງການຂັ້ນສູນກາງ ໄດ້ລາຍງານຄວາມຄຶືບໜ້າ ໂຄງການ ແລະ ແຜນວຽກ 6 ເດືອນທ້າຍປີ 2026, ເຊິ່ງໂຄງການຈະສຸມໃສ່ ໃນການພັດທະນາໂຄງລ່າງການຜະລິດ ເລັ່ງລັດການກໍ່ສ້າງ ແລະ ປັບປຸງຄອງຊົນລະປະທານ, ເສັ້ນທາງການຜະລິດ ແລະ ໜອງນ້ຳ ພື້ນຖານການຜະລິດຈຳນວນ 20 ໂຄງການຍ່ອຍໃຫ້ສຳເລັດ ພ້ອມທັງເພີ່ມທະວີການລົງຕິດຕາມ, ກວດກາ ແລະ ຄວບຄຸມຄຸນນະພາບການກໍ່ສ້າງຢ່າງໃກ້ຊິດ, ການພັດທະນາທຸລະກິດກະສິກຳ (MGS) ດໍາເນີນການຈັດຊື້-ຈັດຈ້າງ ແລະ ຕິດຕັ້ງອຸປະກອນໃຫ້ສຳເລັດໃນ 5 ຫົວໜ່ວຍທຸລະກິດ ປະກອບດ້ວຍ: ໂຮງສີເຂົ້າ 4 ແຫ່ງ ແລະ ໂຮງງານຜະລິດຝຸ່ນອິນຊີ 1 ແຫ່ງ, ສ້າງຄວາມເຂັ້ມແຂງໃຫ້ກຸ່ມຜະລິດ ແລະ ສະຫະກອນ ຈັດຝຶກອົບຮົມເຕັກນິກການຜະລິດ, ການບໍລິຫານກຸ່ມ, ການບັນຊີ, ການຕະຫຼາດ ແລະ ການດຳເນີນທຸລະກິດ, ຜະລິດເຂົ້າເປັນສິນຄ້າ ຂະຫຍາຍການຜະລິດເຂົ້າແບບມີສັນຍາ ໂດຍນຳໃຊ້ເຕັກນິກ CSA ແລະ ແນວພັນເຂົ້າທີ່ມີຄຸນນະພາບສູງ. ສົ່ງເສີມການນຳໃຊ້ເທັກໂນໂລຊີ ແລະ ວິທີການຜະລິດທີ່ປັບຕົວຕໍ່ການປ່ຽນແປງສະພາບອາກາດ, ຄຸ້ມຄອງທຶນ SFS ຕິດຕາມການນໍາໃຊ້ທຶນ ແລະ ກົນຈັກຂອງ 32 ກຸ່ມຜະລິດ ໃຫ້ເປັນໄປຕາມຈຸດປະສົງ, ສືບຕໍ່ປະສານງານກັບພາກສ່ວນ ຂັ້ນສູນກາງ, ແຂວງ, ເມືອງ ແລະ ຄູ່ຮ່ວມພັດທະນາ ເພື່ອແກ້ໄຂຂໍ້ຂັດຂ້ອງ, ລະດົມຊັບພະຍາກອນ, ສ້າງຄວາມເຂັ້ມແຂງໃຫ້ກຸ່ມຜະລິດ ແລະ ກຸ່ມສະຫະກອນ, ຂະຫຍາຍການຜະລິດ, ເພີ່ມຜົນຜະລິດ ແລະ ລາຍຮັບຂອງຊາວກະສິກອນ. ປະເມີນຜົນການດຳເນີນງານຢ່າງໃກ້ຊິດ ເພື່ອຍົກລະດັບປະສິດທິຜົນຂອງໂຄງການ. ພ້ອມທັງປະສານງານກັບພາກສ່ວນກ່ຽວຂ້ອງ ດຳເນີນໂຄງການໃຫ້ບັນລຸຜົນຕາມເປົ້າໝາຍທີ່ກຳນົດໄວ້.
ພາບ-ຂ່າວໂດຍ: ພອນໄຊ ສີສົງຄາມ
ເຜີຍແຜ່ໂດຍ: ພະແນກເຕັກໂນໂລຊີຂໍ້ມູນ-ຂ່າວສານ, ຫ້ອງການກະຊວງກະສິກຳ ແລະ ສິ່ງແວດລ້ອມ.

