ກົມສົ່ງເສີມກະສິກໍາ ແລະ ສະຫະກອນ http://daec.maf.gov.la Department of Agriculture Extension and Cooperatives Tue, 09 Sep 2025 09:19:23 +0000 en-GB hourly 1 https://wordpress.org/?v=4.9.26 http://daec.maf.gov.la/wp-content/uploads/2022/03/cropped-ກົມສົ່ງເສີມ2022-32x32.jpeg ກົມສົ່ງເສີມກະສິກໍາ ແລະ ສະຫະກອນ http://daec.maf.gov.la 32 32 ກອງປະຊຸມສະມາຊິກພັກຂອງຄະນະພັກຮາກຖານ, ກົມສົ່ງເສີມກະສິກໍາ ແລະ ສະຫະກອນ, ເພື່ອປ່ອນບັດເລືອກຕັ້ງເອົາຜູ້ແທນສົມບູນ ແລະ ສໍາຮອງ ເຂົ້າຮ່ວມກອງປະຊຸມໃຫຍ່ ຂອງ ອົງຄະນະພັກກະຊວງກະສິກໍາ ແລະ ສິ່ງແວດລ້ອມ ຄັ້ງທີ VII. http://daec.maf.gov.la/uncategorized/%e0%ba%81%e0%ba%ad%e0%ba%87%e0%ba%9b%e0%ba%b0%e0%ba%8a%e0%ba%b8%e0%ba%a1%e0%ba%aa%e0%ba%b0%e0%ba%a1%e0%ba%b2%e0%ba%8a%e0%ba%b4%e0%ba%81%e0%ba%9e%e0%ba%b1%e0%ba%81%e0%ba%82%e0%ba%ad%e0%ba%87%e0%ba%84.html http://daec.maf.gov.la/uncategorized/%e0%ba%81%e0%ba%ad%e0%ba%87%e0%ba%9b%e0%ba%b0%e0%ba%8a%e0%ba%b8%e0%ba%a1%e0%ba%aa%e0%ba%b0%e0%ba%a1%e0%ba%b2%e0%ba%8a%e0%ba%b4%e0%ba%81%e0%ba%9e%e0%ba%b1%e0%ba%81%e0%ba%82%e0%ba%ad%e0%ba%87%e0%ba%84.html#respond Tue, 09 Sep 2025 09:19:23 +0000 http://daec.maf.gov.la/?p=2299

ຄະນະພັກຮາກຖານກົມສົ່ງເສີມກະສິກຳ ແລະ ສະຫະກອນ ສໍາເລັດການປ່ອນບັດເລືອກຕັ້ງເອົາຜູ້ແທນສົມບູນ ແລະ ສໍາຮອງ ເຂົ້າຮ່ວມກອງປະຊຸມໃຫຍ່ ອົງຄະນະພັກກະຊວງກະສິກໍາ ແລະ ສິ່ງແວດລ້ອມ ຄັ້ງທີ VII. ເພື່ອເລືອກເອົາເປົ້າໝາຍຜູ້ແທນສົມບູນ ແລະ ສຳຮອງ ຂອງຄະນະພັກຮາກຖານກົມສົ່ງເສີມກະສິກຳ ແລະ ສະຫະກອນ ເຂົ້າຮ່ວມກອງປະຊຸມໃຫຍ່ ອົງຄະນະພັກກະຊວງກະສິກໍາ ແລະ ສິ່ງແວດລ້ອມ ທີ່ຈະໄດ້ຈັດຂຶ້ນໃນເດືອນ ພະຈິກ 2025 ທີ່ຈະມາເຖິງນີ້. ໃນຕອນບ່າຍວັນທີ 08 ກັນຍາ 2025 ຄະນະພັກຮາກຖານກົມສົ່ງເສີມກະສິກຳ ແລະ ສະຫະກອນ ກະຊວງກະສິກໍາ ແລະ ສິ່ງແວດລ້ອມ ໄດ້ຈັດກອງປະຊຸມ ຄັດເລືອກເອົາຜູ້ແທນສົມບູນ ແລະ ສຳຮອງ ເພື່ອເຂົ້າຮ່ວມກອງປະຊຸມໃຫຍ່ ອົງຄະນະພັກກະຊວງກະສິກໍາ ແລະ ສິ່ງແວດລ້ອມ ຄັ້ງທີ VII ຂຶ້ນທີ່ ຫ້ອງປະຊຸມ ສູນຝຶກອົບຮົມເຕັກນິກກະສິກຳ ແລະ ພັດທະນາຊົນນະບົດ ລາວ-ເກົາຫລີ. ໂດຍການເປັນປະທານ ຂອງ ສະຫາຍ ປອ. ລິນຄໍາ ດວງສະຫວັນ ກໍາມະການສໍາຮອງສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີກະຊວງກະສິກໍາ ແລະ ສິ່ງແວດລ້ອມ. ມີບັນດາ ກໍາມະການພັກກະຊວງ, ຄະນະອະນຸກໍາມະການບຸກຄະລະກອນ ຂັ້ນກະຊວງ, ສະຫາຍເລຂາ ຄະນະພັກຮາກຖານ, ບັນດາສະຫາຍຄະນະພັກຮາກຖານກົມສົ່ງເສີມກະສິກຳ ແລະ ສະຫະກອນ, ເລຂາ-ຮອງເລຂາໜ່ວຍພັກທີ່ຂຶ້ນກັບ ພ້ອມດ້ວຍສະມາຊິກພັກ ເຂົ້າຮ່ວມທັງໝົດ 83 ສະຫາຍ, ຍິງ 39 ສະຫາຍ. ໃນກອງປະຊຸມ ສະຫາຍ ປອ. ອານົງສອນ ພົມມະຈັນ ເລຂາ ຄະນະພັກຮາກຖານກົມສົ່ງເສີມກະສິກຳ ແລະ ສະຫະກອນ ກະຊວງກະສິກໍາ ແລະ ສິ່ງແວດລ້ອມ ໄດ້ຂຶ້ນຜ່ານມະຕິຕົກລົງ ວ່າດ້ວຍການອະນຸມັດເປີດກອງປະຊຸມສະມາຊິກພັກ ຂອງຄະນະພັກຮາກຖານກົມສົ່ງເສີມກະສິກຳ ແລະ ສະຫະກອນ ຂຶ້ນ ຢ່າງເປັນທາງການ. ພ້ອມນີ້ ສະຫາຍ ບຸນທະວີ ໄຊຍະເພັດ ກໍາມະການພັກກະຊວງ, ເລຂາໜ່ວຍພັກ, ຫົວໜ້າກົມຈັດຕັ້ງ, ໄດ້ຂຶ້ນຜ່ານມາດຕະຖານ ຂອງຜູ້ແທນສົມບູນ ແລະ ສຳຮອງ ເພື່ອເຂົ້າຮ່ວມກອງປະຊຸມໃຫຍ່ ອົງຄະນະພັກກະຊວງກະສິກໍາ ແລະ ສິ່ງແວດລ້ອມ ໂດຍສະເພາະແມ່ນ ມາດຖານດ້ານຄຸນທາດການເມືອງ, ດ້ານຄວາມຮູ້-ຄວາມສາມາດ, ດ້ານສຸຂະພາບ ເຊິ່ງທັງໝົດນັ້ນຕ້ອງແມ່ນສະມາຊິກພັກສົມບູນ ທີ່ມີຕໍາແໜ່ງພາຍໃນພັກ ຫຼື ມີຕໍາແໜ່ງບໍລິຫານຮອງຫົວໜ້າພະແນກ ຫຼື ທຽບເທົ່າຂຶ້ນໄປ ລວມທັງ ວິທີການປະຕິບັດຫຼັກການ ການເລືອກຕັ້ງຜູ້ແທນ. ໂອກາດນີ້ ສະຫາຍ ປອ. ລິນຄໍາ ດວງສະຫວັນ ໄດ້ໃຫ້ກຽດມີຄໍາເຫັນຊີ້ນໍາ ແລະ ເພີ່ມຄວາມເອົາໃຈໃສ່ບາງບັນຫາຄື: ສະເໜີໃຫ້ບັນດາສະຫາຍທີ່ເຂົ້າຮ່ວມ ພ້ອມກັນເບິ່ງ ແລະ ມີຄວາມເຫັນ ຕີລາຄາບັນຫາຕ່າງໆ ທີ່ພົວພັນເຖິງຄຸນລັກສະນະ, ມາດຕະຖານ-ເງື່ອນໄຂ ຂອງຜູ້ແທນ; ຫ້າມບັນດາສະຫາຍ ມີພຶດຕິກຳ ເຄື່ອນໄຫວທີ່ມີລັກສະນະແຕະຕ້ອງເຖິງການເລືອກຕັ້ງ; ເອົາໃຈໃສ່ຍົກສູງຄວາມຮັບຜິດຊອບເຂົ້າໃນການເລືອກຕັ້ງ, ຫຼີກເວັ້ນທັດສະນະແນວຄິດທີ່ບໍ່ຖືກຕ້ອງ ເຊັ່ນ: ແນວຄິດອັກຄະຕິ, ອັນເປັນການສ້າງຄວາມເສຍຫາຍ ໃຫ້ແກ່ຄະນະພັກ ແລະ ບຸກຄົນ. ກອງປະຊຸມ ຄັ້ງນີ້້ ໄດ້ມີການປ່ອນບັດເພື່ອຄັດເລືອກເອົາຜູ້ແທນສົມບູນ ແລະ ສຳຮອງ ຊຶ່ງມີສະມາຊິກພັກຜູ້ມີສິດເລືອກຕັ້ງທັງໝົດ 83 ສະຫາຍ ໂດຍການຄັດເລືອກເອົາຜູ້ແທນສົມບູນ 13 ສະຫາຍ ແລະ ຜູ້ແທນສໍາຮອງອີກ 3 ສະຫາຍ ໃນຈໍານວນສະມາຊິກທີ່ມີຊື່ເຂົ້າເລືອກຕັ້ງ 16 ສະຫາຍ ເພື່ອເຂົ້າຮ່ວມກອງປະຊຸມໃຫຍ່ ອົງຄະນະພັກກະຊວງກະສິກໍາ ແລະ ສິ່ງແວດລ້ອມ ອີກດ້ວຍ.

     

ພາບ/ຂ່າວ: ພິກຸນທອງ ບຸນໃສ
ພະແນກເຕັກໂນໂລຊີຂໍ້ມູນ-ຂ່າວສານ, ຫ້ອງການກະຊວງກະສິກຳ ແລະ ສິ່ງແວດລ້ອມ.
]]>
http://daec.maf.gov.la/uncategorized/%e0%ba%81%e0%ba%ad%e0%ba%87%e0%ba%9b%e0%ba%b0%e0%ba%8a%e0%ba%b8%e0%ba%a1%e0%ba%aa%e0%ba%b0%e0%ba%a1%e0%ba%b2%e0%ba%8a%e0%ba%b4%e0%ba%81%e0%ba%9e%e0%ba%b1%e0%ba%81%e0%ba%82%e0%ba%ad%e0%ba%87%e0%ba%84.html/feed 0
ພິທີສະເຫຼີມສະຫຼອງວັນສະຫະກອນ http://daec.maf.gov.la/uncategorized/%e0%ba%9e%e0%ba%b4%e0%ba%97%e0%ba%b5%e0%ba%aa%e0%ba%b0%e0%bb%80%e0%ba%ab%e0%ba%bc%e0%ba%b5%e0%ba%a1%e0%ba%aa%e0%ba%b0%e0%ba%ab%e0%ba%bc%e0%ba%ad%e0%ba%87%e0%ba%a7%e0%ba%b1%e0%ba%99%e0%ba%aa%e0%ba%b0.html http://daec.maf.gov.la/uncategorized/%e0%ba%9e%e0%ba%b4%e0%ba%97%e0%ba%b5%e0%ba%aa%e0%ba%b0%e0%bb%80%e0%ba%ab%e0%ba%bc%e0%ba%b5%e0%ba%a1%e0%ba%aa%e0%ba%b0%e0%ba%ab%e0%ba%bc%e0%ba%ad%e0%ba%87%e0%ba%a7%e0%ba%b1%e0%ba%99%e0%ba%aa%e0%ba%b0.html#respond Wed, 14 May 2025 07:18:02 +0000 http://daec.maf.gov.la/?p=2270

ໃນຕອນເຊົ້າວັນທີ 12 ພຶດສະພາ 2025 ກົມສົ່ງເສີມກະສິກໍາ ແລະ ສະຫະກອນ, ກະຊວງກະສິກໍາ ແລະ ປ່າໄມ້ ໄດ້ຈັດພິທີ ສະເຫຼີມສະຫຼອງວັນສະຫະກອນ ປະຈໍາປີ 2025 ຢູ່ທີ່ສະໂມສອນສະຖາບັນຄົ້ນຄວ້າກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ ໂດຍການເປັນປະທານຂອງ ທ່ານ ປອ. ລິນຄຳ ດວງສະຫວັນ ລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້. ມີ ທ່ານ ຮອງລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້, ບັນດາຫົວໜ້າ-ຮອງຫົວໜ້າກົມ, ຕາງໜ້າພະແນກການ ແລະ ອົງການຈັດຕັ້ງຂັ້ນແຂວງ ຈາກ 5 ແຂວງ ແລະ ນະຄອນຫຼວງວຽງຈັນ, ຫົວໜ້າ-ຮອງຫົວໜ້າສູນວິຊາການຂັ້ນ 2, ສະຫະພັນ, ສະມາຄົມ ແລະ ສະຫະກອນຕ່າງໆ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ໃນພິທີ ທ່ານ ສົມພອນ ແກ້ວຫາວົງ ຫົວໜ້າກົມສົ່ງເສີມກະສິກໍາ ແລະ ສະຫະກອນ ໄດ້ຂຶ້ນລາຍງານ ຄວາມເປັນມາຂອງ ວຽກງານສະຫະກອນ ໃນໄລຍະຜ່ານມາວ່າ: ສະຫະກອນ ໃນ ສປປ ລາວ ມີໜໍ່ແໜງ ມາແຕ່ດົນນານແລ້ວ ໃນສັງຄົມປະຖົມ ປະຖານ ຈາກການອອກແຮງງານສາມັກຄີກັນ ກ້າວມາເປັນສະຫະກອນຢ່າງເປັນລະບົບເທື່ອລະກ້າວ ການພັດທະນາກຸ່ມສະຫະກອນມີ 4 ໄລຍະຄື: 1. ໄລຍະເປັນໄປເອງຂອງຊຸມຊົນຮາກຖານ: ປະຊາຊົນມີມູນເຊື້ອຊ່ວຍເຫລືອ ເຊີ່ງກັນແລະກັນ ຮູບການວານແຮງງານ; 2. ໄລຍະການຜະລິດລວມໝູ່ ຢູ່ເຂດປົດປ່ອຍ ຂອງແນວລາວຮັກຊາດ; 3.ໄລຍະຫັນເປັນສະຫະກອນລວມໝູ່ ພາຍຫລັງປະເທດຊາດໄດ້ຮັບການປົດປ່ອຍ ແລະ 4. ໄລຍະຫັນປ່ຽນສະຫະກອນແບບໄໝ່ 1986-ປະຈຸບັນ). ມາຮອດປີ 2021 ກົມສົ່ງເສີມກະສິກຳ ແລະ ສະຫະກອນ ໄດ້ຮັບຜິດຊອບກ່ຽວກັບວຽກງານສະຫະກອນ ກໍ່ໄດ້ເອົາໃຈໃສ່ພັດທະນາວຽກງານສະຫະກອນເປັນກ້າວໆມາ. ຜ່ານການສໍາຫວດຕົວຈິງເຫັນວ່າມາຮອດປີ 2025 ມີສະຫະກອນກະສິກໍາ ທັງໝົດ 46 ສະຫະກອນ ແລະ ກຸ່ມ 3,705 ກຸ່ມ ເຫັນໄດ້ວ່າຈໍານວນກຸ່ມຫຼຸດລົງ ແລະ ສະຫະກອນເພີ່ມຂື້ນ ຖ້າທຽບໃສ່ຂໍ້ມູນປີ 2023. ເພື່ອເຮັດໃຫ້ພິທີດັັ່ງກ່າວມີຄວາມໝາຍສໍາຄັນ ໂອກາດນີ້ ທ່ານ ປອ. ລິນຄຳ ດວງສະຫວັນ ລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ ໄດ້ໃຫ້ກຽດກ່າວເປີດພິທີວ່າ ການຈັດຕັ້ງປະຕິບັດແນວມາງການປ່ຽນແປງໃໝ່ຂອງພັກ ແລະ ລັດຖະບານ ໄດ້ຖືເອົາວຽກງານການຈັດຕັ້ງການຜະລິດເປັນສໍາຄັນ ເພື່ອເຕົ້າໂຮມການຜະລິດຂະໜາດນ້ອຍ, ເອກະເທດ, ກະແຈກກະຈາຍ ໃຫ້ມີການຈັດຕັ້ງເປັນກຸ່ມ,ສະຫະກອນ ຊື່ງລັດຖະບານ ໄດ້ອອກດໍາລັດວ່າດ້ວຍສະຫະກອນ ໃນປີ 2010 ແລະ ປັບປຸງມາເປັນດໍາລັດວ່າດ້ວຍກຸ່ມ ແລະ ສະຫະກອນ ໃນປີ 2020 ແລະ ໄດ້ຍົກດໍາລັດດັ່ງກ່າວຂຶ້ນມາເປັນກົດໝາຍ ວ່າດ້ວຍສະຫະກອນ ສະບັບເລກທີ 54/ສພຊ, ລົງວັນທີ 28 ມິຖຸນາ 2024 ເປົ້າໝາຍແມ່ນເພື່ອຄຸ້ມຄອງ ແລະ ຕິດຕາມກວດກາສະຫະກອນ ແນໃສສົ່ງເສີມເສີມ ແລະ ພັດທະນາການຜະລິດ, ການບໍລິການ ແລະ ການດໍາເນີນກິດຈະການການຜະລ/ິດກະສິກໍາໃຫ້ເຕີບໃຫຍ່ຂະຫຍາຍຕົວ ແລະ ເຂັ້ມແຂງ ຮັບປະກັນແກ້ໄຂຄວາມທຸກຍາກ ແລະ ຍົກລະດັບຊີວິດການເປັນຢູ່ ຂອງປະຊາຊົນລາວບັນດາເຜົ່າ ໃຫ້ດີຂຶ້ນ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງຊາດ. ສໍາລັບພິທີສະເຫຼີມສະຫຼອງວັນສະຫະກອນ ຄັ້ງນີ້ ເປັນຄັ້ງທໍາອິດ ຕາມທີ່ກໍານົດໄວ້ໃນກົດໝາຍ ວ່າດ້ວຍສະຫະກອນ ສະລັບເລກທີ 54/ສພຊ, ລົງວັນທີ 28 ມິຖຸນາ 2024 ທີ່ໄດ້ກໍານົດເອົາ ວັນທີ 11 ພຶດສະພາ ຂອງທຸກໆປີ ເປັນວັນສະຫະກອນ. ພ້ອມນີ້ ໄດ້ໃຫ້ກຽດຕັດແຖບຜາ ແລະ ລັ່ນຄອງ 9 ບາດ ເພື່ອເປີດພິທີຢ່າງເປັນທາງການ ພ້ອມທັງຊົມງານວາງສະແດງ ຜະລິດຕະພັນ ຂອງສະຫະກອນ.ພາຍໃນງານອີກດ້ວຍ.
 
ຂ່າວໂດຍ: ກະຊວງກະສິກໍາ ແລະ ປ່າໄມ້
]]>
http://daec.maf.gov.la/uncategorized/%e0%ba%9e%e0%ba%b4%e0%ba%97%e0%ba%b5%e0%ba%aa%e0%ba%b0%e0%bb%80%e0%ba%ab%e0%ba%bc%e0%ba%b5%e0%ba%a1%e0%ba%aa%e0%ba%b0%e0%ba%ab%e0%ba%bc%e0%ba%ad%e0%ba%87%e0%ba%a7%e0%ba%b1%e0%ba%99%e0%ba%aa%e0%ba%b0.html/feed 0
ທ່ານ ສົມພອນ ແກ້ວຫາວົງ ຫົວໜ້າກົມສົ່ງເສີມກະສິກໍາ ແລະ ສະຫະກອນ ກະຊວງກະສິກໍາ ແລະ ປ່າໄມ້ ໄດ້ເຂົ້າຮ່ວມພິທີເປີດເຂດຂົນສົ່ງສິນຄ້າສາກົນທາງລົດໄຟຂອງ ນະຄອນ ຊົງຊິງ ສປຈີນ http://daec.maf.gov.la/uncategorized/%e0%ba%97%e0%bb%88%e0%ba%b2%e0%ba%99-%e0%ba%aa%e0%ba%bb%e0%ba%a1%e0%ba%9e%e0%ba%ad%e0%ba%99-%e0%bb%81%e0%ba%81%e0%bb%89%e0%ba%a7%e0%ba%ab%e0%ba%b2%e0%ba%a7%e0%ba%bb%e0%ba%87-%e0%ba%ab%e0%ba%bb.html http://daec.maf.gov.la/uncategorized/%e0%ba%97%e0%bb%88%e0%ba%b2%e0%ba%99-%e0%ba%aa%e0%ba%bb%e0%ba%a1%e0%ba%9e%e0%ba%ad%e0%ba%99-%e0%bb%81%e0%ba%81%e0%bb%89%e0%ba%a7%e0%ba%ab%e0%ba%b2%e0%ba%a7%e0%ba%bb%e0%ba%87-%e0%ba%ab%e0%ba%bb.html#respond Mon, 21 Apr 2025 03:42:52 +0000 http://daec.maf.gov.la/?p=2229

ໃນວັນທີ 16 ເມສາ 2025 ທ່ານ ສົມພອນ ແກ້ວຫາວົງ ຫົວໜ້າກົມສົ່ງເສີມກະສິກໍາ ແລະ ສະຫະກອນ ກະຊວງກະສິກໍາ ແລະ ປ່າໄມ້ ໄດ້ເຂົ້າຮ່ວມພິທີເປີດເຂດຂົນສົ່ງສິນຄ້າສາກົນທາງລົດໄຟຂອງ ນະຄອນ ຊົງຊິງ ສປຈີນ ເຊິ່ງງານດັ່ງກ່າວ ມີຕົວແທນເຂົ້າຮ່ວມຈາກ ສປປ ລາວ, ປະເທດກໍາປູເຈຍ, ບັນດາກົງສຸນປະເທດຕ່າງໆ ທີ່ປະຈຳຢູ່ນະຄອນ ຊົງຊິງ ແລະ ການນຳ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ. ສູນກະຈາຍສິນຄ້າ(ແປ້ງມັນຕົ້ນ) ພາກຕາເວັນຕົກສຽງໃຕ້ຂອງອາຊຽນ ແມ່ນຕັ້ງຢູ່ບໍລິເວນຫຼັກຂອງເຂດຂົນສົ່ງສາກົນທາງລົດໄຟ ນະຄອນ ຊົງຊິງ ສປຈີນ ເປັນແລວທາງເສດຖະກິດໃໝ່ ໃນພາກຕາເວັນຕົກຂອງເມືອງ ຊາພິງປ້າ,  ເຂດດັ່ງກ່າວ ເປັນສູນກະຈ່າຍສິ້ນຄ້າ  ເຊື່ອມຕໍ່ ໃນຂົງເຂດ ອາຊຽ ແລະ ພາກຕະວັນຕົກ.  ພິທີດັ່ງກ່າວນີ້້ ຈັດຕັ້ງຂຶ້ນແມ່ນປະຕິບັດຕາມຂໍ້ກໍານົດຂອງ ທ່ານ ປະທານປະເທດ ສີ ຈິງພິງ ທີ່ໄດ້ກ່າວວ່າ (ສຸມໃສ່ສ້າງປະຊາຄົມທີ່ມີອານາຄົດຮ່ວມຂອງເຂດບ້ານໃກ້ເຮືອນຄຽງ). ເຊິ່ງໃນໄລຍະຜ່ານມາ ເມືອງ ຊາພິງປ້າ ນະຄອນຊົງຊິງ ໄດ້ຕັ້ງໜ້າຮ່ວມມືກັບບັນດາປະເທດອາຊຽນເຊັ່ນ: ກໍາປູເຈຍ ແລະ ລາວ ເພື່ອແລກປ່ຽນທາງດ້ານເສດຖະກິດການຄ້າ ໄດ້ຮັບການເສີິມຂະຫຍາຍຢ່າງບໍ່ຢຸດຢັ້ງ. ປະຈຸບັນຈີນ ແລະ ອາຊຽນ ພວມເລັ່ງສ້າງຄວາມເຂັ້ມແຂງ ໂດຍມີການຊຸກຍູ້ເຊື່ອມໂຍງເຂົ້າກັນໃນລະບົບຕ່ອງໂສ້ອຸດສາຫະກໍາ, ຊຸກຍູ້ຄວາມຫຼາກຫຼາຍຂອງຕະຫຼາດບໍລິໂພກ. ພາຍຫຼັງທີ່ສໍາເລັດການເປີດພິທີດັ່ງກ່າວແລ້ວ ຄະນະຕົວແທນຜູ້ເຂົ້າຮ່ວມຈາກ ສປປ ລາວ, ປະເທດກໍາປູເຈຍ, ບັນດາກົງສຸນປະເທດຕ່າງໆ ທີ່ປະຈຳຢູ່ນະຄອນ ຊົງຊິງ ແລະ ການນຳ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ໄດ້ເຂົ້າກອງປະຊຸມ ປຶກສາຫາລືແລກປ່ຽນຄໍາຄິດຄໍາເຫັນ ກ່ຽວກັບການສະໜອງແປ້ງມັນຕົ້ນ ແລະ ຜົນຜະລິດກະສິກໍາ ຈໍາໜ່າຍສູ່ຕະຫຼາດ ສປຈີນ. ຈາກນັ້ນ, ໄດ້ຢ້ຽມຊົມ ສະຖານທີ່ສໍາຄັນທີ່ທາງເມືອງຊາພິງປ້າ ໄດ້ສ້າງຄວາມພ້ອມດ້ານຕ່າງໆ ໂດຍສະເພາະເເມ່ນ ການຂົນສົ່ງທາງບົກ, ທາງລົດໄຟລາວ-ຈີນ, ທາງນໍ້າ – ທາງທະເລ, ທາງອາກາດ, ສ້າງສູນເກັບຮັກສາສິນຄ້າກະສິກໍາຈາກ ສປປ ລາວ ເພື່ອອໍານວຍຄວາມສະດວກໃນການຈັດຊື້ແປ້ງມັນຕົ້ນໃຫ້ໄດ້ 100,000 – 200,000 ໂຕນຕໍ່ປີ ເຂົ້າມາສູນກະຈາຍສິນຄ້າຂອງເມືອງຊາພິງປ້າ  ເພື່ອຈຳໝ່າຍໃນຂອບເຂດທົ່ວປະເທດ (ສປ ຈີນ), ການເປີດພິທີ ເຂດຂົນສ່ົງ ຄັ້ງນີ້ ເປັນການສ້າງຄວາມໝັ້ນໃຈໃຫ້ແກ່ ຜູ້ປະກອບການ ດ້ານການຂົນສົ່ງ, ການຜະລິດແປ້ງມັນຕົ້ນຂອງ ສປປ ລາວ ພ້ອມທີ່ຈະສະໜອງສິນຄ້າສູ່ ສປຈີນ ໃຫ້ຫຼາຍຂຶ້ນ.

ກວດແກ້ໂດຍ: ພະແນກຂໍ້ມູນຂ່າວສານການສົ່ງເສີມ ແລະ ເຊື່ອມໂຍງຕະຫຼາດ

]]>
http://daec.maf.gov.la/uncategorized/%e0%ba%97%e0%bb%88%e0%ba%b2%e0%ba%99-%e0%ba%aa%e0%ba%bb%e0%ba%a1%e0%ba%9e%e0%ba%ad%e0%ba%99-%e0%bb%81%e0%ba%81%e0%bb%89%e0%ba%a7%e0%ba%ab%e0%ba%b2%e0%ba%a7%e0%ba%bb%e0%ba%87-%e0%ba%ab%e0%ba%bb.html/feed 0
ພິທີ ມອບ-ຮັບ ແຜນງານສ້າງຄວາມເຂັ້ມແຂງໃຫ້ແກ່ຕ່ອງໂສ້ມູນຄ່າອາຫານ ໃນ ສປປ ລາວ ຂອງໂຄງການສ້າງຄວາມເຂັ້ມແຂງໃຫ້ແກ່ຕ່ອງໂສ້ມູນຄ່າອາຫານ ໃນ ສປປ ລາວ http://daec.maf.gov.la/uncategorized/%e0%ba%9e%e0%ba%b4%e0%ba%97%e0%ba%b5-%e0%ba%a1%e0%ba%ad%e0%ba%9a-%e0%ba%ae%e0%ba%b1%e0%ba%9a-%e0%bb%81%e0%ba%9c%e0%ba%99%e0%ba%87%e0%ba%b2%e0%ba%99%e0%ba%aa%e0%bb%89%e0%ba%b2%e0%ba%87%e0%ba%84.html http://daec.maf.gov.la/uncategorized/%e0%ba%9e%e0%ba%b4%e0%ba%97%e0%ba%b5-%e0%ba%a1%e0%ba%ad%e0%ba%9a-%e0%ba%ae%e0%ba%b1%e0%ba%9a-%e0%bb%81%e0%ba%9c%e0%ba%99%e0%ba%87%e0%ba%b2%e0%ba%99%e0%ba%aa%e0%bb%89%e0%ba%b2%e0%ba%87%e0%ba%84.html#respond Thu, 27 Feb 2025 02:09:45 +0000 http://daec.maf.gov.la/?p=2209

ໃນວັນທີ 25 ກຸມພນາ 2025 ກົມສົ່ງເສີມກະສິກໍາ ແລະ ສະຫະກອນ, ກະຊວງກະສິກໍາ ແລະ ປ່າໄມ້ ໄດ້ຈັດພິ ທີ ມອບ-ຮັບ ແຜນງານສ້າງຄວາມເຂັ້ມແຂງໃຫ້ແກ່ຕ່ອງໂສ້ມູນຄ່າອາຫານ ໃນ ສປປ ລາວ ຂອງໂຄງການສ້າງຄວາມເຂັ້ມ ແຂງໃຫ້ແກ່ຕ່ອງໂສ້ມູນຄ່າອາຫານ ໃນ ສປປ ລາວ ຂຶ້ນ. ທີ່ນະຄອນຫຼວງວຽງຈັນ, ຕາງໜ້າອົງການໄຈກາ ລົງນາມເຊັນມອບໂດຍ ທ່ານ ໂນລິຢູກິ ອີໂຕະ ຕາງໜ້າອົງການໄຈກາ ປະຈໍາລາວ; ຕາງໜ້າກະຊວງກະສິກໍາ ແລະ ປ່າໄມ້ ລົງນາມເຊັນຮັບໂດຍ ທ່ານ ສົມພອນແກ້ວຫາວົງ ຫົວໜ້າກົມສົ່ງເສີມກະສິກໍາ ແລະ ສະຫະກອນ;, ໂດຍການໃຫ້ກຽດເຂົ້າຮ່ວມ ຂອງ ທ່ານ ປອ. ນາງ ຈັນທະຄອນ ບົວລະພັນ ຮອງລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້; ທ່ານຮອງຫົວໜ້າກົມສົ່ງເສີມກະສິກໍາ ແລະ ສະຫະກອນ, ກົມແຜນການ ແລະ ການຮ່ວມມື; ຕາງໜ້າກະຊວງອຸດສາຫະກໍາ ແລະ ການຄ້າ, ກະຊວງສາທາລະນະສຸກ; ຫົວໜ້າ-ຮອງຫົວໜ້າ ພະແນກກະສິກໍາ ແລະ ປ່າໄມ້ແຂວງ ແລະ ນະຄອນຫຼວງວຽງຈັນເປົ້າໝາຍຂອງໂຄງການ; ຫົວໜ້າ ແລະ ຄະນະທີມງານຊ່ຽວ ຊານໂຄງການ FVC ອົງການໄຈກາ ເຂົ້າຮ່ວມເປັນສັກຂີພິຍານ. ໂຄງການສ້າງຄວາມເຂັ້ມແຂງໃຫ້ແກ່ຕ່ອງໂສ້ມູນຄ່າ ໃນ ສປປ ລາວ ມີຈຸດປະສົງ ເພື່ອສະໜັບສະໜູນການສ້າງແຜນແມ່ບົດ, ຊຶ່ງແຜນແມ່ບົດດັ່ງກ່າວນີ້ ຈະຊ່ວຍໃນການແກ້ໄຂ ຫຼື ເປັນບ່ອນອີງໃຫ້ແກ່ການສ້າງຄວາມເຂັ້ມແຂງ ໃຫ້ແກ່ຕ່ອງໂສ້ມູນຄ່າອາຫານ ເພື່ອສະໜອງຄວາມຕ້ອງການຕະຫຼາດພາຍໃນ ແລະ ມາດຕະ ຖານຂອງປະເທດໃກ້ຄຽງ ແລະ ເພື່ອປະກອບສ່ວນເຂົ້າໃນການບັນລຸເປົ້າໝາຍການພັດທະນາແຫ່ງຊາດ. ໃນການສ້າງແຜນສ້າງຄວາມເຂັ້ມແຂງໃຫ້ກັບລະບົບຕ່ອງໂສ້ມູນຄ່າອາຫານ ໃນ ສປປ ລາວ ແມ່ນໄດ້ ອີງຕາມກົດໝາຍວ່າດ້ວຍການສ້າງນິຕິກໍາ ແລະ ຄໍາແນະນໍາ ການສ້າງນິຕິກໍາສໍາລັບວຽກງານກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ ແລະ ໄດ້ຮັບການປະກອບຄໍາເຫັນຈາກຂະແໜງການທີ່ກ່ຽວຂ້ອງຂັ້ນກະຊວງ ແລະ ພະແນກກະສິກໍາ ແລະ ປ່າໄມ້ ໃນຂອບເຂດທົ່ວປະເທດ ຈິ່ງເຮັດໃຫ້ແຜນສ້າງຄວາມເຂັ້ມແຂງ ລະບົບຕ່ອງໂສ້ມູນຄ່າອາຫານ ໃນ ສປປ ລາວ ມີເນື້ອໃນຄົບຖ້ວນ ແລະ ສາມາດອອກຂໍ້ຕົກລົງປະກາດໃຊ້ຢ່າງເປັນທາງການ.

ສໍາລັບ ແຜນງານສ້າງຄວາມເຂັ້ມແຂງໃຫ້ຕ່ອງໂສ້ມູນຄ່າອາຫານໃນ ສປປ ລາວ ນີ້ ແມ່ນຖືເປັນໜຶ່ງໃນຜົນສໍາເລັດຂອງຮູບແບບໂຄງການການຮ່ວມມືດ້ານວິຊາການ ແລະ ການຊ່ວຍເຫຼືອລ້າຂອງລັດຖະບານຍີ່ ປຸ່ນ ໂດຍຜ່ານອົງການ JICA ປະຈໍາ ສປປລາວ. ເພື່ອຈັດຕັ້ງຜັນຂະຫຍາຍ ແຜນງານສ້າງຄວາມເຂັ້ມແຂງໃຫ້ແກ່ຕ່ອງໂສ້ມູນຄ່າອາຫານ ໃນ ສປປ ລາວ ໃຫ້ມີຜົນສໍາເລັດເປັນກ້າວໆນັ້ນ ທ່ານຮອງລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ ໄດ້ມີບາງຄໍາເຫັນຊີ້ນໍາ ດັ່ງນີ້:

  1. ມອບໃຫ້ກົມສົ່ງເສີມກະສິກໍາ ແລະ ສະຫະກອນ ຈັດຕັ້ງການເຜີຍແຜ່ ແຜນງານສະບັບນີ້ ໃຫ້ບັນດາກົມ, ກະຊວງທີ່ກ່ຽວຂ້ອງ ແລະ ທ້ອງຖິ່ນ ຕິດພັນກັບການເຜີຍແຜ່ ກົດໝາຍວ່າດ້ວຍສະຫະກອນ ແລະ ດໍາລັດວ່າດ້ວຍກະສິກໍາແບບມີສັນຍາ;
  2. ສະເໜີ ໃຫ້ກະຊວງທີ່ກ່ຽວຂ້ອງ, ບັນດາກົມທີ່ຂຶ້ນກັບກະຊວງກະສິກໍາ ແລະ ປ່າໄມ້, ພະແນກກະສິກໍາ ແລະ ປ່າໄມ້ ຂັ້ນທ້ອງຖິ່ນ ນໍາເອົາແຜນງານສ້າງຄວາມເຂັ້ມແຂງໃຫ້ແກ່ຕ່ອງໂສ້ມູນຄ່າອາຫານ ໃນ ສປປ ລາວ ໄປຈັດຕັ້ງຜັນຂະຫຍາຍ ເຂົ້າໃນແຜນພັດທະນາວຽກງານຂອງຕົນ;
  3. ສະເໜີ ໃຫ້ອົງການຮ່ວມືສາກົນຍີ່ປຸ່ນ (JICA) ສືບຕໍ່ໃຫ້ການຊ່ວຍເຫຼືອທາງດ້ານງົບປະມານ ແລະ ວິຊາການ ຢູ່ແຂວງເປົ້າໝາຍເກົ່າ ແລະ ຂະຫຍາຍເຂັ້ມເປົ້າໝາຍໃໝ່ ຕື່ມອີກ ໂດຍເລືອກເອົາແຂວງ ທີ່ມີທ່າ ແຮງກ່ຽວກັບຕ່ອງໂສ້ມູນຄ່າອາຫານ ເພື່ອສົ່ງເສີມໃຫ້ມີຄວາມເຂັ້ມ ແລະ ທັນສະໄໝ ສາມາດຕອບສະໜອງພາຍໃນຢ່າງພຽງພໍ ແລະ ສາມາດສົ່ງອອກເປັນສິນຄ້າ ໃນອະນາຄົດ.

ກວດແກ້ໂດຍ: ພະແນກຂໍ້ມູນຂ່າວສານການສົ່ງເສີມ ແລະ ເຊື່ອມໂຍງຕະຫຼາດ

ຂຽນໂດຍ: ແສງສຸລີ ມາຍມະນີວົງ

]]>
http://daec.maf.gov.la/uncategorized/%e0%ba%9e%e0%ba%b4%e0%ba%97%e0%ba%b5-%e0%ba%a1%e0%ba%ad%e0%ba%9a-%e0%ba%ae%e0%ba%b1%e0%ba%9a-%e0%bb%81%e0%ba%9c%e0%ba%99%e0%ba%87%e0%ba%b2%e0%ba%99%e0%ba%aa%e0%bb%89%e0%ba%b2%e0%ba%87%e0%ba%84.html/feed 0
ເປີດກອງປະຊຸມແລກປ່ຽນບົດຮຽນໃນການຈັດຕັ້ງປະຕິບັດໂຄງການສົ່ງເສີມລະບົບຕ່ອງໂສ້ ການຜະລິດກະສິກໍາເປັນສິນຄ້າ http://daec.maf.gov.la/uncategorized/%e0%bb%80%e0%ba%9b%e0%ba%b5%e0%ba%94%e0%ba%81%e0%ba%ad%e0%ba%87%e0%ba%9b%e0%ba%b0%e0%ba%8a%e0%ba%b8%e0%ba%a1%e0%bb%81%e0%ba%a5%e0%ba%81%e0%ba%9b%e0%bb%88%e0%ba%bd%e0%ba%99%e0%ba%9a%e0%ba%bb%e0%ba%94.html http://daec.maf.gov.la/uncategorized/%e0%bb%80%e0%ba%9b%e0%ba%b5%e0%ba%94%e0%ba%81%e0%ba%ad%e0%ba%87%e0%ba%9b%e0%ba%b0%e0%ba%8a%e0%ba%b8%e0%ba%a1%e0%bb%81%e0%ba%a5%e0%ba%81%e0%ba%9b%e0%bb%88%e0%ba%bd%e0%ba%99%e0%ba%9a%e0%ba%bb%e0%ba%94.html#respond Mon, 13 Jan 2025 12:23:05 +0000 http://daec.maf.gov.la/?p=2193

ກອງປະຊຸມແລກປ່ຽນບົດຮຽນເພື່ອທົບທວນຄືນໃນການຈັດຕັ້ງປະຕິບັດໂຄງການສົ່ງເສີມລະບົບຕ່ອງໂສ້ການຜະລິດກະສິກໍາເປັນສິນຄ້າທີ່ເປັນມິດກັບສິ່ງແວດລ້ອມ ຫຼື (ຄສກສ) ໃນ 3 ແຂວງທີ່ພະແນກກະສິກຳແລະປ່າໄມ້ແຂວງຄືື: ແຂວງເຊກອງ, ແຂວງຈຳປາສັກ ແລະ ນະຄອນຫຼວງເຊິ່ງໄດ້ຈັດຂຶ້ນໃນລະຫວ່າງວັນທີ 6-10 ມັງກອນ 2025 ທີ່ແຂວງສະຫວັນນະເຂດ ແລະ ແຂວງເຊກອງ (ເປັນເຈົ້າພາບ) ໂດຍການເປັນປະທານຮ່ວມ ຂອງ ທ່ານ ບຸນສົ່ງ ລໍາມະຍົດ ຮອງຫົວໜ້າພະແນກະສິກໍາ ແລະ ປ່າໄມ້ ຜູ້ຊີ້ນຳວຽກງານໂຄງການ ສົ່ງເສີມລະບົບຕ່ອງໂສ້ການຜະລິດກະສິກໍາເປັນສິນຄ້າທີ່ເປັນມິດກັບສິ່ງແວດລ້ອມຂັ້ນແຂວງ ແລະ
ທ່ານ ປອ ພັນໄຊ ອິງໄຊ ຮອງຫົວໜ້າກົມສົ່ງເສີມກະສິກຳ ແລະ ສະຫະກອນ, ມີທີມງານ ທີ່ມາຈາກ ສູນກາງໂດຍສະເພາະ ກົມສົ່ງເສີມກະສິກໍາ ແລະ ສະຫະກອນ, ກະຊວງກະສິກໍາ ແລະ ປ່າໄມ້, ຜູ້ປະສານງານໂຄງການ ສົ່ງເສີມລະບົບຕ່ອງໂສ້ການຜະລິດກະສິກໍາເປັນສິນຄ້າທີ່ເປັນມິດກັບສິ່ງແວດລ້ອມຂັ້ນແຂວງເຂົ້າຮ່ວມ.

ໃນນັ້ນທ່ານ ບຸນສົ່ງ ລໍາມະຍົດ ຮອງຫົວໜ້າພະແນກະສິກໍາ ແລະ ປ່າໄມ້ ຜູ້ຊີ້ນຳວຽກງານໂຄງການ ສົ່ງເສີມລະບົບຕ່ອງໂສ້ການຜະລິດກະສິກໍາເປັນສິນຄ້າທີ່ເປັນມິດກັບສິ່ງແວດລ້ອມຂັ້ນແຂວງໄດ້ໃຫ້ທິດຊີ້ນຳຕໍ່ກອງປະຊຸມດັ່ງກ່າວວ່າ: ກອງປະຊຸມຖອດຖອນບົດຮຽນວຽກງານພັດທະນາກຸ່ມຜະລິດພືດຜັກ ຂອງເຈັດຕົວເມືອງ, ສາມ ແຂວງກໍ່ເປັນວຽກງານໜື່ງທີ່ມີຄວາມຈໍາເປັນ ແລະ ສຳຄັນຕໍ່ກັບການພັດທະນາ, ເປັນກອງປະຊຸມດ້ານວິຊາການ ເພື່ອຊອກຫາໃຫ້ເຫັນໄດ້ບັນຫາດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງ ແລະ ບົດຮຽນທີ່ຖອດຖອນໄດ້ ໃນການຈັດຕັ້ງປະຕິບັດຜ່ານມາຂອງກຸ່ມ ແລະ ສະຫະກອນ, ພ້ອມທັງຊອກຫາວິທີທາງແກ້ໄຂບັນດັ່ງກ່າວ, ເພື່ອເຮັດໃຫ້ກຸ່ມໄດ້ຮັບການພັດທະນາໄປໃນທິດທາງດຽວທີ່ດີ ມີຄວາມໝັ້ນຄົງ ແລະ ຍືນຍົງເຂັ້ມແຂງ, ບັນລຸໄດ້ຕົວເລກຄາດໝາຍແຜນການຂອງໂຄງການທີ່ໄດ້ກໍານົດໄວ້, ມາເຖິງປະຈຸບັນນີ້ ເຫັນໄດ້ວ່າ ຫຼາຍກິດຈະກຳທີ່ກຳນົດໄວ້ ກໍໄດ້ຮັບການຈັດຕັ້ງປະຕິບັດ ເປັນຢ່າງດີ ແລະ ມີບາງອັນກໍພົບບັນຫາ ຊັກຊ້າ ແກ່ຍາວ ບໍ່ສາມາດປະຕິບັດໄດ້ຕາມແຜນການ, ແຕ່ຍ້ອນຄວາມເອົາໃຈໃສ່ຂອງຄະນະນຳກໍ່ຄືຄະນະຮັບຜິດຊອບວຽກງານໂຄງການແຕ່ລະຂັ້ນ ໄດ້ມີການປະສານສົມທົບກັນຢ່າງກົມກຽວ ຈິ່ງເຮັດໃຫ້ບັນຫາຕ່າງໆ ຄ່ອຍໆໄດ້ຮັບການແກ້ໄຂ ແລະ ມີຄວາມຄືບໜ້າເປັນກ້າວໆມາ ເຊິ່ງມັັນສະແດງເຖິງຄວາມເປັນເຈົ້າການ ແລະ ມີຄວາມຮັບຜິດຊອບ ຂອງແຕ່ລະພາກສ່ວນທີ່ກ່ຽວຂ້ອງ ພ້ອມກັນຕັດສິນໃຈ ເພື່ອກະຕຸ້ນໃຫ້ວຽກງານ ມີຜົນສຳເລັດຕາມຈຸດປະສົງລະດັບຄາດໝາຍທີ່ວາງໄວ້.

ກອງປະຊຸມຖອດຖອນບົດຮຽນໃນຄັ້ງນີ້ ຜູ້ເຂົ້ຮ່ວມຈະໄດ້ຮັບຟັງການນໍາສະເໜີ ວຽກງານການຈັດຕັ້ງ ແລະ ພັດທະນາກຸ່ມ, ສະຫະກອນໃນໄລຍະຜ່ານມາ, ນຳສະເໜີບົດຮຽນການບໍລິຫານຈັດການກຸ່ມຜະລິດ,ຈາກຜູ້ຕາງກຸ່ມຂອງ 3 ແຂວງ,ແລະໄດ້ຮັບຟັງ
ນໍາສະເໜີ ບົດຮຽນ ໃນການຄຸ້ມຄອງບໍລິຫານ ສະຫະກອນ, ການບໍລິຫານທຸລະກິດ ສະຫະກອນ,ການບໍລິຫານງານເງິນສະຫະກອນ,ນໍາສະເໜີ ວຽກງານການຈັດຕັ້ງ ແລະ ພັດທະນາກອງທຶນກຸ່ມ,ນໍາສະເໜີ ວຽກງານສົ່ງເສີມການນໍາໃຊ້ແນວພັນ,ນໍາສະເໜີ ວຽກງານສົ່ງເສີມເຕັກນິກ (ຄວາມໝາຍຄວາມສຳຄັນການວາງແຜນການ ຜະລິດ ແລະ ການຈັດຕັ້ງຕົວຈິງ,ນໍາສະເໜີ ວຽກງານສົ່ງເສີມການປຸງແຕ່ງ ແລະ ໂພຊະນາການ,ນໍາສະເໜີ ວຽກງານສົ່ງເສີມຂໍ້ມູນຂ່າວສານ ການຕະຫຼາດ ໃນໄລຍະທີ່ຜ່ານມາ, ບັນຫາ, ຂໍ້ຫຍຸ້ງຍາກ, ຂໍ້ຄົງຄ້າງ, ວິທີແກ້ໄຂ ແລະ ແຜນການເຄື່ອນໄຫວໃນຕໍ່ໜ້າ,ຈາກສູນກາງນະຄອນຫລວງວຽງຈັນ.

ກວດແກ້ໂດຍ: ພະແນກຂໍ້ມູນຂ່າວສານການສົ່ງເສີມ ແລະ ເຊື່ອມໂຍງຕະຫຼາດ

ຂຽນໂດຍ: ແສງສຸລີ ມາຍມະນີວົງ

]]>
http://daec.maf.gov.la/uncategorized/%e0%bb%80%e0%ba%9b%e0%ba%b5%e0%ba%94%e0%ba%81%e0%ba%ad%e0%ba%87%e0%ba%9b%e0%ba%b0%e0%ba%8a%e0%ba%b8%e0%ba%a1%e0%bb%81%e0%ba%a5%e0%ba%81%e0%ba%9b%e0%bb%88%e0%ba%bd%e0%ba%99%e0%ba%9a%e0%ba%bb%e0%ba%94.html/feed 0
ພິທີມອບຮັບເສື້ອໃຫ້ຮາກຖານ ແມ່ຍິງ ກົມສົ່ງເສີມກະສິກໍາ ແລະ ສະຫະກອນ http://daec.maf.gov.la/uncategorized/%e0%ba%9e%e0%ba%b4%e0%ba%97%e0%ba%b5%e0%ba%a1%e0%ba%ad%e0%ba%9a%e0%ba%ae%e0%ba%b1%e0%ba%9a%e0%bb%80%e0%ba%aa%e0%ba%b7%e0%bb%89%e0%ba%ad%e0%bb%83%e0%ba%ab%e0%bb%89%e0%ba%ae%e0%ba%b2%e0%ba%81%e0%ba%96.html http://daec.maf.gov.la/uncategorized/%e0%ba%9e%e0%ba%b4%e0%ba%97%e0%ba%b5%e0%ba%a1%e0%ba%ad%e0%ba%9a%e0%ba%ae%e0%ba%b1%e0%ba%9a%e0%bb%80%e0%ba%aa%e0%ba%b7%e0%bb%89%e0%ba%ad%e0%bb%83%e0%ba%ab%e0%bb%89%e0%ba%ae%e0%ba%b2%e0%ba%81%e0%ba%96.html#respond Mon, 13 Jan 2025 12:16:52 +0000 http://daec.maf.gov.la/?p=2181

ໃນຄັ້ງວັນທີ 16/12/2024 ຜ່ານມາ ຮາກຖານ ແມ່ຍິງ ກົມສົ່ງເສີມກະສິກໍາ ແລະ ສະຫະກອນ ຮ່ວມກັບບໍລິສັດ ແອວໄອທີ ໂຊລູຊັນ ຈຳກັດ ມອບເສຶ້ອໃຫ້ ຮາກຖານແມ່ຍິງ ກົມສົ່ງເສິມກະສິກໍາ ແລະ ສະຫະກອນ ຈໍານວນ 60 ໂຕ ມູນຄ່າ 10,000,000 ລ້ານກີບ ເຊິ່ງເປັນປະທານຂອງທ່ານ ພອນວິໄລ ຫຼວງຄໍາຫານ ຮອງຫົວໜ້າກົມສົ່ງເສີມກະສິກໍາ ແລະ ສະຫະກອນ ທັງເປັນຜູ້ຊີ້ນໍາວຽກງານ 3 ອົງການຈັດຕັ້ງມະຫາຊົນ ເຊິ່ງມີບັນດາຄະນະແມ່ຍິງໜ່ວຍຂັ້ນຮາກຖານເຂົ້າຮ່ວມຢ່າງພ້ອມພຽງ ເຊິ່ງໃນພິທີດັ່ງກ່າວທ່ານປະທານກໍ່ໄດ້ຕ້ອນຮັບ ແລະ ຊົມເຊີຍຂອງທີ່ທາງບໍລິສັດ ແອວໄອທີ ໂຊລູຊັນ ຈຳກັດ ທີ່ໄດ້ມີປັດໃຈປະກອບສ່ວນໃຫ້ແກ່ແມ່ຍິງຮາກຖານກົມ

ກວດແກ້ໂດຍ: ພະແນກຂໍ້ມູນຂ່າວສານການສົ່ງເສີມ ແລະ ເຊື່ອມໂຍງຕະຫຼາດ

ຂຽນໂດຍ: ແສງສຸລີ ມາຍມະນີວົງ

]]>
http://daec.maf.gov.la/uncategorized/%e0%ba%9e%e0%ba%b4%e0%ba%97%e0%ba%b5%e0%ba%a1%e0%ba%ad%e0%ba%9a%e0%ba%ae%e0%ba%b1%e0%ba%9a%e0%bb%80%e0%ba%aa%e0%ba%b7%e0%bb%89%e0%ba%ad%e0%bb%83%e0%ba%ab%e0%bb%89%e0%ba%ae%e0%ba%b2%e0%ba%81%e0%ba%96.html/feed 0
ກອງປະຊຸມຄະນະຊີ້ນຳໂຄງການສ້າງຄວາມເຂັ້ມແຂງໃຫ້ແກ່ຕ່ອງໂສ້ມູນຄ່າອາຫານ ໃນສປປລາວ, ຄັ້ງວັນທີ 13 ທັນວາ 2024. http://daec.maf.gov.la/uncategorized/%e0%ba%81%e0%ba%ad%e0%ba%87%e0%ba%9b%e0%ba%b0%e0%ba%8a%e0%ba%b8%e0%ba%a1%e0%ba%84%e0%ba%b0%e0%ba%99%e0%ba%b0%e0%ba%8a%e0%ba%b5%e0%bb%89%e0%ba%99%e0%ba%b3%e0%bb%82%e0%ba%84%e0%ba%87%e0%ba%81%e0%ba%b2.html http://daec.maf.gov.la/uncategorized/%e0%ba%81%e0%ba%ad%e0%ba%87%e0%ba%9b%e0%ba%b0%e0%ba%8a%e0%ba%b8%e0%ba%a1%e0%ba%84%e0%ba%b0%e0%ba%99%e0%ba%b0%e0%ba%8a%e0%ba%b5%e0%bb%89%e0%ba%99%e0%ba%b3%e0%bb%82%e0%ba%84%e0%ba%87%e0%ba%81%e0%ba%b2.html#respond Wed, 18 Dec 2024 07:16:42 +0000 http://daec.maf.gov.la/?p=2163

ກອງປະຊຸມຄະນະຊີ້ນຳໂຄງການສ້າງຄວາມເຂັ້ມແຂງໃຫ້ແກ່ຕ່ອງໂສ້ມູນຄ່າອາຫານ ໃນສປປລາວ ຂອງໂຄງການສ້າງຄວາມເຂັ້ມແຂງໃຫ້ຕ່ອງໂສ້ມູນຄ່າອາຫານ, ໄດ້ຈັດຂຶ້ນຢ່າງເປັນທາງການ ໃນຕອນເຊົ້າ ວັນທີ 13 ທັນວາ 2024 ເວລາ 8:30 ໂມງ ທີ່ຫ້ອງປະຊຸມໂຮງແຮມຄຣາວພຣາຊາ,

   

ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ນາງ ຈັນທະຄອນ ບົວລະພັນ ຮອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້, ທ່ານ ສົມພອນ ແກ້ວຫາວົງ ຫົວໜ້າກົມສົ່ງເສີມກະສິກໍາ ແລະ ສະຫະກອນ ມີບັນດາທ່ານ ຫົວໜ້າກົມ, ທ່ານຮອງຫົວໜ້າກົມ, ຫົວໜ້າພະແນກ, ຮອງຫົວໜ້າພະແນກ ພ້ອມວິຊາການ ຈາກກົມສົ່ງເສີມກະສິກຳ ແລະ ສະຫະກອນ, ທ່ານຜູ້ຕ່າງໜ້າພະແນກກະສິກຳ-ປ່າໄມ້ ຈາກ 18 ແຂວງ, ຜູ້ຕາງໜ້າຈາກຫ້ອງການກະສິກຳ ແລະ ປ່າໄມ້ ເມືອງເປົ້າໝາຍຂອງໂຄງການ, ຜູ້ຕ່າງໜ້າກົມລ້ຽງສັດ ແລະ ການປະມົງ, ຕ່າງໜ້າຈາກກົມປູກຝັງ, ກົມແຜນການ ແລະ ການຮ່ວມມື, ກົມພັດທະນາຊົນນະບົດ, ສູນກະສິກຳສະອາດ, ສູນພັດທະນາການປະມົງ ນ້ຳຊວງ, ສູນຄົ້ນຄວ້າການປະມົງ ແລະ ສັດນ້ຳໜອງແຕ່ງ, ສູນຄົ້ວຄວ້າແນວພັນເຂົ້າ ແລະ ພືດເສດຖະກິດ, ສູນປ້ອງກັນພືດ, ສູນພັດທະນາພືດຜັກ ແລະ ໄມ້ໃຫ້ໝາກ ຫາດດອກແກ້ວ, ຕ່າງໜ້າກະຊວງອຸດສະຫະກຳ ແລະ ການຄ້າ, ຕ່າງໜ້າຈາກກະຊວງສາທາລະນະສຸກ, ສະມາຄົມທຸລະກິດກະສິກຳ, ສະມາຄົມເຄືອຄ່າຍຊາວກະສິກອນ, ຕ່າງໜ້າບໍລິສັດ, ກຸ່ມຜູ້ຜະລິດ , ຕ່າງໜ້າອົງການໄຈກ້າປະຈຳລາວ ແລະ ຊ່ຽວຊານຈາກອົງການ ໄຈກາ ແລະ ທີ່ປືກສາຝ່າຍລາວ ໂຄງການ FVC ເຂົ້າຮ່ວມທັງໝົດ 85 ທ່ານ, ຍິງ 20 ທ່ານ, (ເຂົ້າອອນລາຍ 2 ທ່ານ  ຈຸດປະສົງຂອງກອງປະຊຸມ: 1.ເພື່ອລາຍງານຫຍໍ້ຜົນການຈັດຕັ້ງປະຕິບັດ ໂຄງການສ້າງຄວາມເຂັ້ມແຂງໃຫ້ຕ່ອງໂສ້ມູນຄ່າອາຫານ ຮອດປະຈຸບັນ. 2. ສະເໜີ ຮ່າງແຜນແມ່ບົດສ້າງຄວາມເຂັ້ມແຂງລະບົບຕ່ອງໂສ້ມູນຄ່າອາຫານໃນ ສປປລາວ ຂອງໂຄງການສ້າງຄວາມເຂັ້ມແຂງໃຫ້ຕ່ອງໂສ້ມູນຄ່າອາຫານ. ພາຍຫຼັງ ທີ່ຄະນະຈັດຕັ້ງ ໄດ້ກ່າວຈຸດປະສົງ ແລະ ຜ່ານຂໍ້ຕົກລົງວ່າດ້ວຍການອະນຸມັດໃຫ້ການຈັດກອງປະຊຸມໃຫ້ແກ່ເຂົ້າຮ່ວມຮັບຊາບ. ທ່ານ ປະທານກອງປະຊຸມທ່ານ ປອ ນາງ ຈັນທະຄອນ ບົວລະພັນ ຮອງລັດຖະມົນກະຊວງກະສິກຳ ແລະ ປ່າໄມ້ ກໍ່ໄດ້ກ່າວເປີດກອງປະຊຸມ ຢ່າງເປັນທາງການ ພ້ອມທັງໃຫ້ທິດຊີ້ນຳ ໂດຍຍົກໃຫ້ເຫັນ ຄວາມຄາດໝາຍຕົ້ນຕໍກ່ຽວກັບຈຸດປະສົງຂອງກອງປະຊຸມ. ເພື່ອໃຫ້ຜູ້ເຂົ້າຮ່ວມເຫັນໄດ້ບັນຫາ ແລະ ເປົ້າໝາຍສຳຄັນ ທີ່ຈະຕ້ອງພ້ອມກັນຄົ້ນຄວ້າ ປະກອບຄຳເຫັນ ໃຫ້ບັນລຸຕາມຈຸປະສົງ ດ້ວຍຄວາມເປັນເອກະພາບກັນ ແລະ ທ່ານຍັງໄດ້ເນັ້ນບາງປະເດັນສຳຄັນດັ່ງນີ້:

  1. ພາຍຫຼັງກອງປະຊຸມນີ້ສຳເລັດມອບໃຫ້ພະແນກການ ແລະ ພາກສ່ວນທີ່ກ່ຽວຂ້ອງ ນຳໄປດຳເນີນຂະບວນກະກຽມເອກະສານ ເພື່ອການຮັບຮອງຈາກກະຊວງກະສິກຳ ແລະ ປ່າໄມ້ ຢ່າງເປັນທາງການ.
  2. ຄະນະຄຸ້ມຄອງໂຄງການທຸກຂັ້ນ ແລະ ພະແນກການທີ່ກ່ຽວຂ້ອງຕ້ອງເອົາໃຈໃສ່ເຮັດໜ້າທີ່ປະສານງານ ແລະ ໃຫ້ການຮ່ວມມືໃນການປະຕິບັດແຜນແມ່ບົດນີ້.
  3. ຮຽກຮ້ອງມາຍັງທຸກພາກສ່ວນ, ບັນດາຂະແໜງການຢູ່ສູນກາງ ແລະ ອົງການປົກຄອງ ແຕ່ລະຂັ້ນ ຢູ່ທ້ອງຖິ່ນທີ່ກ່ຽວຂ້ອງ ເອົາໃຈໃສ່ປະສານສົມທົບກັນ ຢ່າງເປັນລະບົບຕໍ່ເນື່ອງ ເພື່ອເຮັດທິດທາງແຜນການ ແລະ ຄາດໝາຍສູ້ຊົນວຽກງານຂອງໂຄງການ ບັນລຸໄດ້ຕາມເນື້ອໃນຈິດໃຈ ທີ່ເອກະພາບກັນໃນກອງປະຊຸມນີ້ ໃຫ້ປະກົດຜົນທີ່ແທ້ຈິງ ແລະ ນຳເອົາເນື້ອໃນຈິດໃຈຜົນຂອງກອງປະຊຸມດັ່ງກ່າວນີ້ ໄປຈັດຕັ້ງປະຕິບັດ ໃຫ້ເກີດດອກອອກຜົນ ແລະ ປະສົບຜົນສຳເລັດຕາມລະດັບຄາດໝາ.
  4. ຂັ້ນມະຫາພາກຈະໄດ້ມີການສຶບຕໍ່ປັບປຸງ ແລະ ຍົກລະດັບກົດໝາຍ, ດຳລັບ ແລະ ລະບຽບການຕ່າງໆເພື່ອໃຫ້ສອດຄ່ອງກັບລະບົບຕ່ອງໂສ້ ແລະ ພ້ອມກັນນັ້ນຍັງຈະສົມທົບກັບບັນດາອົງການຈັດຕັ້ງສາກົນ, ໂຄງການໃນການຈັດສັນງົບປະມານສຳລັບສົ່ງເສີມ ລະບົບຕ່ອງໂສ້ມູນຄ້າ ແລະ ສະໜັບສະໜູນພະແນກການທີ່ກ່ຽວຂ້ອງທີ່ຕິດພັນກັບລະບົບຕ້ອງໂສ້ມູນຄ່າ.

ຫຼັງຈາກນັ້ນທ່ານ ໂນລິຢູກິ ອິໂຕ ຜູ້ຕ່າງໜ້າອາວຸໂສຫ້ອງການການໄຈກ້າປະຈຳລາວ ໄດ້ມີຄຳເຫັນຕໍ່ກອງປະຊຸມ ໂດຍທ່ານໄດ້ສະເໜີໃຫ້ກອງປະຊຸມຈົ່ງຊ່ວຍການຄົ້ນຄວ້າປືກສາຫາລື ເພື່ອເຮັດໃຫ້ແຜນແມ່ບົດມີຄວາມສົມບູນ ແລະ ຫວັງວ່າຢ່າງຍິ່ງວ່າ ກະຊວງກະສິກຳ ແລະ ປ່າໄມ້ ພາກສ່ວນທີ່ກ່ຽວຂ້ອງ ໃຫ້ການສະໜັບສະໜູນ ພ້ອມທງອະນຸຍາດການຈັດຕັ້ງປະຕິບັດແຜນແມ່ບົດ, ຕໍ່ມາຜູ້ເຂົ້າຮ່ວມໄດ້ຮັບຟັງການນຳສະເໜີຮ່າງແຜນແມ່ບົດ ເພື່ອສ້າງຄວາມເຂັ້ມໃຫ້ແກ່ຕ່ອງໂສ້ມູນຄ່າອາຫານ ໃນ ສປປລາວ ເຊິ່ງປະກອບມີ: ແນວຄວາມຄິດ, ມາດຕະການດ້ານວິຊາການ, ໂຄງປະກອບໃນການຈັດຕັ້ງປະຕິບັດ, ແຜນປະຕິບັດງານ ແລະ ການຕິດຕາມປະເມີນ ຈາກທ່ານ ສິເງະຢະ ໂອສຶກະ ຊ່ຽນຊານອົງການໄຈກ້າ ຫົວໜ້າທິມງານໂຄງານ FVC. ພາຍຫຼັງມີການຖ່າຍຮູບລວມ ແລະ ການພັກຜ່ອນ. ຈາກນັ້ນກອງປະຊຸມໄດ້ເປີດກວ້າງໃຫ້ຜູ້ເຂົ້າຮ່ວມໄດ້ປະກອບຄຳເຫັນ ແລະ ສົນທະນາ ປືກສາຫາລື ຕໍ່ກັບເນື້ອໃນຂອງກອງປະຊຸມ ຈາກນັ້ນ ທ່ານ ສົມພອນ ແກ້ວຫາວົງ ປະທານກອງປະຊຸມກໍ່ໄດ້ໃຫ້ທິດນໍາໃນການຈັດຕັ້ງຜັນຂະຫຍາຍດັ່ງນີ້:

  1. ສະເໜີໃຫ້ອົງການໄຈກ້າ ສຶບຕໍ່ໃຫ້ການສະໜັ້ບສະໜູນການປະຕິບັດແແຜນແມ່ບົດ ທີ່ຕິດພັນກັບຫຼາຍພາກສ່ວນ.
  2. ສະເໜີໃຫ້ແຕ່ລະແຂວງ ນຳໄປຄົ້ນຄວ້າ ປະກອບເຂົ້າໃນແຜນພັດທະນາເສດຖະກິດໃນຂະແໜງກະສິກຳ ແລະ ປ່າໄມ້ ຂອງແຕ່ລະແຂວງ ພ້ອມທັງເຜີຍແຜ່.
  3. ການຮັບຮອງແຜນແມ່ບົດ ແລະ ພິທິເຊັນສັນຍາມອບ – ຮັບແຜນແມ່ບົດ ຈະໄດ້ມີການປປືກສາຫາລື ແລະ ຂໍທິດຊີ້ນຳ.

ມອບໃຫ້ຄະນະຮັບຊອບກະກຽມແຜນແມ່ບົດ ຮ່ວມກັບຊ່ຽວຊານຂອງໂຄງການ ນຳເອົາທິດຊີ້ນຳ ແລະ ຄຳເຫັນຂອງຜູ້ເຂົ້າຮ່ວມໃນກອງປະຊຸມ ປັບປຸງ ແລະ ປະກອບເຂົ້າຮ່າງແຜນແມ່ບົດ ໃຫ້ສົມບູນ ເພື່ອຂໍໃຫ້ຂັ້ນເທິງຄົ້ົ້ນຄວ້າພິຈາລະນາ ແລະ ເຊັນຮັບຮອງ.

ກວດແກ້ໂດຍ: ພະແນກຂໍ້ມູນຂ່າວສານການສົ່ງເສີມ ແລະ ເຊື່ອມໂຍງຕະຫຼາດ

ຂຽນໂດຍ: ແສງສຸລີ ມາຍມະນີວົງ

 

]]>
http://daec.maf.gov.la/uncategorized/%e0%ba%81%e0%ba%ad%e0%ba%87%e0%ba%9b%e0%ba%b0%e0%ba%8a%e0%ba%b8%e0%ba%a1%e0%ba%84%e0%ba%b0%e0%ba%99%e0%ba%b0%e0%ba%8a%e0%ba%b5%e0%bb%89%e0%ba%99%e0%ba%b3%e0%bb%82%e0%ba%84%e0%ba%87%e0%ba%81%e0%ba%b2.html/feed 0
ກອງປະຊຸມ ວຽກງານສົ່ງເສີມກະສິກຳ ແລະ ສະຫະກອນ ທົ່ວປະເທດ ປີ 2024 ແລະ ທິດທາງແຜນການ ປີ 2025. http://daec.maf.gov.la/uncategorized/%e0%ba%81%e0%ba%ad%e0%ba%87%e0%ba%9b%e0%ba%b0%e0%ba%8a%e0%ba%b8%e0%ba%a1-%e0%ba%a7%e0%ba%bd%e0%ba%81%e0%ba%87%e0%ba%b2%e0%ba%99%e0%ba%aa%e0%ba%bb%e0%bb%88%e0%ba%87%e0%bb%80%e0%ba%aa%e0%ba%b5%e0%ba%a1.html http://daec.maf.gov.la/uncategorized/%e0%ba%81%e0%ba%ad%e0%ba%87%e0%ba%9b%e0%ba%b0%e0%ba%8a%e0%ba%b8%e0%ba%a1-%e0%ba%a7%e0%ba%bd%e0%ba%81%e0%ba%87%e0%ba%b2%e0%ba%99%e0%ba%aa%e0%ba%bb%e0%bb%88%e0%ba%87%e0%bb%80%e0%ba%aa%e0%ba%b5%e0%ba%a1.html#respond Tue, 26 Nov 2024 08:07:57 +0000 http://daec.maf.gov.la/?p=2126

ໃນຕອນເຊົ້າ ເວລາ 8:30 ໂມງ ຂອງວັນທີ 19 ພະຈິກ 2024 ຢູ່ທີ່ຫ້ອງປະຊຸມສູນຝຶກອົບຮົມເຕັກນິກກະສິກໍາ ແລະ ພັດທະນາຊົນນະບົດ ລາວ-ເກົາຫລີ, ໄດ້ເປີດກອງປະຊຸມ ວຽກງານສົ່ງເສີມກະສິກໍາ ແລະ ສະຫະກອນ ທົ່ວປະເທດ ປີ 2024 ຂຶ້ນຢ່າງເປັນທາງການ ໂດຍການເປັນປະທານຂອງ ທ່ານ ກິແກ້ວ ສິງນາວົງ ຮອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້, ເຂົ້າຮ່ວມກອງປະຊຸມດັ່ງກ່າວ ມີບັນດາທ່ານ ຫົວໜ້າ/ຮອງຫົວໜ້າ ຫ້ອງການ, ກົມ, ສະຖາບັນ ແລະ ສູນວິຊາການຂັ້ນສອງ; ບັນດາທ່ານ ຫົວໜ້າ/ຮອງຫົວໜ້າ ພະແນກກະສິກໍາ ແລະ ປ່າໄມ້ ແຂວງ, ນະຄອນຫຼວງ; ບັນດາທ່ານ ຫົວໜ້າສູນສົ່ງເສີມກະສິກຳ ທີ່ຂຶ້ນກັບພະແນກກະສິກຳ ແລະ ປ່າໄມ້ 18 ແຂວງ; ສາມະຄົມຊາວກະສິກອນລາວ, ສະມາຄົມການຜະລິດ ແລະ ປຸງແຕ່ງກະສິກຳລາວ ພ້ອມດ້ວຍບັນດາໂຄງການ ທີ່ຂຶ້ນກັບກົມສົ່ງເສີມກະສິກຳ ແລະ ສະຫະກອນ ທັງໝົດ 117 ທ່ານ, ຍິງ 39 ທ່ານ.

ຈຸດປະສົງ ເພື່ອສະຫຼຸບຕີລາຄາຄືນ ການຈັດຕັ້ງປະຕິບັດວຽກງານສົ່ງເສີມກະສິກຳ ແລະ ສະຫະກອນ ທົ່ວປະເທດ ປີ 2024 ແລະ ວາງທິດທາງແຜນການ ປີ 2025; ເພື່ອປືກສາຫາລືແລກປ່ຽນບົດຮຽນ ວຽກງານສົ່ງເສີມກະສິກໍາ ແລະ ສະຫະກອນ ໃນຂອບເຂດທົ່ວປະເທດ ພາຍຫຼັງ ທ່ານປະທານກອງປະຊຸມ ໄດ້ມີຄໍາເຫັນ ແລະ ກ່າວເປີດກອງປະຊຸມຢ່າງເປັນທາງການ ກອງປະຊຸມແມ່ນໄດ້ຮັບຟັງ ການລາຍງານ ຜົນສໍາເລັດຂອງການຈັດຕັ້ງປະຕິບັດ ວຽກງານສົ່ງເສີມກະສິກໍາ ແລະ ສະຫະກອນ ທົ່ວປະເທດ ປີ 2024 ແລະ ສະເໜີທິດທາງແຜນການ ປີ 2025 ໂດຍ ຫົວໜ້າກົມສົ່ງເສີມກະສິກໍາ ແລະ ສະຫະກອນ; ຮັບຟັງການສະເໜີບົດຮຽນ ແລະ ບາງຄໍາເຫັນ ຈາກ ທ່ານຫົວໜ້າ ແລະ ຮອງຫົວໜ້າພະແນກ ແລະ ສູນພັດທະນາກະສິກໍາ ທີ່ຂຶ້ນກັບກົມສົ່ງເສີມກະສິກໍາ ແລະ ສະຫະກອນ; ຮັບຟັງການລາຍງາຍ ບົດຮຽນ ແລະ ຜົນສໍຳເລັດ ຈາກ ການສົ່ງເສີມກຸ່ມ, ສະຫະກອນ ແລະ ກອງທຶນ; ສູນສົ່ງເສີມກະສິກຳ ແລະ ປ່າໄມ້ ຮ່ວມມືລາວ-ຫວຽວ (ສູນບ້ານອົ້ງ ແຂວງຫົວພັນ), ກົມຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກໍາ ກ່ຽວກັບການຮັບມືກັບການປ່ຽນແປງຂອງສະພາບດິນຟ້າອາກາດ, ສະມາຄົມຊາວກະສິກອນລາວ ກ່ຽວກັບກິດຈະກຳການສົ່ງເສີມທຸລະກິດກະສິກຳ ແລະ ສົ່ງອອກຜະລິດຕະພັນກະສິກຳ, ສະມາຄົມການຜະລິດ ແລະ ປຸງແຕ່ງກະສິກຳລາວ ກ່ຽວກັບ ການເຊື່ອມໂຍງການຕະຫຼາດ ລະຫວ່າງ ຜູ້ຜະລິດ ແລະ ຜູ້ປະກອບການ. ຈາກນັ້ນ, ກອງປະຊຸມໄດ້ເປີດກວ້າງ ໃຫ້ບັນດາຜູ້ແທນກອງປະຊຸມ ປະກອບຄໍາເຫັນ ຕໍ່ຜົນສໍາເລັດ, ດ້ານອ່ອນຂໍ້ຄົງຄ້າງ ກ່ຽວກັບວຽກງານສົ່ງເສີມກະສິກໍາ ແລະ ສະຫະກອນ ແຕ່ຂັ້ນສູນກາງຮອດທ້ອງຖິ່ນ ຢ່າງກົງໄປກົງມາ ແລະ ດ້ວຍບັນຍາກາດທີ່ດີ ເຊິ່ງສວນຫຼາຍກອງປະຊຸມແມ່ນ ໄດ້ປຶກສາຫາລື ກ່ຽວກັບ ພາລະບົດບາດຂອງວຽກງານສົ່ງເສີມກະສິກຳ ແລະ ສະຫະກອນ ຢູ່ຂັ້ນທ້ອງຖິ່ນ ແລະ ການຈັດຕັ້ງການຜະລິດ. ຜ່ານການລາຍງານ ແລະ ການປະກອບຄຳເຫັນຂອງຜູ້ແທນກອງປະຊຸມ ໃນໄລຍະເວລາໜຶ່ງວັນ, ປະທານກອງປະຊຸມ ໄດ້ສັງລວມຄຳເຫັນ ແລະ ມີທິດຊີ້ນຳຕໍ່ກອງປະຊຸມດັ່ງນີ້: ກ່ຽວກັບການປັບປຸງສູນສະຖານີ: ພວກເຮົາເຫັນດີເປັນເອກະພາບກັນວ່າ: ປັດໃຈຕັດສິນໃນການສ້າງຄວາມເຂັ້ມແຂງໃຫ້ສູນ ແມ່ນປັດໃຈຄົນ, ປັດໃຈງົບປະມານ, ຄວາມເຂົ້າໃຈຂອງການນຳແຕ່ລະຂັ້ນ ຕໍ່ວຽກງານສູນ.

ກວດແກ້ໂດຍ: ພະແນກຂໍ້ມູນຂ່າວສານການສົ່ງເສີມ ແລະ ເຊື່ອມໂຍງຕະຫຼາດ

ຂຽນໂດຍ: ແສງສຸລີ ມາຍມະນີວົງ

]]>
http://daec.maf.gov.la/uncategorized/%e0%ba%81%e0%ba%ad%e0%ba%87%e0%ba%9b%e0%ba%b0%e0%ba%8a%e0%ba%b8%e0%ba%a1-%e0%ba%a7%e0%ba%bd%e0%ba%81%e0%ba%87%e0%ba%b2%e0%ba%99%e0%ba%aa%e0%ba%bb%e0%bb%88%e0%ba%87%e0%bb%80%e0%ba%aa%e0%ba%b5%e0%ba%a1.html/feed 0
ເຂົ້າຮ່ວມກອງປະຊຸມຝຶກອົບຮົມຂອງ Saemaul Geumgo ທີ່ປະເທດ ສ ເກົາຫຼີ. http://daec.maf.gov.la/uncategorized/%e0%bb%80%e0%ba%82%e0%ba%bb%e0%bb%89%e0%ba%b2%e0%ba%ae%e0%bb%88%e0%ba%a7%e0%ba%a1%e0%ba%81%e0%ba%ad%e0%ba%87%e0%ba%9b%e0%ba%b0%e0%ba%8a%e0%ba%b8%e0%ba%a1%e0%ba%9d%e0%ba%b6%e0%ba%81%e0%ba%ad%e0%ba%bb.html http://daec.maf.gov.la/uncategorized/%e0%bb%80%e0%ba%82%e0%ba%bb%e0%bb%89%e0%ba%b2%e0%ba%ae%e0%bb%88%e0%ba%a7%e0%ba%a1%e0%ba%81%e0%ba%ad%e0%ba%87%e0%ba%9b%e0%ba%b0%e0%ba%8a%e0%ba%b8%e0%ba%a1%e0%ba%9d%e0%ba%b6%e0%ba%81%e0%ba%ad%e0%ba%bb.html#respond Mon, 25 Nov 2024 07:31:05 +0000 http://daec.maf.gov.la/?p=2119

ໃນລະຫວ່າງວັນທີ 23 ກັນຍາ – 02 ຕຸລາ 2024 ຄະນະຜູ້ແທນຈາກສ ປປລາວ ຕ່າງໜ້າຈາກກະຊວງກະສິກໍາ ແລະ ປ່າໄມ້, ກົມສົ່ງເສີມກະສິກໍາ ແລະ ສະຫະກອນ ພ້ອມດ້ວຍພາກສ່ວນທີ່ເຂົ້າຮ່ວມຈາກຝ່າຍລາວ ປະກອບດ້ວຍ ທ່ານ ດຣ ປອ ພັນໄຊ ອີງໄຊ ຮອງຫົວໜ້າກົມ, ແລະ ປະເທດ ຟີຈິ ໄດ້ເຂົ້າຮ່ວມກອງປະຊຸມຝຶກອົບຮົມ ລາວ ແລະ ຟີຈິ  ຂອງ Saemaul Geumgo ເຊິ່ງຜູ້ເຂົ້າຮ່ວມໄດ້ຮັບຄວາມຮູ້ຮອບດ້ານກ່ຽວກັບຕົວແບບຂອງລະບົບ Saemaul Geumgo (MG) ແລະ ບົດບາດຂອງສະຫະພັນສິນເຊື່ອຊຸມຊົນ ເກົາຫຼີ (KFCC) ໃນການພັດທະນາຂອງຕົນ. ກອງ​ປະຊຸມ​ຄັ້ງນີ້ ເພື່ອ​ແນ​ໃສ່​ສ້າງ​ພື້ນຖານ​ໃຫ້​ແກ່​ການ​ສ້າງ​ຕັ້ງ ​ແລະ ການ​ເຕີບ​ໂຕ​ຂອງ​ສະຫະກອນ Saemaul Geumgo ​ໃນ​ລາວ ​ແລະ ຟີ​ຈີ ພ້ອມ​ທັງ​ຖອດ​ຖອນ​ບົດຮຽນ​ຈາກ​ຜົນ​ສຳ​ເລັດ​ຂອງ​ສ.​ເກົາຫຼີ ເຊິ່ງຜູ້ເຂົ້າຮ່ວມໄດ້ຖືກນໍາສະເຫນີແນວຄວາມຄິດຂອງ MG, ສຸມໃສ່ຕົ້ນກໍາເນີດແລະຂັ້ນຕອນເບື້ອງຕົ້ນທີ່ກ່ຽວຂ້ອງກັບການສ້າງຕັ້ງສະຫະກອນ. ການຝຶກອົບຮົມໄດ້ເນັ້ນຫນັກເຖິງຄວາມສໍາຄັນຂອງການພັດທະນາທີ່ຂັບເຄື່ອນໂດຍຊຸມຊົນ ແລະ ບົດບາດຂອງການມີສ່ວນຮ່ວມທາງດ້ານການເງິນລວມ. ກອງ​ປະ​ຊຸມ​ໄດ້​ລະ​ອຽດ​ກ່ຽວ​ກັບ​ປະ​ຫວັດ​ສາດ​ຂອງ Saemaul Geumgo, ອະ​ທິ​ບາຍ​ວິ​ທີ​ການ​ເລີ່ມ​ຕົ້ນ​ເປັນ​ການ​ເຄື່ອນ​ໄຫວ​ຮາກ​ຖານ​ໃນ​ເກົາ​ຫຼີ ​ແລະ ​ພັດ​ທະ​ນາ​ເປັນ​ເຄືອ​ຂ່າຍ​ຂອງ​ສະ​ຫະ​ກອນ​ໃນ​ທົ່ວ​ປະ​ເທດ. ​ໄດ້​ເນັ້ນ​ໜັກ​ໃຫ້​ເຫັນ​ບັນດາ​ຈຸດໝາຍ​ສຳຄັນ​ໃນ​ການ​ເດີນ​ທາງ​ເພື່ອ​ກາຍ​ເປັນ​ຮູບ​ແບບ​ການ​ຮ່ວມ​ມື​ທີ່​ມີ​ການ​ສ້າງ​ຕັ້ງ​ຂຶ້ນ. ກົດລະບຽບການດໍາເນີນງານ, ຫຼັກການ, ແລະໂຄງສ້າງການປົກຄອງຂອງ Saemaul Geumgo ໄດ້ຖືກປຶກສາຫາລື, ໃຫ້ຜູ້ເຂົ້າຮ່ວມມີຄວາມເຂົ້າໃຈກ່ຽວກັບກອບລະບຽບການຂອງສະຫະກອນ. ລວມເຖິງ ການມີສ່ວນຮ່ວມຂອງສະມາຊິກ, ຄວາມໂປ່ງໃສແລະ ຄວາມຮັບຜິດຊອບທາງດ້ານການເງິນເປັນຄຸນຄ່າຫຼັກ. ການຝຶກອົບຮົມໄດ້ສະແດງໃຫ້ເຫັນວິທີການ Saemaul Geumgo ຂະຫຍາຍຈາກກຸ່ມເງິນຝາກປະຢັດທ້ອງຖິ່ນໄປສູ່ເຄືອຂ່າຍຮ່ວມມືທີ່ເຂັ້ມແຂງ.

ຍຸດທະສາດການຂະຫຍາຍຕົວ, ລວມທັງການສົ່ງເສີມຄວາມໄວ້ວາງໃຈໃນຊຸມຊົນ ແລະ ການໃຫ້ບໍລິການທາງດ້ານການເງິນທີ່ຫຼາກຫຼາຍ, ໄດ້ຖືກແບ່ງປັນ. ຜູ້ເຂົ້າຮ່ວມໄດ້ມີສ່ວນຮ່ວມໃນການສົນທະນາກຸ່ມເພື່ອລະດົມຄວາມຄິດກ່ຽວກັບຍຸດທະສາດການຂະຫຍາຍຕົວຂອງເງິນຝາກປະຢັດ Saemaul Geumgo ໃນລາວ ແລະ ປະເທດຟິຈິ. ເນັ້ນ​ໜັກ​ເຖິງ​ການ​ປັບ​ປຸງ​ບົດ​ຮຽນ​ຈາກ ສ ເກົາຫຼີ ໃຫ້​ເຂົ້າ​ກັບ​ສະ​ພາບ​ການ​ທ້ອງ​ຖິ່ນ, ຮັບ​ປະ​ກັນ​ຄວາມ​ສະ​ດວກ​ດ້ານ​ວັດ​ທະ​ນະ​ທຳ ແລະ ເສດ​ຖະ​ກິດ. ຈຸດສຸມຕົ້ນຕໍລວມມີ: ການສ້າງຄວາມເຂັ້ມແຂງການມີສ່ວນຮ່ວມຂອງຊຸມຊົນ, ສົ່ງເສີມຄວາມຮູ້ດ້ານການເງິນ, ສົ່ງເສີມການປະຢັດ ແລະ ການລົງທຶນ, ນອກຈາກນັ້ນກໍ່ຍັງມີກອງປະຊຸມກ່ຽວກັບການຫັນເປັນດິຈິຕອນ ເຊິ່ງໄດ້ເນັ້ນຫນັກເຖິງບົດບາດຂອງເຕັກໂນໂລຊີ ໃນການປັບປຸງການດໍາເນີນງານ Saemaul Geumgo. ຜູ້ເຂົ້າຮ່ວມໄດ້ຄົ້ນຄວ້າວິທີການພັດທະນາແບບມີສ່ວນຮ່ວມຈາກຫຼາຍປະເທດໃຫ້ມີຂະບວນການທີ່ສະດວກຂຶ້ນສໍາລັບພະນັກງານ ແລະ ສະມາຊິກທີ່ກໍາລັງພັດທະນາໃນ ສປປ ລາວ, ລວມທັງ: ການປະຕິບັດການແກ້ໄຂທະນາຄານໂດຍອີງໃສ່ການຫັນເປັນດິຈິຕອນ. ເພື່ອປັບປຸງວຽກງານບໍລິຫານ, ເພີ່ມທະວີການເຂົ້າເຖິງການບໍລິການຂອງສະມາຊິກຜ່ານເວທີມືຖື ແລະ ອອນໄລນ໌. ໃນນັ້ນຫຼັກສູດໂຄງການການໄດ້ແນະນໍາລະບົບຂອງ Saemaul Geumgo, ຫຼັກການຂອງ Saemaul Geumgo, ອົງການຈັດຕັ້ງຂອງ Saemaul Geumgo, ອົງການຈັດຕັ້ງຂອງ Saemaul Geumgo 2, ເງິນຝາກປະຢັດພາຍໃຕ້ການສົນທະນາ Saemaul Geumgo 3, ເງິນກູ້ຢືມໂດຍອີງໃສ່ລະບົບ Saemaul Geumgo ການສົນທະນາ 3, Saemaul Geumgo ແລະ ພາລະບົດບາດຂອງແຜນການປະຕິບັດງານຂອງລັດຖະບານ, ທີ່ປະສົບຜົນສໍາເລັດ ກໍ​ລະ​ນີ Saemaul Geumgo, ກິດ​ຈະ​ກໍາ​ການ​ສ້າງ​ລາຍ​ໄດ້​ລວມເຖິງການ​ປັບ​ປຸງ​ສະ​ພາບ​ເສດ​ຖະ​ກິດ​ຂອງ​ກໍ​ລະ​ນີ​ແມ່​ຍິງ ຂອງ MG, ການສ້າງນະໂຍບາຍ ການພັດທະນາຊົນນະບົດໃນປະເທດທີ່ກໍາລັງພັດທະນາ ເຊິ່ງຜູ້ບັນຍາຍໄດ້ນໍາສະ ເໜີຄວາມເຂົ້າໃຈຂອງຫຼັກການ Saemaul Geumgo: ຄວາມຮູ້ທີ່ຊັດເຈນກ່ຽວກັບຄຸນຄ່າຫຼັກ ການເອື່ອຍອີງຕົນເອງ, ການຮ່ວມມື, ລວມເຖິງການຂະຫຍາຍຕົວຮ່ວມກັນ, ຄວາມເຂົ້າໃຈກ່ຽວກັບວິທີການ Saemaul Geumgo ສອດຄ່ອງເງິນຝາກປະຢັດ ແລະ ເງິນກູ້ກັບການພັດທະນາຊຸມຊົນ. ເຊິ່ງສ້າງກົນ​ໄກ​ການ​ເງິນ​ທີ່​ສໍາ​ຄັນ​: • ຄວາມຄຸ້ນເຄີຍກັບວິທີການດຳເນີນງານຂອງກຸ່ມເງິນຝາກປະຢັດ ແລະ ສົ່ງເສີມການລວມເງິນ. • ຄວາມເຂົ້າໃຈກ່ຽວກັບລະບົບເງິນກູ້, ລວມທັງການໃຫ້ກູ້ຢືມຕາມຄວາມໄວ້ວາງໃຈ ແລະເງິນກູ້ຈຸລະພາກ. ຜົນກະທົບຕໍ່ການສ້າງຄວາມເຂັ້ມແຂງຂອງແມ່ຍິງ: • ການຮັບຮູ້ບົດບາດຂອງ Saemaul Geumgo ໃນການປັບປຸງສະຖານະພາບເສດຖະກິດຂອງແມ່ຍິງ. • ຕົວຢ່າງຂອງວິທີທີ່ແມ່ຍິງໄດ້ຮັບຄວາມເປັນເອກະລາດທາງດ້ານການເງິນ ແລະບົດບາດເປັນຜູ້ນໍາ. ຮູບແບບການພັດທະນາຊຸມຊົນ: • ຄວາມຮູ້ກ່ຽວກັບວິທີການ Saemaul Geumgo ສະຫນອງທຶນໃຫ້ແກ່ໂຄງການພື້ນຖານໂຄງລ່າງທ້ອງຖິ່ນ. • ຄວາມຮັບຮູ້ກ່ຽວກັບບົດບາດຂອງສະຫະກອນໃນການຊຸກຍູ້ຄວາມສາມັກຄີທາງສັງຄົມ ແລະ ການເຕີບໂຕທາງດ້ານເສດຖະກິດ. ຂອບນະໂຍບາຍ ແລະ ການປົກຄອງ: • ຄວາມເຂົ້າໃຈກ່ຽວກັບນະໂຍບາຍເຮັດໃຫ້ການພັດທະນາຊົນນະບົດຢູ່ໃນປະເທດທີ່ກໍາລັງພັດທະນາ. • ຄວາມເຂົ້າໃຈກ່ຽວກັບບົດບາດຂອງລັດຖະບານໃນການສະຫນັບສະຫນູນລະບົບການເງິນຂອງຊຸມຊົນ. ການປັບຕົວ ແລະ ການຂະຫຍາຍລະດັບທົ່ວໂລກ: • ຕົວຢ່າງຂອງວິທີການຕົວແບບຂອງ Saemaul Geumgo ໄດ້ຖືກຈັດຕັ້ງປະຕິບັດໃນລະດັບສາກົນ. • ການຮັບຮູ້ການປັບຕົວຂອງລະບົບຕໍ່ກັບສະພາບເສດຖະກິດ ແລະ ສັງຄົມທີ່ຫຼາກຫຼາຍ. ສິ່ງທ້າທາຍ ແລະ ການແກ້ໄຂໃນການພັດທະນາຊົນນະບົດ: • ການກໍານົດສິ່ງທ້າທາຍທົ່ວໄປເຊັ່ນ: ຂໍ້ຈໍາກັດດ້ານຊັບພະຍາກອນ ແລະຄວາມບໍ່ສະເໝີພາບ. • ຄວາມເຂົ້າໃຈກ່ຽວກັບຍຸດທະສາດເຊັ່ນ: ການລວມເອົາດິຈິຕອນ, PPPs, ແລະ ການຝຶກອົບຮົມເປົ້າຫມາຍ. ຜົນ​ການ​ພັດ​ທະ​ນາ​ທີ່​ສົມ​ບູນ​ແບບ​: • ປັບປຸງຄວາມເຂົ້າໃຈກ່ຽວກັບຍຸດທະສາດການແກ້ໄຂຄວາມທຸກຍາກໂດຍຜ່ານສະຫະກອນການເງິນ. • ຄວາມຮັບຮູ້ຂອງກໍລະນີສຶກສາທີ່ປະສົບຜົນສຳເລັດ ແລະ ຜົນກະທົບຂອງມັນຕໍ່ການຫັນເປັນຊົນນະບົດ. ຄວາມຍືນຍົງທາງດ້ານເສດຖະກິດ ແລະ ສັງຄົມ: ຄວາມເຂົ້າໃຈກ່ຽວກັບວິທີການ Saemaul Geumgo ສະຫນັບສະຫນູນຄວາມຢືດຢຸ່ນທາງເສດຖະກິດໃນໄລຍະຍາວ. • ການຮັບຮູ້ການເຊື່ອມໂຍງຂອງຄວາມຍືນຍົງດ້ານສິ່ງແວດລ້ອມໃນໂຄງການຊຸມຊົນ. ຄວາມຮູ້ທີ່ສາມາດປະຕິບັດໄດ້: •ຄວາມສາມາດໃນການອອກແບບຫຼືສະຫນັບສະຫນູນຮູບແບບການຮ່ວມມືທີ່ຄ້າຍຄືກັນ.

 

ກວດແກ້ໂດຍ: ພະແນກຂໍ້ມູນຂ່າວສານການສົ່ງເສີມ ແລະ ເຊື່ອມໂຍງຕະຫຼາດ

ຂຽນໂດຍ: ແສງສຸລີ ມາຍມະນີວົງ

]]>
http://daec.maf.gov.la/uncategorized/%e0%bb%80%e0%ba%82%e0%ba%bb%e0%bb%89%e0%ba%b2%e0%ba%ae%e0%bb%88%e0%ba%a7%e0%ba%a1%e0%ba%81%e0%ba%ad%e0%ba%87%e0%ba%9b%e0%ba%b0%e0%ba%8a%e0%ba%b8%e0%ba%a1%e0%ba%9d%e0%ba%b6%e0%ba%81%e0%ba%ad%e0%ba%bb.html/feed 0
ກອງປະຊຸມ ພິທີເລື່ອນສຳມາສິກພັກສຳຮອງ ຂຶ້ນເປັນສະມາຊິກພັກສົມບູນ. http://daec.maf.gov.la/uncategorized/%e0%ba%81%e0%ba%ad%e0%ba%87%e0%ba%9b%e0%ba%b0%e0%ba%8a%e0%ba%b8%e0%ba%a1-%e0%ba%9e%e0%ba%b4%e0%ba%97%e0%ba%b5%e0%bb%80%e0%ba%a5%e0%ba%b7%e0%bb%88%e0%ba%ad%e0%ba%99%e0%ba%aa%e0%ba%b3%e0%ba%a1%e0%ba%b2.html http://daec.maf.gov.la/uncategorized/%e0%ba%81%e0%ba%ad%e0%ba%87%e0%ba%9b%e0%ba%b0%e0%ba%8a%e0%ba%b8%e0%ba%a1-%e0%ba%9e%e0%ba%b4%e0%ba%97%e0%ba%b5%e0%bb%80%e0%ba%a5%e0%ba%b7%e0%bb%88%e0%ba%ad%e0%ba%99%e0%ba%aa%e0%ba%b3%e0%ba%a1%e0%ba%b2.html#respond Mon, 04 Nov 2024 00:39:38 +0000 http://daec.maf.gov.la/?p=2105

ໃນຕອນເຊົ້າ ວັນທີ 16  ຕຸລາ 2024 ຄະນະພັກ ກົມສົ່ງເສີມກະສິກໍາ ແລະ ສະຫະກອນ ຈັດພິທີເລື່ອນສະມາຊິກພັກສຳຮອງຂຶ້ນເປັນສະມາຊິກພັກສົມບູນ. ພິທີດັ່ງກ່າວຈັດຂຶ້ນຢູ່ທີ່ຫ້ອງປະຊຸມຂອງກົມສົ່ງເສີມກະສິກຳ ແລະ ສະຫະກອນ ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ສະຫາຍ ສົມພອນ ແກ້ວຫາວົງ ກຳມະການພັກກະຊວງ, ເລຂາຄະນະພັກກົມສົ່ງເສີມກະສິກຳ ແລະ ສະຫະກອນ, ກະຊວງກະສິກຳ ແລະ ປ່າໄມ້. ໃນພິທີດັ່ງກ່າວ, ສະຫາຍ ນ ລັດດາວັນ ດອນພູຫຼວງ  ຄະນະພັກພະແນກບໍລິຫານ ແລະແຜນການ, ກສກສ  ໄດ້ຂຶ້ນຜ່ານມະຕິຕົກລົງຂອງອົງຄະນະພັກກະຊວງ ກປ ວ່າດ້ວຍການເລື່ອນສຳມາສິກພັກສຳຮອງ ຂຶ້ນເປັນສະມາຊິກພັກສົມບູນ ຈຳນວນ 6 ສະຫາຍ ຍິງ 4 ສະຫາຍ. ຊຶ່ງລ້ວນແລ້ວແຕ່ເປັນຜູ້ທີ່ມີຄວາມຫ້າວຫັນໃນການປະຕິບັດໜ້າທີ່ວຽກງານ, ມີທັດສະນະຫຼັກໝັ້ນທາງດ້ານການເມືອງແນວຄິດ, ມີຄວາມສາມັກຄີ, ຕັ້ງໜ້າຝຶກຝົນຫຼໍ່ຫຼອມຕົນເອງປະກອບສ່ວນເຂົ້າໃນວຽກງານ, ມີເງື່ອນໄຂຖືກຕ້ອງຄົບມາດຖານ ແລະ ເງຶ່ອນໄຂຂອງການເປັນສະມາຊິກພັກປະຊາຊົນປະຕິວັດລາວ. ໃນໂອກາດດັ່ງກ່າວ, ສະຫາຍ ສົມພອນ ແກ້ວຫາວົງ ກຳມະການພັກກະຊວງ, ເລຂາຄະນະພັກກົມສົ່ງເສີມກະສິກຳ ແລະ ສະຫະກອນ ກໍໄດ້ໃຫ້ກຽດໂອ້ລົມ ແລະ ໃຫ້ຄຳໂອວາດຊຶ່ງສະຫາຍໄດ້ສະແດງຄວາມຊົມເຊີຍຕໍ່ສະມາຊິກພັກໃນຄັ້ງນີ້ ແລະ ສະແດງຄວາມຍິນດີຮັບເອົາທັງໝົດບັນດາສະຫາຍເຂົ້າເປັນສະມາ ຊິກພັກສົມບູນ ຂອງພັກປະຊາຊົນປະຕິວັດລາວ.     ສະຫາຍຍັງໄດ້ໃຫ້ຄຳເຫັນຕໍ່ສະມາຊິກພັກທັງເກົ່າ ແລະ ໃໝ່ ຈົ່ງເພີ່ມທະວີຄວາມຮັບຜິດ ຊອບຕໍ່ໜ້າວຽກຂອງຕົນ, ມີສະຕິຕໍ່ການຈັດຕັ້ງສູງ, ຢຶດໝັ້ນ ແລະ ເປັນເອກະພາບຕໍ່ແນວທາງນະໂຍ ບາຍຂອງພັກ-ລັດ, ປະກອບສ່ວນຄວາມຮູ້ ຄວາມສາມາດຂອງຕົນ ເຂົ້າໃນວຽກງານທີ່ການຈັດຕັ້ງມອບໝາຍໃຫ້, ສືບຕໍ່ຍົກລະດັບຄວາມຮູ້ຄວາມສາມາດຂອງຕົນ ເພື່ອປະກອບສ່ວນເຂົ້າໃນການສ້າງສາພັດທະນາປະເທດຊາດ ເວົ້າລວມ, ເວົ້າສະເພາະແມ່ນ ວຽກງານການສົ່ງເສີມທີຕິດທັນກັບທາລະບົດບາດຂອງກົມສົ່ງເສີມກະສິກຳ ແລະ ສະຫະກອນ ໃຫ້ນັບມື້ນັບຈະເລີນກ້າວໜ້າ.

ເຂົ້າຮ່ວມໃນພິທີຄັ້ງນີ້ ມີສະຫາຍເລຂາ ແລະ ຄະນະພັກຮາກຖານ ກສກສ, ບັນດາເລຂາໜ່ວຍພັກ, ຮອງເລຂາໜ່ວຍພັກ, ຄະນະໜ່ວຍພັກ, ຫົວໜ້າຈຸ, ຮອງຈຸພັກ, ສະມາຊິກພັກສົມບູນ, ສຳຮອງ ແລະ 3  ອົງການຈັດຕັ້ງມະຫາຊົນ ທີຂື້ນກັບຄະນະພັກຮາກຖານ ກົມສົ່ງເສີມກະສິກຳ ແລະ ສະຫະກອນ.

ກວດແກ້ໂດຍ: ພະແນກຂໍ້ມູນຂ່າວສານການສົ່ງເສີມ ແລະ ເຊື່ອມໂຍງຕະຫຼາດ

ຂຽນໂດຍ: ລິດດາພົງ ບຸນຖານະວັນ

]]>
http://daec.maf.gov.la/uncategorized/%e0%ba%81%e0%ba%ad%e0%ba%87%e0%ba%9b%e0%ba%b0%e0%ba%8a%e0%ba%b8%e0%ba%a1-%e0%ba%9e%e0%ba%b4%e0%ba%97%e0%ba%b5%e0%bb%80%e0%ba%a5%e0%ba%b7%e0%bb%88%e0%ba%ad%e0%ba%99%e0%ba%aa%e0%ba%b3%e0%ba%a1%e0%ba%b2.html/feed 0