ພະແນກສົ່ງເສີມເຕັກນິກການຜະລິດ ແລະ ກົນຈັກກະສິກຳ

ພະແນກສົ່ງເສີມເຕັກນິກການຜະລິດ ແລະ ກົນຈັກກະສິກຳ ມີໜ້າທີ່ ດັ່ງນີ້:

  1. ຜັນຂະຫຍາຍແຜນຍຸດທະສາດການພັດທະນາວຽກງານຂອງກົມ ມາເປັນແຜນການ ແລະ ໂຄງການລະ ອຽດ ເພື່ອຈັດຕັ້ງປະຕິບັດ ຕາມບົດບາດໜ້າທີ່ຂອງຕົນໃຫ້ປະກົດຜົນເປັນຈິງ;
  2. ກຳນົດຫຼັກການ, ລະບຽບການ,​ ວິທີການ, ມາດຕະຖານດ້ານເຕັກນິກການນຳໃຊ້ກົນຈັກກະສິກຳ ເຂົ້າໃນການຜະລິດ ແລະ ວິທະຍາການຫຼັງເກັບກ່ຽວ ເພື່ອຫຼຸດຜ່ອນຕົ້ນທຶນ, ຍົກ​ສະມັດ​ຖະພາບ, ຄຸນ​ນະພາ​ບ​ຂອງ​ຜົນຜະລິດ ຕາມທິດກະສິກຳສະອາດ, ປອດໄພ ແລະ ເປັນມິດຕໍ່ສິ່ງແວດລ້ອມ;
  3. ເກັບກໍາ, ຂຶ້ນບັນຊີ ຜູ້ນໍາໃຊ້ກົນຈັກກະສິກໍາ ເຂົ້າໃນການຜະລິດ, ສ້າງ​ກົນ​ໄກ​ປະສານ​ສົມທົບລະຫວ່າງລັດຜູ້ຜະລິດ ແລະ ຜູ້ປະກອບການ ​ເພື່ອ​ເອື້ອອຳນວຍດ້ານວິຊາການ ແລະ ການສະໜອງ-ບໍລິການເຄື່ອງມື, ອຸປະກອນ​ກົນ​ຈັກກະ​ສິກຳ
  4. ນຳໃຊ້ກົນຈັກກະສິກຳເຂົ້າໃນ ນະວັດຕະກຳຫຼັງການເກັບກ່ຽວ ແລະ ຈັດການສິ່ງເສດເຫຼືອຈາກເຂົ້າ, ສາລີ, ມັນຕົ້ນ, ກາເຟ ເພື່ອຫຼິກລຽ້ງການຈູດ, ຫຼຸດຜ່ອນມົນລະພິດທາງອາກາດ, ຮັກສາສີ່ງແວດລ້ວມ;
  5. ນຳໃຊ້ສິ່ງເສດເຫຼືອຈາກພືດກະສິກຳ ໃຫ້ເປັນຕ່ອງໂສ້ ແລະ ວົງຈອນການຜະລິດ, ການປູກເຫັດ, ເຮັດອາ ຫານສັດ, ເຮັດຝຸ່ນບົ່ມຊິວະພາບ.
  6. ສ້າງ​ກົນ​ໄກ​ປະສານ​ສົມທົບລະຫວ່າງລັດ, ບັນດາໂຮງຮຽນວິທະຍາໄລວິຊາຊິບ, ສູນພັດທະນາສີມືແຮງງານວິຊາຊິບກົນຈັກກະສິກຳ, ຜູ້ປະກອບການຮ້ານຄ້າກົນຈັກກະສິກຳ-ຮ້ານຈຳໜ່າຍອຸປະກອນກະສິກຳ ເພື່ອຄົ້ນຄິດຜະລິດອຸປະກອນ, ເຄື່ອງມື ​ກົນ​ຈັກກະ​ສິກຳ ສາມາດນຳໃຊ້ເຂົ້າໃນການ​ຜະລິດທີ່ປັບຕົວກັບສະພາບການປ່ຽນແປງດິນຟ້າອາກາດ;
  7. ສ້າງ​ປຶ້ມຄູ່ມື, ຂໍ້ແນະນໍາ, ວິດີໂອ ກ່ຽວກັບການຄຸ້ມຄອງ-ນຳໃຊ້​ ກົນຈັກກະສິກຳ, ເຕັກນິກການ​ປູກ​ພືດ, ການລ້ຽງສັດ ແລະ ສັດນໍ້າ ໃຫ້ເປັນລະບົບ ແທດເໝາະກັບສະພາບການປ່ຽນແປງດິນຟ້າອາກາດໃນປະຈຸບັນ ແລະ ເຜີຍແຜ່ອອກສູ່ວົງກວ້າງ;
  8. ຝຶກ​ອົບຮົມ ແລະ ໃຫ້​ຄຳ​ແນະນຳ ກ່ຽວກັບທັກສະກະສິກຳສະໄໝໃໝ່ເຕັກນິກກະເສດສຸມ, ກະສິກຳທີ່ດີ, ກະສິກຳອິນຊີ ແລະ ການຄຸ້ມຄອງນຳໃຊ້ກົນຈັກກະສິກຳ ໃຫ້​ແກ່​ພະນັກງານ​ສົ່ງ​ເສີມ ຂັ້ນແຂວງ, ເມືອງ, ສູນບໍລິການເຕັກນິກ, ສະຖານີບໍລິການເຕັກນິກກະສິກຳ, ຊາວກະສິກອນ ແລະ ຜູ້ປະກອບການ ໃນ​ຂອບເຂດທົ່ວ​ປະ​ເທດ;
  9. ເຮັດສາທິດ, ທັດສະນະສືກສາ ເຕັກນິກການປູກ, ການລ້ຽງ, ການນຳໃຊ້ກົນຈັກກະສິກຳ ໂດຍນໍາໃຊ້ ເຕັກໂນໂລຊີ, ນະວັດຕະກໍາທີ່ສອດຄ່ອງກັບສະພາບການປ່ຽນແປງດິນຟ້າອາກາດ, ພະລັງງານທາງເລືອກ, ເຮືອນຮົ່ມ, ການນໍາໃຊ້ລະບົບນໍ້າທີ່ແທດເໝາະ ແລະ ພື້ນທີ່ຜະລິດນ້ອຍ ໃຫ້ມີຜົນຕອບແທນດ້ານເສດຖະ ກິດສູງ;
  10. ປະສານງານ, ຮ່ວມມືກັບອົງການຈັດຕັ້ງທີ່ກ່ຽວຂ້ອງ ທັງພາຍໃນ ແລະ ຕ່າງປະເທດ ເພື່ອຍາດແຍ່ງການຊ່ວຍເຫຼືອ ທາງດ້ານງົບປະມານ ແລະ ເຕັກນິກວິຊາການ;
  11. ຄົ້ນຄວ້າ, ເກັບກຳຂໍ້ມູນ, ສັງລວມ, ສະຫຼຸບລາຍງານວຽກງານສົ່ງເສີມເຕັກນິກການຜະລິດ ແລະ ກົນຈັກກະສິກຳ ປະຈຳເດືອນ, 3 ເດືອນ, 6 ເດືອນ, 9 ເດືອນ, ປະຈຳປີ, ກາງສະໄໝ ແລະ 5 ປີ ໃຫ້ຖືກຕ້ອງ, ຄົບຖ້ວນ, ເປັນປົກກະຕິ ແລະ ທັນເວລາ;
  12. ປະຕິບັດໜ້າທີ່ອື່ນ ຕາມກົດໝາຍ, ລະບຽບການ ແລະ ການມອບໝາຍ ຂອງຂັ້ນເທິງ.
Translate:
ບັນດາຖານຂໍ້ມູນ





ຂ່າວໃໝ່

ເອກະສານ